ວັກຊີນ Pfizer ຕ້ານໂຄວິດ-19 ຊຸດໃໝ່ມາຮອດ ສປປ ລາວ ແລ້ວ

0
1771

ອີງຕາມການລາຍງານ ຈາກກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility) ມາຮອດ ສປປ ລາວ ແລ້ວ .

ວັນທີ 2 ມິຖຸນາ ປີ 2021 – ໃນມື້ນີ້ ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່   ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility), ຊຶ່ງ​ເປັນການຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO). ວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່ນີ້​ເເມ່ນປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100,620 ໂດສ.

ອີງຕາມແຜນປະຕິບັດການສັກ​​ວັກຊີນ​ກັນພະຍາດໂຄວິດ-19 ແຫ່ງຊາດ ​ທີ່​ລັດຖະບານແຫ່ງ ສປປ ລາວ ໄດ້ພັດທະນາຂຶ້ນ, ວັກຊີນຊຸດນີ້ເເມ່ນຈະໄດ້ນຳໃຊ້ເພື່ອທຳການສັກຢາກັນພະຍາດໃຫ້ແກ່ປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ​ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ​​. ​ການສັກວັກຊີນດັ່ງກ່າວນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນ ນະຄອນຫຼວງ​ວຽງຈັນ ເປັນຕົ້ນ ເເລະ ຈະໄດ້ຖືກຜັນຂະຫຍາຍໄປສູ່​ເຂດທີ່ມີຄວາມສ່ຽງສູງອື່ນໆ ເຊັ່ນ: ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: “ການມາຮອດຂອງ​ວັກຊີນຟາຍເຊີ ແມ່ນທັນການກັບເປົ້າໝາຍ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ວາງໄວ້ໃນການສັກວັກຊີນກັນພະຍາດໂຄວິດ-19 ເພຶ່ອປົກປ້ອງ 50% ຂອງຈຳນວນປະຊາກອນທັງໝົດໃນປີ 2021. ວັກຊີນເຫລົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດກ້າວໄປສູ່ການບັນລຸເປົ້າໝາຍດັ່ງກ່າວ. ຂ້າພະເຈົ້າຍັງຂໍເນັ້ນຕື່ມອີກວ່າ ເຖິງເເມ່ນວ່າວັກຊີນຈະຊ່ວຍໃຫ້ບັນດາປະເທດຕ່າງໆຄວບຄຸມພະຍາດໂຄວິດ-19, ພວກເຮົາກໍຍັ່ງຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງ​ສັງຄົມ,ໃສ່ໜ້າກາກອະນາໄມ ເເລະ ໝັ່ນລ້າງມືຂອງຕົນ​ເປັນປະຈຳ, ເຖິງແມ່ນວ່າທ່ານໄດ້ສັກຢາວັກຊິນກັນພະຍາດໂຄວິດ-19  ຄົບ 2 ເຂັມແລ້ວກໍ່ຕາມ.​”  

ວັກຊີນກັນພະຍາດໂຄວິດ-19  ທີ່ນຳໃຊ້ໃນ ສປປ ລາວ ເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ​ ເເລະ ກົມອາຫານແລະຢາ ຂອງກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ. ວັກຊີນຟາຍເຊີ ໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 31 ເດືອນທັນວາ ປີ 2020.

ທ່ານ ດຣ. ມາກ ຈາກອບສ໌​, ຜູ້ຕາງໜ້າອົງການອະນາໄມໂລກ  ປະຈຳ ສປປ ລາວ ກ່າວວ່າ: “ພວກເຮົາຍິນດີຕ້ອນຮັບດ້ວຍ​ຄວາມປຶ້ມປິຕິ ​ວັກຊີນຟາຍເຊີ ຊຸດນີ້ຈາກໂຄງການ COVAX Facility.

ໃນປະຈຸບັນນີ້, ວັກຊິນກັນພະຍາດໂຄວິດ-19 ທັງ 3 ຊະນິດ ທີ່ໄດ້​ນຳໃຊ້ໃນ ສປປ ລາວ ລ້ວນແຕ່ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ແລ້ວ ເເລະ ຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ, ແລະ ປະສິດທິຜົນ ຂອງວັກຊິນເຫລົ່ານີ້. ຂ້າພະເຈົ້າຂໍຖືໂອກາດນີ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນການເສີມສ້າງຂີດ​ຄວາມສາມາດໃນການຮອງຮັບວັກຊີນຟາຍເຊີ ຊຶ່ງເປັນວັກຊີນທີ່ຕ້ອງການ ການເກັບຮັກສາເປັນພິເສດເພື່ອຮັກສາປະສິດທິພາບຂອງວັກຊີນ.”

LEAVE A REPLY

Please enter your comment!
Please enter your name here