ນະຄອນດານັງ ມອບເງິນຊ່ວຍ 5 ແຂວງ ຂອງລາວ

0
993

ອີງຕາມການລາຍງານ ຂອງເພສມິເດຍລາວ, ວັນທີ 3 ມິຖຸນາ ທີ່ຜ່ານມາ, ການນໍານະຄອນດານັງ ສສ ຫວຽດນາມ ໄດ້ມອບເງິນຈໍານວນ 1 ຕື້ດົ້ງ (ສະກຸນເງິນຫວຽດນາມ) ໃຫ້ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນດານັງ ນໍາໄປມອບຕໍ່ໃຫ້ 5 ແຂວງພາກໃຕ້ ຂອງ ສປປ ລາວ ແຂວງລະ 200 ລ້ານດົ້ງຄື: ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19.

ດ່ານສາກົນລະໄລ ແຂວງກວາງຈິ້ ສສ ຫວຽດນາມ

ພິທີມອບ-ຮັບໄດ້ມີຂຶ້ນໃນວັນທີ 5 ມິຖຸນາ 2021 ຜ່ານມາ ຢູ່ດ່ານສາກົນລະໄລ ແຂວງກວາງຈິ້ ສສ ຫວຽດນາມ ເຊິ່ງກ່າວມອບແມ່ນ ທ່ານ ສຸນິວອນ ພິມມະສອນ ຮອງຫົວໜ້າກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນດານັງ ໂດຍມີພະແນກການຕ່າງປະເທດ ເຊິ່ງຕາງໜ້າໃຫ້ຄະນະພັກ-ຄະນະນໍາ 5 ແຂວງເປັນຜູ້ກ່າວຮັບ.

ເງິນທີ່ນໍາມາມອບຄັ້ງນີ້ ແມ່ນການຊ່ວຍເຫຼືອລ້າຢ່າງຈິງໃຈ ໂດຍຈຸດປະສົງເພື່ອແນໃສ່ຮ່ວມແຮງຮ່ວມໃຈໃນການຕ້ານ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19 ໂອກາດນີ້ ຕາງໜ້າໃຫ້ຄະນະພັກ-ຄະນະນໍາແຕ່ລະແຂວງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະນໍາ ແລະ ປະຊາຊົນຊາວນະຄອນດານັງ ສສ ຫວຽດນາມ ທີ່ເຫັນໄດ້ຄວາມໝາຍສໍາຄັນ ແລະ ຄວາມສາມັກຄີອັນແໜ້ນແຟ້ນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະກໍແມ່ນ 5 ແຂວງພາກໃຕ້ ຂອງ ສປປ ລາວ ກັບນະຄອນດານັງ ສສ ຫວຽດນາມ ແລະ ສັນຍາວ່າ ຈະນໍາໃຊ້ເງິນດັ່ງກ່າວ ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ໄດ້ຮັບຜົນດີທີ່ສຸດ.

LEAVE A REPLY

Please enter your comment!
Please enter your name here