ທົ່ວແຂວງຄໍາມ່ວນ ມີຈຳນວນ ງົວ-ຄວາຍ ທີ່ຕິດເຊື້ອພະຍາດຜິວໜັງອັກເສບ 6 ພັນກວ່າໂຕ

0
1520

ອີງຕາມການລາຍງານ ຂອງແຟນເພສMedia Laos ໃຫ້ຮູ້ວ່າ: ທົ່ວແຂວງຄໍາມ່ວນ ມີຈຳນວນ ງົວ-ຄວາຍ ທີ່ຕິດເຊື້ອພະຍາດຜິວໜັງອັກເສບ 6 ພັນກວ່າໂຕ. ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ : ການລະບາດ ຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍປະຈຸບັນ ພາຍໃນແຂວງຄໍາມ່ວນແມ່ນມີການລະບາດຫຼາຍ, ໄວ ແລະ ແຜ່ລາມອອກເປັນບໍລິເວນກວ້າງ ເຊິ່ງສະພາບການລະບາດດັ່ງກ່າວແມ່ນໄດ້ເລີ້ມແຕ່ຕົ້ນເດືອນພຶດສະພາ 2021 ເປັນຕົ້ນມາ ທີ່ເມືອງເຊບັ້ງໄຟ.

ມາຮອດປະຈຸບັນນີ້, ການລະບາດຂອງພະຍາດ ໄດ້ແຜ່ລາມກວມເອົາ 08 ຕົວເມືອງ,ມີ 140 ບ້ານ, ມີຈໍານວນສັດທີ່ຕິດເຊື້ອທັງໝົດ 6.013 ໂຕ ໃນນັ້ນມີງົວຈໍານວນ 6.005 ໂຕ, ຄວາຍຈໍານວນ 08 ໂຕ, ປິ່ນປົວດີຈໍານວນ 4.276 ໂຕ ໃນນັ້ນມີງົວຈໍານວນ 4.274 ໂຕ, ຄວາຍຈໍານວນ 02 ໂຕ, ຈໍານວນສັດທີ່ຕາຍຍ້ອນພະຍາດມີຈໍານວນ 67 ໂຕ, ໃນນັ້ນມີຈໍານວນ 64 ໂຕ, ຄວາຍຈໍານວນ 03 ໂຕ.

ຕໍ່ກັບສະພາບການດັ່ງກ່າວນີ້, ທາງຂະແໜງລ້ຽງສັດ ແລະ ການປະມົງກໍ່ຄື ພະແນກກະສິກໍາ ແລະ ປ່າໄມ້ແຂວງ ກໍ່ໄດ້ລາຍງານສະພາບການທີ່ເກີດຂຶ້ນໃຫ້ກັບຫ້ອງວ່າການແຂວງໄດ້ຮັບຮູ້ໃນນາມສາຍຂວາງ ແລະ ກະຊວງກະສິກໍາ – ປ່າໄມ້ ໃນນາມສາຍຕັ້ງຂອງຕົນໄດ້ຮັບຮູ້ເຊັ່ນດຽວກັນ. ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນໄດ້ກ່າວຕື່ມວ່າ: ສໍາລັບມາດຕະການຄວບຄຸມ ແລະ ການເຝົ້າລະວັງທີ່ຈັດຕັ້ງປະຕິບັດຄື: ໄດ້ອອກແຈ້ງການຂອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງສະບັບເລກທີ 654 /ກປຂ, ລົງວັນທີ 18 ພຶດສະພາ 2021 ວ່າດ້ວຍການເພີ້ມທະວີການປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນພະຍາດຜິວໜັງອັກເສບງົວ – ຄວາຍພາຍໃນແຂວງ

ຄຽງຄູ່ກັນນັ້ນຍັງໄດ້ປະຕິບັດຕາມແຈ້ງການຂອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 1263 / ກລປ , ລົງວັນທີ 28 ພຶດສະພາ 2021 ວ່າດ້ວຍການຫ້າມນໍາເຂົ້າ, ສົ່ງອອກ ຫຼື ສົ່ງຜ່ານຊົ່ວຄາວສັດໃຫຍ່ງົວ-ຄວາຍລະຫວ່າງປະເທດກັບປະເທດໃກ້ຄຽງ , ເອົາໃຈໃສ່ກວດກາການສົ່ງຜ່ານສັດທີ່ຜ່ານແຂວງຢ່າງເຂັ້ມງວດ , ຢຸດການເຄື່ອນຍ້າຍສັດປະເພດງົວ-ຄວາຍລະຫວ່າງເມືອງ ຫາ ເມືອງ ແລະ ບ້ານ ຫາ ບ້ານ ຊົ່ວຄາວ, ເອົາໃຈໃສ່ກວດກາ, ຄຸ້ມຄອງການຂ້າສັດ, ຄົວສັດຕາມໂຮງຂ້າສັດນ້ອຍ ແລະ ບ່ອນຂ້າສັດຍ່ອຍຢ່າງເຂັ້ມງວດ ບໍ່ໃຫ້ມີການຂ້າສັດຢ່າງຊະຊາຍ, ບ່ອນຂ້າສັດ ຫຼື ຄົວສັດຍ່ອຍ ທີ່ບໍ່ມີເອກະສານອະນຸຍາດສ້າງຕັ້ງແມ່ນສັ່ງຢຸດການເຄື່ອນໄຫວ.

ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກໍ່ຄືສັດຕະວະແພດເມືອງ ໃຫ້ລົງໂຄສະນາເຜີຍແຜ່ຄວາມຮູ້ໃນການປ້ອງກັນ, ການປິ່ນປົວ, ການນໍາໃຊ້ຢາ, ການສະກັດກັ້ນພະຍາດສັດ ແລະ ການຮັກສາສຸຂະພາບສັດຂອງຕົນໃຫ້ແຂງແຮງ. ປະຈຸບັນທາງພະແນກກະສິກໍາ ແລະ ປ່າໄມ້ແຂວງໄດ້ສະເໜີຫາສາຍຕັ້ງກໍ່ຄືກົມລ້ຽງສັດ ແລະ ການປະມົງ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້ເພື່ອຊ່ວຍເຫຼືອ ທາງດ້ານງົບປະມານຈໍານວນໜຶ່ງແລ້ວເພື່ອນໍາໃຊ້ໃນການຈັດຊື້ຢາຂ້າເຊື້ອ, ຢາຕ້ານເຊື້ອ ແລະ ຢາປິ່ນປົວພະຍາດສັດທີ່ກໍາລັງລະບາດພ້ອມທັງຂໍທິດຊີ້ນໍາ ແລະ ວິທີການຈັດຕັ້ງປະຕິບັດ ມາດຕະການ-ການຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດດັ່ງກ່າວ.

LEAVE A REPLY

Please enter your comment!
Please enter your name here