ສປປ ລາວ ໄດ້ຮັບເຂົ້າສານ ຈຳນວນ 1.320 ໂຕນ ຈາກເກົາຫຼີ

0
1604

ອີງຕາມການລາຍງານ ຂອງແຟນເພາ ປະຊາຊົນລາວໃຫ້ຮູ້ວ່າ: ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ ໂດຍຜ່ານອົງການອາຫານໂລກ.

ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ ຊຶ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ.

ພິ​ທີ​ມອບ-ຮັບ​ ໄດ້​ຈັດ​ຂຶ້ນໃນວັນທີ 23 ມິຖຸນາ 2021 ນີ້ ທີ່ສາງເກັບ​ມ້ຽນ ຂອງອົງການອາຫານໂລກ ນະຄອນຫຼວງວຽງຈັນ ໂດຍ​ມີ​ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ມູຮົງ ອິມ ເອກ​ອັກຄະ​ລັດຖະທູດ ແຫ່ງ ສ ​ເກົາ​ຫຼີ ປະຈຳ ສປປ ລາວ, ທ່ານ ຢານ ເດລບາເຣີ ຫົວໜ້າ​ອົງການ​ອາຫານ​ໂລກ ປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນເຂົ້າ​ຮ່ວມ.

ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກປະຈໍາລາວ ກ່າວວ່າ: ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດທີ່ຄາດຄິດເກີດ​ຂຶ້ນ, ເຂົ້າສໍາຮອງເຫຼົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າ​ເຫຼົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫຼືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທາງທໍາມະຊາດເປັນປະຈໍາ.

ບັນດາເຂົ້າສໍາຮອງເຫຼົ່ານີ້, ຈະເຮັດໜ້າທີ່ເປັນເຂົ້າສໍາຮອງຢູ່ໃນສາງເວລາສຸກເສີນ ແລະ ເກັບຮັກສາໄວ້ສໍາລັບເວລາທີ່ຂາດແຄນອາຫານ ໃນໄລຍະເວລາທີ່ຍັງບໍ່ມີຜົນຜະລິດ ແລະ ເຮັດໃຫ້ຊຸມຊົນສາມາດຊ່ວຍ​ຕົນເອງໄດ້ຈາກຄວາມຕ້ອງການເບື້ອງຕົ້ນ ຊຶ່ງປະຊາຊົນ ສາມາດທົດແທນຄືນຈໍານວນທີ່ຢືມຕາມດອກເບ້ຍທີ່ໄດ້ຕົກລົງໄວ້ ຫຼັງຈາກທີ່ພວກເຂົາໄດ້​ເກັບ​ກ່ຽວ​ຜົນ​ຜະ​ລິດ.

ທ່ານ ປະເດີມພອນ ສົນທະນີ ກ່າວວ່າ: ໃນປີ 2018 ລັດຖະບານ ສ ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອເຂົ້າກິນ ຜ່ານຄັງແຮເຂົ້າອາຊຽນບວກສາມ ຈໍານວນ 1.000 ໂຕນ ແລະ ປີ 2021 ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອຜ່ານຄັງແຮເຂົ້າອາຊຽນຕື່ມອີກ ຈໍານວນ 700 ໂຕນ.

ເຊັ່ນດຽວ​ກັນ​ກັບຄັ້ງນີ້, ໄດ້ໃຫ້ການຊ່ວຍເຫຼືອເຂົ້າກິນ ຈຳນວນ 1.320 ໂຕນ ຊຶ່ງຄິດເປັນມູນຄ່າປະມານ​ຫຼາຍລ້ານໂດລາ ໂດຍຜ່ານກິດຈະກຳການຊ່ວຍເຫຼືອສົງເຄາະ ແລະ ຟື້ນຟູໂຄງລ່າງການຜະລິດ ຕິດພັນກັບການຄໍ້າປະກັນດ້ານສະບຽງອາຫານ, ໂດຍຈະມີຜູ້ໄດ້ຮັບຜົນປະໂຫຍດປະມານ 55.000 ຄົນ.

ທ່ານ ທູດ ສ ເກົາຫຼີ ກ່າວວ່າ: ການປ່ຽນແປງດິນຟ້າອາກາດ ໄດ້ນໍາເອົາຄວາມທ້າທາຍມາໃຫ້ແກ່ຊຸມຊົນຜູ້ທຸກຍາກຢູ່ ສປປ ລາວ ແລະ ຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ -19 ຍິ່ງເຮັດໃຫ້ສະພາບມີຄວາມຫຍຸ້ງຍາກຫຼາຍກວ່າເກົ່າ, ລັດຖະບານ ສ ເກົາຫຼີ ມີຄວາມດີໃຈທີ່ຈະສືບຕໍ່ການຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຮັບປະກັນວ່າທຸກຄົນມີອາຫານກິນພຽງພໍໃນເວລາມີເຫດການສຸກເສີນ.

LEAVE A REPLY

Please enter your comment!
Please enter your name here