foopanda ມອບເງິນຊື້ເຂົ້າສານໃຫ້​ແກ່ຄົນທີ່​ມີ​ຄວາມພິການ!

0
1833

ຍອມຮັບເລີຍວ່າ ການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບໃຫ້ກັບຫຼາຍພາກສ່ວນ ແລະ ສ້າງຄວາມຫຍຸ້ງຍາກຫຼາຍໃນການດຳລົງຊີວິດຂອງປະຊາຊົນລາວ ແລະ ຍັງມີອີກກຸ່ມ​ຄົນໜຶ່ງທີ່ໄດ້ຮັບຜົນກະທົບເຊັ່ນ​ກັນ ນັ້ນກໍ່ຄື ຄົນ​ທີ່​ມີ​ຄວາ​ມພິການ. 

ໃນວັນທີ 28 ພຶດສະພາ 2021ທີ່​ຜ່ານ​ມາ, ​ທາງບໍລິສັດ ເດລີເວິຣີ ຮີໂຣ ລາວຈຳກັດຜູ້ດຽວ ຫຼື ຟູດແພນດ້າ ໄດ້ມອບເງິນຊ່ວຍເຫຼືອ ໃຫ້ກັບ ອົງການເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ຈຳນວນ 34,000,000 ກີບ ເພື່ອນຳໄປຊື້ເຂົ້າສານ ແລະ ນຳໄປມອບໃຫ້ຄົນທີ່​ມີ​ຄວາ​ມພິ​ການ ແລະ ຄອບ​ຄົວ​ຂອງ​ພວກ​ເຂົາທີີ່ຂາດແຄນ ຢູ່ 2 ແຂວງຄື ແຂວງ ສະຫວັນນະເຂດ ແລະ ແຂວງ ຊຽງຂວາງ.

ການແຈກຢາຍເຂົ້າສານແມ່ນຈະແຈກຢາຍໃຫ້ກັບ​ຄົນ​ທີ່​ມີ​ຄວາມ​ພິ​ການ ແລະ ຄອບຄົວຂອງ​ພວກ​ເຂົາ ໃນທຸກໆສອງອາທິດ ສຳຫຼັບ 6 ເດືອນໂດຍຜ່ານໜ່ວຍງານ​ທ້ອງ​ຖິ່ນ​ທີ່​ກ່ຽວ​ຂ້ອງ, ເຊິ່ງການແຈກຢາຍແມ່ນແບ່ງອອກເປັນສອງໄລຍະຄື: ໄລຍະທີ ໜຶ່ງ, ເຂົ້າສານຈະຖືກນຳສົ່ງໄປມອບໃຫ້ກັບ 25 ຄອບຄົວໃນ​ກາງ​ເດືອນ​ມິ​ຖຸ​ນາ ແລະ ໄລຍະທີສອງແມ່ນຈະໄດ້ແຈກ​ຢາຍພາຍໃນ​ປີນີ້​ຕາມພາຍຫຼັງ​.

ສຳຫຼັບໜ່ວຍງານໃດທີ່ຕ້ອງການປະກອບສ່ວນຊ່ວຍເຫຼືອຄົນ​ທີ່​ມີ​ຄວາມ​ພິ​ການ ແລະ ກຸ່ມ​ຄົນ​ດ້ອຍ​ໂອ​ກາດ, ທ່ານສາມາດຕິດຕໍ່ຫາ ອົງການເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ  ໄດ້. ສຳຫຼັບລາຍລະອຽດເພີ່ມ​ຕື່ມ​ສາ​ມາດ​ເບິ່ງໄດ້ທີ່: https://laos.worlded.org/ ຫຼື Facebook: welaopdr

LEAVE A REPLY

Please enter your comment!
Please enter your name here