ແຂວງອຸດົມໄຊ ປົວຜູ່ຕິດເຊື້ອ ໂຄວິດ-19 ຫາຍດີ ອອກໂຮງໝໍອີກ 3 ຄົນ

0
1248

16/5/2021 ຂ່າວດີຂອງແຂວງອຸດົມໄຊຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສາມກໍລະນີ 6-7-8 ໄດ້ປິ່ນປົວຫາຍດີ. ໃນນີ້ເພດຍິງ 2 ກໍລະນີ ແລະ ເພດຊາຍ 1 ກໍລະນີ ທັງສາມກໍລະນີຢູ່ບ້ານ ປາກແບງ, ເມືອງປາກແບງ,ແຂວງອຸດົມໄຊ ໄດ້ຢັ້ງຢືນຈາກໂຮງໝໍແຂວງໃຫ້ທັງສາມຄົນອອກໂຮງໝໍເພື່ອຕິດຕາມອາການຢູ່ເຮືອນ ສະແດງຄວາມຂອບໃຈມາຍັງຄະນະແພດປິ່ນປົວຢູ່ໂຮງໝໍແຂວງອຸດົມໄຊທີ່ໄດ້ທຸ່ມເທກຳລັງກາຍກຳລັງໃຈເອົາໃຈໃສ່ເຂົ້າໃນການປິ່ນປົວຄົນເຈັບທີ່ຕິດເຊືິ້ອຈົນຫາຍດີ ປັດຈຸບັນພວມປິ່ນປົວອີກ1ກໍລະນີ ເປັນກໍລະນີທີ່ 9 ຂອງແຂວງອຸດົມໄຊຫວັງວ່າອີກບໍ່ດົນຄົງຈະຫາຍດີແລະອຸດົມໄຊເຮົາຈະກັບຄືນສູ່ສະພາບປົກກະຕິໃນໄວໆນີ້.ຂໍໃຫ້ທຸກຄົນຮ່ວມແຮງຮ່ວມໃຈກັນປ້ອງກັນແລະແກ້ໄຂການລະບາດຂອງພະຍາດໂຄວິດ-19.

ປະຈຸບັນ, ສປປ ລາວ ມີຜູ່ຕິດເຊື້ອ ສະສົມ ຢູ່ທີ 1591​ ຄົນ, ເສຍຊີວິດ 2 ຄົນ, ປົວດີ ທັງໝົດ 574 ຄົນ ແລະ ກໍາລັງປິ່ນປົວ ແມ່ນ 1015 ຄົນ.

LEAVE A REPLY

Please enter your comment!
Please enter your name here