ສຳເລັດການບໍລິການ ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້

0
1122

ອີງຕາມແຟນເພສໂຮງໝໍແຮງຈຳປາສັກໃຫ້ຮູ້ວ່າ: ໂຮງໝໍພາກສະໜາມວິທະຍາໄລ ການເງິນພາກໃຕ້ໃດ້ຖືກຈັດຕັ້ງຂື້ນ ໃນວັນທີ 26 ເມສາ 2021 ໃນທາມກາງທີ່ມີການລະບາດ ໃນຊຸມຊົນ ຂອງແຂວງຈຳປາສັກ ທາງຄະນະນຳພັກ-ລັດ , ຄະນະສະເພາະກິດຂັ້ນແຂວງ, ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍຈຳປາສັກໄດ້ກຳນົດເອົາສະຖານທີ່ແຫ່ງນີ້ ແລະ ຈັດສັນໃຫ້ເປັນໂຮງໝໍພາກສະໜາມ ໂດຍມີຈຸດປະສົງ ໃນການຈຳກັດບໍລິເວນຜູ້ຕິດເຊື້ອໂຄວິດ-19 ແລະ ປິ່ນປົວຜູ້ທີ່ມີອາການເບົາບາງ ແນວທາງການປິ່ນປົວແມ່ນອິງໄສ່ປື້ມຄູ່ມືປິ່ນປົວ ໂຄວິດ-19 ສະບັບປັບປຸງໄໝ່ ທີ 4 ຂອງກົມປິ່ນປົວກະຊວງສາທາລະນະສຸກ.

ເຊິ່ງມີຜົນງານປິ່ນປົວຜູ້ຕິດເຊື້ອທັງໝົດ 291 ຄົນ, ຍີງ 122 ຄົນ, ຫາຍດີ 291 ຄົນ , ຕິດເຊື້ອໃນຊຸມຊົນ 117ຄົນ, ຕິດເຊື້ອນຳເຂົ້າ 174, ປິ່ນປົວຊາວຕ່າງຊາດ 5 ຄົນ, ພາຍຫຼັງທີ່ຈຳກັດບໍລິເວນຄົບກຳນົດແລ້ວໄດ້ເກັບຕົວຢ່າງຄົນເຈັບຄືນອີກຈຶ່ງສົ່ງເມືອຈຳກັດບໍລິເວນຕໍ່ຢູ່ບ້ານ 14 ວັນ ແລະ ຫຼັງຈາກນັ້ນທີມງານພວກເຮົາຍັງ ໂທສອບຖາມອາການຈົນຮອດກຳນົດຈຳກັດບໍລິເວນ ອີກດ້ວຍ.

ການບໍລິຫານແມ່ນມີລະບົບການປ້ອງກັນການຕິດເຊື້ອ (IPC) ຈາກຜູ້ຕິດເຊື້ອສູ່ແພດ ແລະ ສັງຄົມ ຢ່າງເຂັ້ມງວດ ຄື: ເຂົ້າຫາຄົນເຈັບໃສ່ຊຸດ ປ້ອງກັນ (PPE), ລາຍງານອາການຜ່ານທາງໂທລະສັບ , ໃຫ້ຄຳປຶກສາ-ແນະນຳ ທີມງານແພດນຳພາອອກກຳລັງກາຍ ເຝີກປອດ ເຊົ້າ-ແລງ, ຈັດສົ່ງອາຫານ-ນ້ຳດື່ມ ເຊົ້າ ສວຍ ແລງ (ໂດຍແມ່ນງົບປະມານຂອງພັກ-ລັດທັງໝົດ) ແລະ ມີການຈຳກັດຂີ້ເຫຍື້ອ ໂດຍການອົບຂ້າເຊື້ອ ແລະ ເຜົາທຳລາຍຖຶກວິທີ.

ມາຮອດວັນທີ 16 ມີຖຸນາ 2021,ໂຮງໝໍພາກສະໝາມແຫ່ງນີ້ໄດ້ທຳການປິດການໃຫ້ບໍລິການ ເພາະບໍ່ມີການລະບາດໃນຊຸມຊົນແລ້ວ ພ້ອມທັງຜູ້ຕິດເຊື້ອກໍປິ່ນປົວຫາຍດີ ແບະ ຜູ້ຕິດເຊື້ອກໍພົບໜ້ອຍ ສ່ວນຫຼາຍແມ່ນແຮງງານພັກດັນເຂົ້າມາລາວ ດັ່ງນັ້ນ, ທາງຄະນະນຳພວກເຮົາຈຶ່ງໄດ້ປິດໂຮງໝໍພາກສະໜາມແຫ່ງນີ້ເພື່ອສົ່ງຄືນໃຫ້ວິທະຍາໄລ ໄດ້ເປີດການຮຽນການສອນເປັນປົກກະຕິ.

LEAVE A REPLY

Please enter your comment!
Please enter your name here