ທະນາຄານໂລກ ສະໜອງທຶນບ້ວງໃໝ່ ແກ່ ສປປ ລາວ ຮັບມື ໂຄວິດ-19

0
1250

ການສະໜອງທຶນເພີ່ມຕື່ມໃສ່ວຽກງານ COVID-19 ເພື່ອບັນລຸຄາດໝາຍການສັກວັກຊີນໃນ ສປປ ລາວ ໃຫ້ໄດ້ 50%

ນະຄອນຫຼວງວຽງຈັນ, 9 ມິຖຸນາ 2021 – ສປປ ລາວ ໄດ້ຮັບທຶນເພີ່ມຕື່ມ US$15 ລ້ານໂດລາສະຫະລັດ ເພື່ອຕອບໂຕ້ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ໃນປະເທດ, ສືບເນື່ອງຂໍ້ຕົກລົງລະຫວ່າງ ທະນາຄານໂລກ ແລະ ລັດຖະບານ ສປປລາວ.

ທຶນເພີ່ມຕື່ມນີ້ແມ່ນເປັນເງິນທຶນກູ້ຢືມ $10 ລ້ານໂດລາສະຫະລັດ ຈາກສະມາຄົມພັດທະນາສາກົນ (IDA) ແລະ ທຶນຊ່ວຍເຫຼືອລ້າ $5 ລ້ານໂດລາສະຫະລັດ ຈາກ ກອງທຶນຫຼາຍຝ່າຍເພື່ອຕອບໂຕ້ ແລະ ກຽມພ້ອມກໍລະນີເຫດສຸກເສີນດ້ານສາທາລະນະສຸກ (Health Emergency Response and Preparedness Multi-Donor Trust Fund). ສືບຕໍ່ຈາກ ການອະນຸມັດທຶນເບື້ອງຕົ້ນ $18 ລ້ານຈາກ ໂຄງການຕອບໂຕ້ກັບ COVID-19 ໃນເດືອນ ເມສາ 2020, ລັດຖະບານລາວໄດ້ຮຽກຮ້ອງການສະໜອງທຶນເພີ່ມຕື່ມໃນປີນີ້ ເພື່ອຂະຫຍາຍຕໍ່ໃນວຽກງານການສັກວັກຊີນ COVID-19. ລວມຍອດຂອງໂຄງການເປັນ $33 ລ້ານໂດລາສະຫະລັດ ຈາກທຶນບ້ວງໃໝ່ລວມເຂົ້າກັບທຶນຜ່ານມາ ແລະ ຈະຖືກນຳໃຊ້ເຂົ້າໃນວຽກງານສັກວັກຊີນ ແລະ ການສະໜອງທືນຕື່ມຮ່ວມກັບແຜນງານສະຫນອງວັກຊິນສາກົນ COVAX ແລະ ຂອງຜູ້ໃຫ້ທຶນອື່ນໆ.

ກອງທຶນຍັງຈະຖືກນຳໃຊ້ເພື່ອຊ່ວຍຈັດຊື້ວັກຊີນເພີ່ມຕື່ມ ເພື່ອໃຫ້ປະຊາຊົນ ສປປ ລາວ ສາມາດສັກວັກຊີນໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນ. ພະນະທ່ານ ດຣ ບຸນແຝງ ພົມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ຂໍ້ຕົກລົງໃໝ່ນີ້ “ຈະຊຸກຍູ້ແຜນແຫ່ງຊາດຂອງລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານສັກວັກຊີນໂກວິດໃຫ້ແກ່ປະຊາກອນ ພາຍຫຼັງຜົນສຳເລັດຂອງຂະບວນການສັກວັກຊີນໄລຍະທີ 1 ທີ່ຜ່ານມາ ແລະ ສືບຕໍ່ເລັ່ງໃສ່ການສັກວັກຊີນໃຫ້ແກ່ປະຊາກອນເປົ້າຫມາຍ ນອກນັ້ນ, ຂໍ້ຕົກລົງໃໝ່ນີ້ຈະສານຕໍ່ຜົນສຳເລັດໃນເບື້ອງຕົ້ນຂອງໂຄງການຕອບໂຕ້ ທີ່ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຕອບໂຕ້ສຸກເສີນ ແລະ ໄດ້ສະໜອງອຸປະກອນ ແລະ ເຄື່ອງມືການແພດສຳຄັນ ແລະ ສູນກັກກັນ ກໍຄື ການປິ່ນປົວພາຍໃຕ້ ຄຳຊີ້ນໍາ ຂອງຄະນະສະເພາະກິດ COVID-19 ແຫ່ງຊາດ.”

ໃນການສະໜອງທຶນລວມຂອງໂຄງການນັ້ນ, ປະມານ $9 ລ້ານໂດລາສະຫະລັດ ແມ່ນຈະຖືກຈັດສັນເພື່ອຈັດຊື້ວັກຊີນ. ລວມທັງການຈັດສັນຈາກ ກອງທຶນຫຼາຍຝ່າຍ ປະມານ $5.5 ລ້ານ ແມ່ນຈະຊ່ວຍຮັບປະກັນການສະໜອງວັກຊີນຕ້ານ COVID-19 ທີ່ປອດໄພ, ມີປະສິດທິຜົນ ແລະ ຄວາມສະເໝີພາບໃຫ້ແກ່ກຸ່ມເປົ້າໝາຍ ດັ່ງທີ່ກຳນົດໄວ້ໃນແຜນງານແຫ່ງຊາດ. ກິດຈະກຳການປະຕິບັດງານ ລວມມີ ການຝຶກອົບຮົມພະນັກງານສາທາລະນະສຸກກ່ຽວກັບການສັກວັກຊິນຢ່າງປອດໄພ ແລະ ມີປະສິດທີຜົນ, ການສັກວັກຊີນຢູ່ໂຮງໝໍແບບ ຄົງທີ່ ແລະ ແບບເຄື່ອນທີ່ ໃນເຂດຫ່າງໄກສອກຫຼີກ ກໍຄື ເຂດຊົນນະບົດ, ການ ຄຸ້ມຄອງບໍລິຫານ ແລະ ການຕິດຕາມແຜນງານການສັກວັກຊີນ. “ການສະໜອງທຶນເພີ່ມຕື່ມນີ້ ແມ່ນທັນເວລາ ໃນຍາມທີ່ ສປປ ລາວ ໄດ້ເຮັດວຽກຢ່າງຕັ້ງໜ້າເພື່ອຄວບຄຸມຄື້ນການລະບາດໃໝ່ຂອງພະຍາດ COVID-19,” ກ່າວໂດຍ ມາຣຽມ ເຊີມານ, ຫົວໜ້າທະນາຄານໂລກປະຈຳຫ້ອງການ ກຳປູເຈຍ, ສປປ ລາວ ແລະ ມຽນມາ.

“ຂະບວນການສັກວັກຊີນທີ່ກວ້າງຂວາງ ຕໍ່ເນື່ອງ ແລະ ບໍ່ຂ້ອງຄາ ມີຄວາມສຳຄັນຕໍ່ການຟື້ນຟູເສດຖະກິດຂອງປະເທດ ຈາກຄວາມຝືດເຄືອງ ຫຼ້າຊ້າ ທີ່ເກີດຈາກການລະບາດ. ພວກເຮົາເຫັນວ່າ ແຜນງານທີ່ລິເລີ່ມນີ້ເປັນການສານຕໍ່ວຽກງານການຕອບໂຕ້ການລະບາດພະຍາດໄດ້ຢ່າງເຂັ້ມແຂງ ຂອງ ສປປ ລາວ.” ໂຄງການຕອບໂຕ້ກັບ COVID-19 ເປັນສ່ວນໜຶ່ງຂອງວຽກງານສາທາລະນະສຸກໃນການຕອບໂຕ້ ຕ້ານກັບການລະບາດ ໂດຍການສະໜັບສະໜູນຂອງຄູ່ຮ່ວມພັດທະນາທີ່ຫລາກຫລາຍ ພາຍໃຕ້ການຊີ້ນຳຂອງ ກະຊວງສາທາລະນະສຸກ ແລະ ການສະຫນັບສະຫນຸນວຽກງານທາງດ້ານສາທາລະນະສຸກທີ່ມີຂອງ ທະນາຄານໂລກ ເຊັ່ນ ໂຄງການ-ແຜນງານຄຸ້ມຄອງບໍລິຫານສາທາລະນະສຸກ ແລະ ໂພຊະນາການ (ຜ-ບສພ) (HGNDP) ແລະ ໂຄງການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ໂພຊະນາການ (HANSA).

LEAVE A REPLY

Please enter your comment!
Please enter your name here