ເດີນທາງໄປອາວະກາດ ດ້ວຍຈະຫຼວດ ຂອງ Blue Origin ໃນເດືອນກໍລະກົດ ນີ້

0
1663

ຫຼາຍຄົນທຄົງຈະຮູ້ຈັກ Jeff Bezos ຫຼື ຜູ້ກໍຕັ້ງ Amazon ເວບໄຊ້ ແລະ ແອັບພິເຄຊັນ ຊື້-ຂາຍ ສິນຄ້າທີ່ໃຫຍ່ທີ່ສຸດ ໃນອາເມລິກາ ແລະ ເມື່ອບໍ່ດົນມານີ້ Jeff Bezos ໄດ້ເປີດເຜີຍວ່າ ຈະເດີນທາງໄປອາວະກາດກັບນ້ອງຊາຍ ໃນວັນທີ 20 ກໍລະກົດ ໃນທ່ຽວບິນ ຂອງ New Shepard ຊຶ່ງເປັນຈະຫຼວດ ຂອງບໍລິສັດ Blue Origin.

ສ່ວນສະມາຊິກຄົນທີ 3 3 ຈະໄດ້ຂຶ້ນດວງຈັນປນຳ ແມ່ນຈະຕ້ອງປະມູນທີ່ນັ່ງ ເຊິ່ງລາຄາຕອນນີ້ ແມ່ນ 2,8 ລ້ານ ໂດລາ, ທ່ຽວບິນດັ່ງກ່າວຈະໃຊ້ເວລາພຽງບໍ່ເທົ້າໃດນາທີ ຕັ້ງຕົ້ນຈົນຈົບ ແລະ ຈະລົງຈອດໂດຍອັດຕະໂນມັດໃນ 7 ນາທີ ຫຼັງຈາກຂຶ້ນເຄື່ອງຈະຫຼວດ ແລະ ແຄັບຊູນລູກເຮືອຈະລອຍອອກສູ່ພື້ນໂລກດ້ວຍຊູຊີບໃນອີກ 3 ນາທີ ຫຼັງຈາກນັ້ນ ໂດຍມີແຜນທີ່ຈະຈອດລົງໃນທະເລສາຍເວສເທັກຊັດ

ເຊິ່ງວັນທີ 20 ກໍລະກົດ ກໍຈະເປັນວັນຄົບຮອບ 52 ປີ ຂອງການລົງຈອດເທິງດວງຈັນ ຂອງ Apollo ໃນປີ 1969 ໂດຍ ນິວ ອາມສະຕອງ ແລະ ບັດ ອັດສະດິນ.

LEAVE A REPLY

Please enter your comment!
Please enter your name here