ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງກວດກາຕະຫຼາດບຶງທາດຫຼວງ

0
2897

ອີງຕາມການລາຍງານຂອງເພສ ຕະຫຼາດຂາຍສົ່ງຜະລິດຕະພັນກະສິກຳສາກົນບຶງທາດຫຼວງ ໃຫ້ຮູ້ວ່າ: ໃນຕອນເຊົ້າ ຂອງວັນທີ 08/06/2021 ທ່ານ ນາງວັນມະນີ ພິມມະສານ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານ ນັນຕາ ສານຸວົງ ຮອງພະແນກ ແລະ ຄະນະ ສົມທົບກັບຄະນະຄຸ້ມຄອງເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ລົງມາຢ້ຽມຢາມ ແລະ ກວດກາການຈັດສັນຕະຫຼາດບຶງທາດຫຼວງ ພາຍຫຼັງທີ່ມີກະແສຂ່າວ ແລະ ຫຼາຍພາກສ່ວນເປັນຫ່ວງເລື່ອງຄົນມາຫຼາຍ.

ທາງຜູ້ບໍລິຫານຕະຫຼາດບຶງທາດຫຼວງ ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ລາຍງານຕໍ່ຫົວໜ້າພະແນກ ອຄ.ນວ ແລະ ຄະນະຊາບວ່າ ໃນໄລຍະວັນເສົາ ວັນທີ 5 ແລະ ວັນອາທິດ ວັນທີ6 ມິຖຸນາ ທີ່ຜ່ານມາ ມີຜູ້ຄົນເຂົ້າມາໃຊ້ບໍລິການຫຼາຍຜິດປົກກະຕິ ເຊິ່ງອາດຈະມີຜົນມາຈາກການປິດຕະຫຼາດສະພານທອງ ແລະ ຕະຫຼາດສີຂຽວດອນກອຍ ເພື່ອທຳການອະນາໄມ ຈຶ່ງເຮັດໃຫ້ຜູ້ຄົນຫັນມາໃຊ້ບໍລິການຕະຫຼາດບຶງທາດຫຼວງຫຼາຍຂຶ້ນກວ່າທຸກມື້ ເຊິ່ງມາມື້ວັນຈັນ ແລະ ມື້ນີ້ (ວັນອັງຄານ) ກໍ່ກັບເຂົ້າສູ່ສະພາບປົກກະຕິແລ້ວ.

ເຊິ່ງທ່ານ ຫົວໜ້າພະແນກ ອຄ.ນວ ພ້ອມດ້ວຍຄະນະ ໄດ້ກວດກາເບິ່ງສະພາບການຈັດສັນໃນຕະຫຼາດກໍ່ເຫັນໄດ້ວ່າມີການຮັກສາໄລຍະຫ່າງລະຫວ່າງພໍ່ຄ້າ-ແມ່ຄ້າໃນລະດັບບໍ່ຕ່ຳກວ່າ 2ແມັດແລ້ວ ແລະ ຜູ້ຄົນເຂົ້າມາຈັບຈ່າຍໃຊ້ສອຍກໍ່ຢູ່ໃນລະດັບທີ່ປົກກະຕິ ບໍ່ໃກ້ຊິດກັນເກີນໄປ.

ພ້ອມກັນນັ້ນ, ທ່ານຍັງໄດ້ໃຫ້ທິດຊີ້ນຳໃນການຈັດສັນບາງຈຸດ ໂດຍສະເພາະແມ່ນພໍ່ຄ້າແມ່ຄ້າທີ່ມາຈາກຊົນນະບົດ ທີ່ນຳເອົາຜົນຜະລິດຂອງຕົນເຂົ້າມາຂາຍ ທີ່ບໍ່ແມ່ນພໍ່ຄ້າ/ແມ່ຄ້າທີ່ມາຈັບຈອງສະຖານທີ່ (ທີ່ເຂົ້າມາໃໝ່ໃນແຕ່ລະມື້) ໃຫ້ຈັດສັນໃຫ້ເຂົາເຈົ້າໃຫ້ຮັບປະກັນໃຫ້ມີໄລຍະຫ່າງບໍ່ຕ່ຳກວ່າ 2ແມັດ ເພື່ອປ້ອງກັນການແຜ່ເຊື້ອພະຍາດ Covid 19.

ແນວໃດກໍ່ຕາມ ທ່ານຍັງໃຫ້ສືບຕໍ່ການປະຕິບັດມາດຕະການການປ້ອງກັນພະຍາດຢ່າງເຂັ້ມງວດ ສືບຕໍ່ອັນໃດທີ່ປະຕິບັດໄດ້ດີແລ້ວໃຫ້ເຮັດໃຫ້ດີສະເໝີຕົ້ນສະເໝີປາຍ ໂດຍສະເພາະແມ່ນການກຳນົດເສັ້ນທາງເຂົ້າອອກຊັດເຈນ, ການກວດວັດອຸນຫະພູມຮ່າງກາຍ, ການໃສ່ຜ້າອັດປາກອັດດັງ, ມີເຈວລ້າງມືຢູ່ຈຸດຕ່າງໆໃນຕະຫຼາດ, ການໃຫ້ພໍ່ຄ້າຊາວຂາຍມີສະເປຣຂ້າເຊື້ອປະຈຳໂຕ ແລະ ການສີດພົ່ນຢາຂ້າເຊື້ອທຸກມື້ພາຍຫຼັງປິດຕະຫຼາດ.

ເຊິ່ງທາງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຄຸ້ມຄອງເຂດເສດຖະກິດພິເສດບຶງທາດຫຼວງກໍ່ຈະມີການຕິດຕາມກວດກາການຈັດຕັ້ງປະຕິັບັດຢູ່ເປັນໄລຍະໆ.

LEAVE A REPLY

Please enter your comment!
Please enter your name here