ຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ປຶກສາຫາລືການແກ້ໄຂບັນຫາ ໂຄວິດ-19

0
1717

ຕອນເຊົ້າວັນທີ 27 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ, ຄະ ນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ ແລະ ນະ ຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 21 ພຶດສະພາ ຫາວັນທີ 4 ມິຖຸນາ 2021 ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ; ມີບັນດາທ່ານ ໃນຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດມາດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ໂດຍສະເພາະ 7 ວັນ ພາຍຫຼັງມີມາດຕະການເພີ່ມເຕີມ ແລະ ຜ່ອນຜັນ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຈາກກອງເລຂາຄະນະສະເພາະກິດຂັ້ນສູນກາງ ແລະ ຄະນະສະເພາະກິດນະຄອນຫຼວງ ວຽງຈັນ ໂດຍສະເພາະ ອັນທີ່ເຮັດໄດ້ດີ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ສະເໜີບາງມາດຕະການ ເພື່ອປັບປຸງແກ້ໄຂ ແລະ ເພີ່ມຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດຂຶ້ນຕື່ມ ເພື່ອໃຫ້ໄດ້ຮັບຜົນດີ.

ພາຍຫຼັງຮັບຟັງການລາຍງານ ແລະ ປຶກສາຫາລື, ທ່ານປະທານກອງປະຊຸມ ໄດ້ຊີ້ນຳໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ສືບຕໍ່ປະຕິບັດມາດຕະການທີ່ກຳນົດໃນແຈ້ງການ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ ແລະ ເດັດຂາດ ຂຶ້ນຕື່ມ, ສຳລັບມາດຕະການຜ່ອນຜັນ ໃຫ້ປະຕິບັດບົນພື້ນຖານຫຼັກການຮັບປະກັນການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດ ຢ່າງເຂັ້ມງວດ; ລະດົມພາກສ່ວນຕ່າງໆ ເປັນຕົ້ນ ອົງການປົກຄອງ, ທະຫານ, ຕຳຫຼວດ ເພື່ອຕິດຕາມ ກວດກາ ການເຂົ້າ-ອອກ, ໂຄສະນາ ເຜີຍແຜ່ຄວາມອັນຕະລາຍ ຂອງພະຍາດ ໂຄວິດ-19 ແລະ ການປ້ອງກັນຕິດເຊື້ອ ແລະ ແຜ່ເຊື້ອ; ມີມາດຕະການເດັດຂາດ ຕໍ່ຜູ້ລະເມີດມາດຕະການທີ່ວາງອອກ; ປຸກລະດົມປະຊາຊົນເຂົ້າຮ່ວມ ຂະບວນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ; ໃຫ້ການຈັດຕັ້ງບ້ານ ເປັນເຈົ້າການ ຕິດຕາມການເຄື່ອນໄຫວຂອງບຸກຄົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະບ້ານເຂດແດງ ແລະ ເຂດເຫຼືອງ. ພ້ອມນີ້, ໃຫ້ຂະແໜງສາທາລະນະສຸກ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການທາງການແພດ ໃຫ້ດີທີ່ສຸດ ເປັນຕົ້ນ ການເຝົ້າລະວັງ, ການກວດຫາເຊື້ອ, ການປ້ອງກັນ, ການສັກວັກຊີນ, ການປິ່ນປົວຜູ້ຕິດເຊື້ອ ແລະ ອື່ນໆ ພ້ອມທັງ ສົມທົບອົງການປົກຄອງນະ ຄອນຫຼວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໃນການຕິດຕາມເອົາຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ ແລະ ກຸ່ມສ່ຽງມາກວດຫາເຊື້ອ ແລະ ຈຳກັດບໍລິເວນໃຫ້ຄົບ 14 ວັນຕາມລະບຽບການ; ໃຫ້ກະຊວງສາທາລະນະສຸກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງການເງິນ ຄົ້ນຄວ້າ ປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານແພດ-ໝໍ, ເຈົ້າໜ້າທີ່ທະຫານ, ຕຳຫຼວດ ຕາມລະບຽບການ ແລະ ໃຫ້ທັນການ. ແຕ່ນີ້ ຮອດວັນທີ 04 ມິຖຸນາ 2021 ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງສູ້ຊົນເຮັດໜ້າທີ່ໃຫ້ດີທີ່ສຸດ ໂດຍນຳໃຊ້ທຸກທ່າແຮງທີ່ມີ, ສິ່ງສຳຄັນ ການຊີ້ນຳການປ້ອງກັນ ແລະ ແກ້ໄຂບັນຫາ ການແຜ່ລະບາດ ຂອງເຊື້ອພະຍາດນີ້ ໃຫ້ຄືກັນກັບ ບັນຊາການຕໍ່ສູ້ໃນສະໜາມຮົບ.

ພາບ ແລະ ຂ່າວ: ກົມປະຊາສຳພັນ, ຫສນຍ

LEAVE A REPLY

Please enter your comment!
Please enter your name here