ຂໍຂອບໃຈ ລັດຖະບານ ອາເມລິກາ ມອບການຊ່ວຍເຫຼືອ ໃຫ້ກະຊວງສາທາລະນະສຸກ ມູນຄ່າ 1.870.000.000 ກີບ

0
1733

ລັດຖະບານ ສະຫະລັດອາເມລິກາ ມອບຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ໃຫ້ກະຊວງສາທາລະນະສຸກ

ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870.000.000 ກີບ ມາມອບໃຫ້ກະຊວງສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021 ຕາງໜ້າມອບໂດຍ, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະ ລັດອາເມລິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະ ຊວງສາທາລະນະສຸກ, ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກ ທີ່ນຳມາມອບໃນຄັ້ງນີ້, ແມ່ນເປັນການມອບຄັ້ງທຳອິດ ຈາກການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫລືອ ຂອງສູນບັນຊາການກອງທັບສະຫະ ລັດ ປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງ ທົ່ວປະເທດຂອງ ສປປ ລາວ.

ທ່ານ ປີເຕີ ເຮມ໋ອນ ໄດ້ຊົມເຊີຍຕໍ່ລັດຖະບານລາວ ທີ່ສາມາດສືບຕໍ່ຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ພ້ອມທັງຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ໃນການຄວມຄຸມພະຍາດໂຄວິດ-19, ເຊິ່ງສ່ວນໜຶ່ງຂອງການສືບຕໍ່ການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.

ໃນໄລຍະຫລາຍປີທີ່ຜ່ານມາ, ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ແລະ ກົມເສນາຮັກ, ກະຊວງປ້ອງກັນປະ ເທດ ຂອງ ສປປ ລາວ ໃນການຊ່ວຍເຫລືອ ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສະທາລະ ນະສຸກຂອງປະຊາຊົນລາວ, ເຊິ່ງເປັນການປະກອນສ່ວນທີ່ມີມູນຄ່າຫລາຍກວ່າ 2,4 ລ້ານໂດລາສະ ຫະລັດ ໃນຂົງເຂດວຽກງານສ້າງອາຄານໂຮງໝໍ, ລົດແພດສຸກເສີນພາກສະໜາມ, ອຸປະກອນການແພດໃນຫ້ອງວິເຄາະ, ອຸປະກອນທີ່ໃຊ້ໃນການກວດພະຍາດໂຄວິດ-19 ແລະ ຊຸດອຸປະກອນການແພດ.

LEAVE A REPLY

Please enter your comment!
Please enter your name here