ແຂວງກວາງບິ່ງ ສສ ຫວຽດນາມ ຊ່ວຍເຫລືອອຸປະກອນ ການແພດໃຫ້ ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ

0
1172


ພິທີມອບ-ຮັບ ການຊ່ວຍເຫລືອ, ອຸປະກອນການແພດ ລະຫວ່າງ ແຂວງກວາງບິ່ງ ສສ ຫວຽດນາມ ໃຫ້ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ເພື່ອຮັບໃຊ້ເຂົ້າ ໃນວຽກງານ ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ມູນຄ່າ 2 ຕື້ດົ້ງ ຫລື ປະມານ 842 ລ້ານ ກວ່າກີບ.

ພິທີ ມອບ-ຮັບ ດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 16 ພຶດສະພາ 2021 ທີ່ ຫລັກໝາຍຊາຍແດນ 528 ດ້ານສາກົນນາເພົ້າ-ຈາລໍ ແຂວງ ຄຳມ່ວນ, ຝ່າຍແຂວງກວາງບິ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ວູ້ດ່າຍຖັງ ກຳມະການສູນກາງພັກ ເຂລາພັກແຂວງ ແຂວງກວາງບິ່ງ, ແຂວງສະຫວັນນະເຂດ ສປປ ລາວ ນຳໂດຍ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເຂລາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມຄະນະ ແລະ ແຂວງຈຳປາສັກ ນຳໂດຍ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເຂລາພັກແຂວງ ເຈົ້າແຂວງຈໍາປາສັກ ມີ ຄະນະຄຸ້ມຄອງດ່ານ, ຄະນະຜູ້ແທນ, ພະແນກການທີ່ກ່ຽວຂ້ອງ ຈາກແຂວງ ກວາງບິ່ງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ເຂົ້າຮ່ວມ

ໃນໂອກາດດັ່ງກ່າວ, ສະຫາຍ ວູ້ດ່າຍຖັງ ໄດ້ກ່າວຈຸດປະສົງ ແລະ ຄວາມຕັ້ງໃຈຂອງພັກ, ລັດຖະບານ ສສ ຫວຽດນາມ. ເວົ້າລວມ, ເວົ້າສະເພາະ ກໍ່ຄື ຄະນະພັກ, ອົງການປົກຄອງ ແລະ ປະ ຊາຊົນແຂວງກວາງບິ່ງ ທີ່ເຫັນໄດ້ຄວາມສຳຄັນ ລະຫ່ວາງ ສອງປະເທດ ທີ່ມີສາຍພົວພັນອັນສະໜິດ ແໜ້ນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຍາມທຸກຍາກ ເຖິງແມ່ນວ່າ ສສ ຫວຽດນາມ ຈະມີຜູ້ຕິດ ເຊື້ອພະຍາດໂຄວິດ-19 ກໍ່ຕາມ ແຕ່ກໍ່ບໍ່ໄດ້ປະຖິ້ມບັນດາເພື່ອນມິດສະຫາຍ.

ໂອກາດນີ້, ສະຫາຍ ວິໄລວົງ ບຸດດາຄຳ ຕາງໜ້າໃຫ້ອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນລາວ ບັນດາເຜົ່າ ຊາວແຂວງຈຳປາສັກ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ນໍ້າໃຈ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງ ກວາງບິ່ງ ທີ່ມີໃຫ້ແກ່ແຂວງຈຳປາສັກ ໃນຄັ້ງນີ້. ພິເສດ ແມ່ນການປະກອບສ່ວນຊ່ວຍເຫລືອແບ່ງເບົາ ໃນຍາມປະສົບຄວາມຫຍຸ້ງຍາກລຳບາກ ແລະ ທ້າທາຍ, ເຊິ່ງປະທານໂຮ່ຈິມິງ ໄດ້ສັ່ງສອນພວກເຮົາວ່າ: “ຊ່ວຍເພື່ອນກໍຄືຊ່ວຍຕົນ”, ແຂວງຈໍາປາສັກ ພວກຂ້າເຈົ້າ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະຄຸ້ມຄອງນຳໃຊ້ອຸປະກອນ, ເຄື່ອງມືການແພດດັ່ງກ່າວ ເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທີ່ແຂວງຈໍາປາສັກ ໃຫ້ຖືກຕາມຈຸດປະສົງເປົ້າໝາຍ ແລະ ເກີດປະສິດທິຜົນສູງສຸດ ເພື່ອພື້ນຟູສະພາບເສດຖະກິດ-ສັງຄົມ ແລະ ຊິວິການເປັນຢູ່ຂອງປະຊາຊົນ ໃຫ້ກັບສູ່ສະພາບປົກກະຕິໄດ້ໂດຍໄວ.

ການຊ່ວຍເຫລືອ, ອຸປະກອນການແພດ ທີ່ນຳມາມອບໃນຄັ້ງນີ້ ມີຜ້າອັດປາກ – ດັງ, ຊຸດແພດປ້ອງກັນ ແລະ ຄວບຄຸມພະຍາດລະບາດ, ນ້ຳຢາລ້າງມືຂ້າເຊື້ອ. ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ແມ່ນໄດ້ມູນຄ່າ ແຂວງລະ 1 ຕື້ດົ້ງ ຫລື ປະມານ 421 ລ້ານກວ່າກີບ.

ຂ່າວ-ຮູບ: ທັດຊະນະ

LEAVE A REPLY

Please enter your comment!
Please enter your name here