ຮອງເຈົ້າແຂວງຄຳມ່ວນ ລົງຕິດຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ບ້ານນາວາງໃຫຍ່

0
1384

ວັນທີ 01 ມິຖຸນາ 2021 ນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ພ້ອມດ້ວຍການນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງໄດ້ລົງຊຸກຍູ້, ຕິດຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຕິດພັນກັບສະຖານທີ່ທ່ອງທ່ຽວພຣະທາດຕູມພະວັງ ບ້ານນາວາງໃຫຍ່ ເມືອງໜອງບົກ.

ໂອກາດນີ້, ຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງ ກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ວັດພຣະທາດຕູມພະວັງ ເຊິ່ງໄດ້ເລີ່ມລົງມືການກໍ່ສ້າງໃນຕົ້ນເດືອນເມສາ ມາຮອດປັດຈຸບັນການກໍ່ສ້າງແມ່ນປະຕິບັດໄດ້ແລ້ວ 85% ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ 2021 ນີ້. ໂຄງການດັ່າງກ່າວ ມີຄວາມຍາວທັງໝົດປະມານ 300 ແມັດ.

ຈາກນັ້ນ, ຜູ້ຕາງໜ້າການນຳເມືອງ ກໍໄດ້ລາຍງານກ່ຽວກັບແຜນການຊຸກຍູ້ການທ່ອງທ່ຽວດ້ານວັດທະນະທຳ ຕິດພັນກັບ ພຣະທາດຕູມພະວັງ ໂດຍການຊຸກຍູ້ໃຫ້ມີຂະບວນການກິລາ, ການສະແດງສິລະປະ-ວັນນະຄະດີ ແລະ ການສົ່ງເສີມການຂາຍຜະລິດຕະພັນທາງດ້ານກະສິກຳ-ຫັດຖະກຳຂອງທ້ອງຖິ່ນ ຕິດພັນກັບການຈັດງານບຸນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວຫລາຍຂຶ້ນ ພາຍຫລັງທີ່ມີການຜ່ອນຄາຍຂອງພະຍາດໂຄວິດ-19.

ໃນໂອກາດດຽວກັນ, ທ່ານຮອງເຈົ້າແຂວງຄຳມ່ວນ ກໍໄດ້ມີຄຳເຫັນໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການຕໍ່ກັບວຽກງານການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ເປັນໄພອັນຕະລາຍທີ່ຮ້າຍແຮງຢູ່ໃນປະຈຸບັນ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ ແລະປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນເມືອງ, ຂັ້ນແຂວງເພື່ອວາງແຜນພັດທະນາ, ຄຸ້ມຄອງ ແລະ ປະຕິສັງຂອນພຣະທາດ ກໍຄື ການສ້າງຄຸນຄ່າໃຫ້ແກ່ມໍລະດົກອັນລໍ້າຄ່າ ທີ່ຕິດພັນກັບແຫລ່ງທ່ອງທ່ຽວແຫ່ງນີ້. ພ້ອມນັ້ນ, ກໍຕ້ອງໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກແກ່ ບໍລິສັດທີ່ມາຮັບເໝົາກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດ ແລະ ສຳເລັດຕາມໄລຍະເວລາທີ່ກຳນົດໄວ້.

LEAVE A REPLY

Please enter your comment!
Please enter your name here