ການກໍ່ສ້າງທາງຊອຍເບຕົງ ບ້ານ ຫ້ວຍນົກກົດ ເມືອງ ຄອບ ແຂວງ ໄຊຍະບູລີ

0
1794

ອີງຕາມແຟນເພສ News.XBL ໃຫ້ຮູ້ວ່າ: ໃນຕອນບ່າຍ ຂອງວັນທີ 7 ມິຖຸນາ 2021 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການກໍ່ສ້າງເສັ້ນທາງຊອຍເບຕົງ ບ້ານຫ້ອຍນົກກົດ ເມືອງ ຄອບ, ໂດຍມີ ທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງ-ເມືອງ ຄອບ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ, ການກໍ່ສ້າງເສັ້ນທາງຊອຍປູດ້ວຍເບຕົງ ບ້ານ ຫ້ວຍນົກກົດ ມີ 3 ເສັ້ນຄື: ເສັ້ນທີ1 ມີຄວາມຍາວ 100 ແມັດ, ລວງກວ້າງ 3,5 ແມັດ, ຄວາມໜາ 15 ຊັງຕີແມັດ, ເສັ້ນທີ2 ມີຄວາມຍາວ 85 ແມັດ, ລວງກວ້າງ 4 ແມັດ, ຄວາມໜາ 15 ຊັງຕີແມັດ ແລະ ເສັ້ນທີ3 ມີຄວາມຍາວ 360 ແມັດ, ລວງກວ້າງ 7 ແມັດ, ຄວາມໜາ 15 ຊັງຕີແມັດ, ຮອດປະຈຸບັນແມ່ນສ້າງສໍາເລັດແລ້ວ 1 ເສັ້ນຄືເສັ້ນທີ1, ການກໍ່ສ້າງທາງດັ່ງກ່າວແມ່ນທືນສົມທົບລະຫວ່າງລັດ ແລະ ປະຊາຊົນໂດຍແມ່ນລັດໄດ້ສະໜອງປູນຈຳນວນ 150 ກວ່າໂຕນ, ສ່ວນປະຊາຊົນ ແມ່ນປະກອບສ່ວນແຮ່, ຊາຍ ແລະ ແຮງງານໃນການກໍ່ສ້າງ, ຄາດວ່າການກໍ່ສ້າງທາງທັງ 3 ເສັ້ນຈະໃຫ້ສຳເລັດໃນທ້າຍປີ 2021ນີ້, ໂອກາດດັ່ງກ່າວ.

ທ່ານເຈົ້າແຂວງກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງບ້ານທີ່ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ. ໃນການປຸ້ມລຸມສ້າງເສັ້ນທາງຊອຍເບຕົງພາຍໃນບ້ານຈົນສໍາເລັດແລ້ວ 1 ເສັ້ນ ແລະ ໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານຈົ່ງສືບຕໍ່ກໍ່ສ້າງເສັ້ນທາງທີ່ຍັງບໍ່ທັນແລ້ວອີກ 2 ເສັ້ນໃຫ້ສໍາເລັດຕາມແຜນການ, ການປະສົມປູນກໍ່ຕ້ອງໃຫ້ຖືກຕາມມາດຕະຖານທີ່ກໍານົດ, ທັງນີ້ກໍ່ເພື່ອເຮັດໃຫ້ໄດ້ຄຸນນະພາບດີ, ນໍາໃຊ້ໄດ້ຍາວນານ.

LEAVE A REPLY

Please enter your comment!
Please enter your name here