ເຈົ້າແຂວງ ໄຊຍະບູລີ ຊຸກຍູ້ການປູກເຂົ້ານາປີຢູ່ເມືອງ ຊຽງຮ່ອນ

0
1608

ໃນວັນທີ 8 ມິຖຸນາ ປີນີ້ ທ່ານ ພົງ ສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງໄດ້ຕິດຕາມ ແລະ ຊຸກຍູ້ຂະບວນການຜະລິດລະດູຝົນ, ໂດຍສະເພາະແມ່ນການປູກເຂົ້ານາປີຂອງປະຊາຊົນເມືອງ ຊຽງຮ່ອນ, ໃຫ້ການຕ້ອນຮັບ ຂອງ ກຸ່ມຊາວນາ ເມືອງຊຽງຮ່ອນ.

ປະຈຸບັນຂະບວນການຜະລິດລະດູຝົນຢູ່ເມືອງ ຊຽງຮ່ອນ ແມ່ນສືບຕໍ່ເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນການປູກເຂົ້ານາປີ, ເຊິ່ງໃນປີນີ້ ມີເນື້ອທີ່ແຜນການຜະລິດລະດູຝົນລວມທັງໝົດ 10.900 ເຮັກຕາ, ເປັນເນື້ອທີ່ປູກເຂົ້າລວມມີ 4.158 ເຮັກຕາ, ໃນນັ້ນ: ເນື້ອທີ່ນາປີ 3.358 ຮຕ, ມາຮອດປັດຈຸບັນແມ່ນຕົກກ້າສຳເລັດ 100% , ກຽມດິນ ໄດ້ 80% ເທົ່າກັບ 2.686,56 ຮຕ, ປັກດຳໄດ້ 1.175,37 ຮຕ ເທົ່າກັບ 35% ແລະ ເນື້ອທີ່ເຂົ້າເນີນສູງແຜນການ 800 ຮຕ ມາຮອດປະຈຸບັນແມ່ນໄດ້ປູກສຳເລັດແລ້ວ 80%, ແນວພັນທີ່ປະຊາຊົນນໍາມາປູກສ່ວຍໃຫຍ່ແມ່ນພັນເຂົ້າປັບປຸງ ແລະ ພັນພື້ນເມືອງຈໍານວນໜຶ່ງ,

ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ຮຽກຮ້ອງໃຫ້ຊາວນາຈົ່ງ ເອົາໃຈໃສ່ໃນການປັກດໍາເຂົ້ານາປີໃຫ້ສໍາເລັດທ່ວງທັນກັບລະດູການ, ຂົງເຂດໃດທີ່ປັກດໍາແລ້ວກໍ່ເອົາໃຈໃສ່ເບິ່ງແຍງ, ບົວລະບັດຮັກສາດ້ວຍການໃສ່ຝຸ່ນ, ໃສ່ປຸຍ, ທັງນີ້ກໍ່ເພື່ອເຮັດໃຫ້ຜົນຂອງການຜະລິດໄດ້ຫຼາຍ, ນອກຈາກການປູກເຂົ້າແລ້ວກໍ່ຕ້ອງເອົາໃຈໃສ່ປູກພືດອື່ນໆອີກເຊັ່ນ: ໝາກເພັດ, ໝາກເຂືອ, ສາລີຫວານ, ເຜືອກ-ມັນ ພືດຜັກ ແລະ ອື່ນໆເພື່ອເປັນສະບຽງອາຫານແຮໄວ້ໃນຄອບຄົວ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

LEAVE A REPLY

Please enter your comment!
Please enter your name here