ລັດຖະບານອອກ 10 ນະໂຍບາຍ ແລະ 9 ມາດຕະການໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດຂອງຊາດ

0
2947

ລາຍງານຈາກ ວິທະຍຸກະຈາຍສຽງແຫ່ງຊາດ Lao National Radio ໃຫຮູ້ວ່າ: ທ່ານນາງຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໃຫ້ຮູ້ ໃນໂອກາດເຂົ້າຮ່ວມຖະແຫລງຂ່າວນຳກອງເລຂາຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 10 ພຶດສະ ພາ 2021 ທີ່ກະຊວງສາທາລະນະສຸກວ່າ: ນັບແຕ່ມີການລະບາດຂອງພະຍາດໂຄວິດ 19 ໃນຕົ້ນປີ 2020. ລັດຖະບານໄດ້ໃຫ້ບູລິມະສິດຄວາມສຳຄັນໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດ ສປປ ລາວ,

ມາຮອດປະຈຸບັນລັດຖະບານໄດ້ມີມາດຕະການອະນຸຍາດໃຫ້ພາກການຜະລິດ ແລະ ບໍລິການສາມາດດຳເນີນທຸລະກິດໄດ້, ແຕ່ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ເພື່ອເຮັດໃຫ້ເສດຖະກິດມີສະພາບປົກກະຕິ, ເຖິງຢ່າງໃດກໍ່ຕາມຫລາຍຂະແໜງການຜະລິດ ແລະ ການບໍລິການເປັນຕົ້ນຂະແໜງການທ່ອງທ່ຽວ ແລະ ການບໍລິການທີ່ປິ່ນອ້ອມ ແລະ ຂະແໜງອຸດສາຫະກຳປຸງແຕ່ງ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການລະບາດ ພະຍາດໂຄວິດ 19 ຮອບໃໝ່; ສະນັ້ນ ລັດຖະບານໄດ້ຄົ້ນຄ້ວາມາດຕະການຟື້ນຟູເສດຖະກິດຈຳນວນໜຶ່ງເພື່ອຊວ່ຍຊຸກຍູ້ໃຫ້ການຜະລິດ ແລະ ການບໍລິການໃຫ້ມີການຂະຫຍາຍຕົວໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້.

ເພື່ອສືບຕໍ່ຊຸກຍູ້ການດໍາເນີນທຸລະກິດ ກໍ່ຄື ການອະນຸຍາດການລົງທຶນ ຢູ່ ສປປ ລາວ ໃຫ້ເປັນປົກກະຕິໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ຮອບໃໝ່ນີ້, ທາງກະຊວງ ແຜນການ ແລະ ການລົງທຶນ ໄດ້ມີການຈັດຕັ້ງປະຕິບັດຄືດັ່ງນີ້:

ໄດ້ສຸມໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດ ຄໍາສັງເລກທີ 15 ຂອງນາຍົກລັດຖະມົນຕີ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ 19, ກະຊວງ ແຜນການ ແລະ ການລົງທຶນ ໄດ້ສືບຕໍ່ຊຸກຍູ້ໃຫ້ບັດດາວິສາຫະກິດຕ່າງໆໃຫ້ຈັດຕັ້ງປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຂອງພາກສ່ວນກ່ຽວຂ້ອງໄດ້ວາງອອກ, ພ້ອມທັງຊຸກຍູ້ໃຫ້ບັນດາວິສາຫະກິດຕ່າງໆໃຫ້ສາມາດດໍາເນີນກິດຈະການຂອງຕົນເອງໄດ້ ເປັນຕົ້ນແມ່ນໂຄງການໄຟຟ້າ, ໂຄງການບໍ່ແຮ່, ໂຄງການທາງລົດໄຟ, ທາງດ່ວນ, ພ້ອມທັງການອໍານວຍຄວາມສະດວກໃຫ້ນໍາເຂົ້າ ຊ່ຽວຊານ ແລະ ແຮງງານຕ່າງປະເທດເຂົ້າມາຮັບໃຊ້ໃນໂຄງການຕ່າງໆ ຕາມກໍານົດເວລາ ໂດຍໃຫ້ປະຕິບັດມາດຕະການຂອງຄະນະສະເພາະກິດ ໂຄວິດ 19 ຢ່າງເຂັ້ມງວດ.

ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ອອກແຈ້ງການ ສະບັບເລກທີ 0449/ກຜທ.ຫຂສພ.05 ຄັ້ງວັນທີ 27 ເມສາ 2021 ວ່າດ້ວຍການດໍາເນີນກິດຈະການຂອງບັນດາໂຮງງານ, ບໍລິສັດ, ຫ້າງຮ້ານໃນເຂດເສດຖະກິດພິເສດ ພ້ອມທັງໃຫ້ແຕ່ລະເຂດສືບຕໍ່ການຈັດຕັ້ງປະຕິບັດມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດ, ໂດຍສະເພາະໂຮງງານຕັດຫຍີບ ແລະ ໂຮງງານຜະລິດເກີບໃນເຂດເສດຖະກິດພິເສດ ແມ່ນໃຫ້ຈັດຕັ້ງປະຕິບັດຕາມແຈ້ງການເລກທີ 0323/ອຄ.ກອຫ ຂອງກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ. ສໍາລັບກິດຈະການອື່ນໆ ທີ່ເຄື່ອນໄຫວຢູ່ໃນເຂດເສດຖະກິດພິເສດ ສືບຕໍ່ຈັດຕັ້ງປະຕິບັດມາດຕະການສະກັດກັ້ນທີ່ ກະຊວງ ຜທ ວາງອອກ ຢ່າງເດັດຂາດ. ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າວິສາຫະກິດຈໍານວນໜຶ່ງກໍ່ໄດ້ຢຸດການເຄື່ອນໄຫວ ແລະ ປິດກິດຈະການຊົ່ວຄາວ, ແຕ່ກໍ່ມີຈໍານວນໜຶ່ງ ສືບຕໍ່ດຳເນີນກິດຈະການ ເນື່ອງຈາກວ່າມີການຕິດພັນກັບ ສັນຍາຜູກພັນກັບຄູ່ຄ້າ ແຕ່ກໍ່ໄດ້ ປະຕິບັດມາດຕະການຕາມຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ການສິດຢາຂ້າເຊື້ອ, ວັດແທກອຸ່ນນະພູມ, ໃສ່ຜ້າອັດປາກ-ດັງ, ເຈວລ້າງມື ແລະ ສັບປ່ຽນຜຽນກັນເພື່ອທໍາການຜະລິດ, ຮັກສາໄລຍະຫ່າງ ຢ່າງເຄັ່ງຄັດ. ພ້ອມທັງປຸກລະດົມໃຫ້ກໍາມະກອນ ເຂົ້າໃຈສະພາບ ແລະ ໄປກວດກາສຸຂະພາບ ພ້ອມທັງ ສິດຢາວັກຊີນ ຕາມຄະນະສະເພາະກິດວາງອອກ.

ສໍາລັບນະໂຍບາຍດ້ານການເງີນ ຕໍ່ກັບຜູ້ລົງທຶນ, ຫົວໜ່ວຍທຸລະກິດໃດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19, ຊຶ່ງເຮັດໃຫ້ ບໍລິສັດມີການຂາດທຶນ. ຜູ້ດໍາເນີນທຸລະກິດ ທີ່ເສຍອາກອນກໍາໄລຕາມລະບົບການຖືບັນຊີ ທີ່ມີການຂາດທຶນໃນປີ, ໂດຍມີການຢັ້ງຢືນຈາກອົງການກວດສອບບັນຊີ ຫຼື ບໍລິສັດກວດສອບບັນຊີເອກະລາດ ແລະ ມີການຮັບຮູ້ຈາກຂະແໜງ ການສວຍສາອາກອນ ແມ່ນມີສິດຍົກເງີນຂາດທຶນດັ່ງກ່າວ ໄປຫັກອອກຈາກກໍາໄລຂອງປີຖັດໄປ ພາຍໃນເວລາ ຫ້າປີ ຕິດຕໍ່ກັນ. ສໍາລັບທຸລະກິດກ່ຽວກັບການປູກຝັງ, ລຽງສັດ ທີ່ຂາດທຶນຍ້ອນເກີດພະຍາດລະບາດ ຫຼື ໄພພິບັດຈາກທໍາມະຊາດ ມີສິດຍົກເງີນຂາດທຶນດັ່ງກ່າວໄປຫັກອອກຈາກກໍາໄລຂອງປີຖັດໄປ ບໍ່ເກີນ 10 ປີ. ເມື່ອໝົດກໍານົດແລ້ວ ເງີນຂາດທຶນທີ່ຍັງຫັກບໍ່ໝົດນັ້ນ ຈະບໍ່ອະນຸຍາດໃຫ້ຫັກຕໍ່ໄປອີກ ຍົກເວັ້ນກິດຈະການທີ່ມີລາຍຮັບ ຫຼື ກໍາໄລ ຫຼັງຈາກການລົງທຶນເກີນກວ່າ ຫ້າປີ. ອີງຕາມມາດຕາທີ 23 ການຍົກເງີນຂາດທຶນປະຈໍາປີ ຂອງກົດໝາຍວ່າດ້ວຍ ອາກອນລາຍໄດ້, ສະບັບເລກທີ 67/ສພຊ, ລົງວັນທີ 18 ມີຖຸນາ 2019.

ພ້ອມກັນນີ້, ໃນການແກ້ໄຂບັນຫາຕ່າງໆທາງດ້ານເສດຖະກິດໃນໄລຍະການແຜ່ລະບາດຂອງພະ ຍາດໂຄວິດ 19, ກະຊວງແຜນການ ແລະ ການລົງທຶນ ນໍາໂດຍ ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເປັນຫົວໜ້າຄະນະສະເພະກິດດັ່ງກ່າວ ໄດ້ລົງໄປຢ້ຽມຢາມຕິດຕາມຊຸກຍູ້ແກ້ໄຂບັນຫາ ບັນດາຫົວໜ່ວຍທຸລະກິດ ແລະ ຮັບຄໍາຮ້ອງຮຽນຈາກຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ໃນການແກ້ໄຂບັນຫາຕ່າງໆ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດ ສາມາດຜ່ານຜ່າບັນຫາຂໍ້ຫຍຸ້ງຍາກຕ່າງໆໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ຊີ້ນໍາການແກ້ໄຂພາຍຫຼັງການແຜ່ລະບາດສີ້ນສຸດລົງ.

ສໍາລັບວຽກງານການອໍານວຍຄວາມສະດວກໃຫ້ຜູ້ລົງທຶນເປັນຕົ້ນແມ່ນ ວຽກການບໍລິການການລົງທຶນ ໂດຍຜ່ານຫ້ອງການບໍລິການການລົງທຶນປະຕູດຽວ ພວກເຮົາ ຍັງສືບຕໍ່ຈັດຕັ້ງປະຕິບັດຕາມປົກກະຕິ, ນັກລົງທຶນສາມາດດາວໂຫລດເອົາແບບຟອມຢູ່ເວັບໄຊຂອງກົມສົ່ງເສີມການລົງທຶນ ແລະ ສາມາດຢື່ນແບບຟອມຢູ່ຫ້ອງການປະຕູດຽວຂອງກົມສົ່ງເສີມການລົງທືນ. ໂດຍອີງຕາມຄໍາສັ່ງເລກທີ 15/ນຍ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ19, ກະຊວງແຜນການ ແລະ ການລົງທຶນ ໄດ້ມີແຈ້ງການ ແລະ ອອກຂໍ້ຕົກລົງໃຫ້ພະນັກງານແບ່ງກັນມາປະຈໍາການ, ສ່ວນການຈັດກອງປະຊຸມກັບຂະແໜງການ ແລະ ທ້ອງຖິ່ນແມ່ນມີທັງ ຮູບແບບກອງປະຊຸມທາງໄກ (ອອນລາຍ) ແລະ ຮູບແບບພົບປະກັນເຊຶ່ງໜ້າ ຊຶ່ງຈໍາກັດຈໍານວນຜູ້ເຂົ້າຮ່ວມ ແລະ ຮັກສາໄລຍະຫ່າງຕາມມາດຕະການປ້ອງກັນພະຍາດ ໂຄວິດ19.

ພ້ອມນີ້ກໍ່ໄດ້ຈັດຕັ້ງປະຕິບັດວຽກງານປີນອ້ອມດັ່ງນີ້:

  • ຂະບວນການຄົ້ນຄວ້າການຂໍອະນຸຍາດການລົງທຶນ, ເວລາທີ່ພວກເຮົາໄດ້ຮັບເອກະສານຂໍລົງທຶນຕ່າງໆ ພວກເຮົາກໍ່ໄດ້ສົ່ງຂໍຄໍາເຫັນນໍາຂະແໜງການກ່ຽວຂ້ອງເປັນປົກກະຕິ.
  • ກອງປະຊຸມວິຊາການເພື່ອຄົ້ນຄ້ວາສະເໜີຂໍອະນຸມັດໂຄງການ ແມ່ນໄດ້ຈັດເປັນປົກກະຕິທັງໃນຮູບແບບ ເຊີນຂະແໜງການເຂົ້າຮ່ວມແບບຊ່ອງໜ້າ, ແບບອອນລາຍກັບຂະແໜງ ແລະ ທ້ອງຖີ່ນ.
  • ໃນດ້ານນະໂຍບາຍຕ່າງໆເຊັ່ນ: ນະໂຍບາຍການນໍາເຂົ້າວັດຖຸດີບ, ວັດຖຸປະກອນ ແລະ ກົນຈັກ ແມ່ນສືບຕໍ່ໃຫ້ນະໂຍບາຍສົ່ງເສີມຕາມປົກກະຕິ, ຜູ້ລົງທຶນສາມາດ ມາຍື່ນສະເໜີ ແຜນນໍາເຂົ້າປະຈໍາປີ ເພື່ອມາດໍາເນີນການຜະລິດທຸລະກິດຂອງຕົນເອງໄດ້ຕະຫຼອດເວລາ ວັນລັດຖະການ, ແຕ່ຮູບແບບການຈັດກອງປະຊຸມກັບຂະແໜງການແມ່ນເຊັນດຽວກັນກັບກອງປະຊຸມຄົ້ນຄວ້າໂຄງການຂໍລົງທຶນ. ພວກເຮົາຈະສົ່ງຂໍຄໍາເຫັນຈາກຂະແໜງການເພື່ອມີຄໍາເຫັນ.ໃນສ່ວນນຶ່ງ ໂດຍອີງຕາມຄໍາເຫັນຂອງຂະແໜງການທີ່ສົ່ງມາແມ່ນສາມາດພິຈາລະນາອະນຸມັດການສະເໜີຂອງຜູ້ລົງທຶນໄດ້ເລີຍ ແລະ ອີກສ່ວນນຶ່ງແມ່ນຈະໄດ້ຈັດກອງປະຊຸມວິຊາການແບບທາງໄກ (ອອນລາຍ) ເຊັ່ນດຽວກັນກັບການອະນຸມັດໂຄງການ ເພື່ອໃຫ້ນະໂຍບາຍສົ່ງເສີມການລົງທຶນ ຍົກເວັ້ນວັດຖຸດີບ, ອຸປະກອນກົນຈັກຕ່າງໆໄດ້ທັນກໍານົດເວລາ.
  • ນອກຈາກນີ້, ຍັງໄດ້ອໍານວຍຄວາມສະດວກ ໃນການຄົ້ນຄວ້າ ແລະ ພິຈາລະນາອະນຸມັດ ອອກໜັງສືອະນຸຍາດການຄໍ້າປະກັນເອົາສິນຄ້າອອກຈາກດ່ານກ່ອນ (IM8), ໜັງສືອະນຸຍາດລົບລ້າງປ້າຍພາຫະນະທີ່ໄດ້ຮັບນະໂຍບາຍ, ໜັງສືອະນຸຍາດນໍາອອກຄືນສຳລັບວັດຖຸປະກອນ ແລະ ພາຫະນະ, ໜັງສືຕໍ່ອາຍຸການນໍາເຂົ້າຊົ່ວຄາວສຳລັບວັດຖຸປະກອນ ແລະ ພາຫະນະ ໃຫ້ແກ່ບັນດາວິສາຫະກິດ ກໍານົດເວລາພາຍໃນ 05 ວັນລັດຖະການ.
  • ວຽກງານການໃຫ້ບໍລິການອໍານວຍຄວາມສະດວກເຂົ້າ-ອອກ, ວີຊາ (visa) ຂອງນັກທຸລະກິດຕ່າງປະເທດ, ພວກເຮົາກໍ່ຍັງສືບຕໍ່ໃຫ້ການບໍລິການຕາມກົນໄກແບບປົກກະຕິ ພຽງແຕ່ຕ້ອງໄດ້ຜ່ານຄະນະສະເພາະກິດສະກັດກັ້ນ ແລະ ຄອບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ອະນຸມັດສາກ່ອນ. ການເຂົ້າມາຂອງນັກລົງທຶນຕ້ອງໄດ້ເຂົ້າດ່ານທີ່ກໍານົດໃຫ້ສະເພາະ ແລະ ພາຍຫຼັງເຂົ້າມາ ສປປ ລາວ ແລ້ວ ແມ່ນຕ້ອງໄດ້ກັກໂຕ ໃຫ້ຄົບຕາມກໍານົດເວລາທີ່ຄະນະສະເພາະກິດວາງອອກສາກອນ ຈຶ່ງຈະສາມາດເຂົ້າມາເຮັດວຽກໄດ້ຕາມປົກກະຕິ.
  • ວຽກງານຕິດຕາມຄຸ້ມຄອງການຈັດຕັ້ງປະຕິບັດຊຸກຍູ້ທຸລະກິດໃນໂຄງການຕ່າງໆ ແມ່ນບັນດາ ຂະແໜງການ ແລະ ທ້ອງຖິ່ງ ເປັນຜູ້ຈັດຕັ້ງປະຕິບັດ ແລະ ຕິດຕາມ, ຖ້າມີບັນຫາ ແມ່ນໃຫ້ລາຍງານສູນກາງເພື່ອຮັບຊາບ ແລະ ຈັດກອງປະຊຸມທາງໄກເພື່ອແກ້ໄຂໃຫ້ທັນເວລາ.

ສັງລວມແລ້ວການຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນແມ່ນຍັງດໍາເນີນໄປຕາມກົນໄກປົກກະຕິ, ພຽງແຕ່ພວກເຮົາໄດ້ນໍາໃຊ້ລະບົບອອນລາຍເຂົ້າມາຊ່ວຍ ໃນການຈັດກອງປະຊຸມທາງໄກ ແລະ ຈໍາກັດຈໍານວນລົງ ເພື່ອຮັກສາໄລຍະຫ່າງ, ສ່ວນນະໂຍບາຍສະໜັບສະໜູນການລົງທຶນ ເລີ່ມຕັ້ງແຕ່ຂັ້ນຕອນການອະນຸຍາດການລົງທຶນ, ໃບອະນຸຍາດການລົງທຶນ, ເອກະສານຂໍ້ຕົກລົງ, ໃບອະນຸຍາດນໍາເຂົ້າວັດຖຸປະກອນ, ກົນຈັກ, ນະໂຍບາຍດ້ານວິຊາ ແລະ ການປະສານງານກັບຂະແໜງ ການຕ່າງໆ ແມ່ນພວກເຮົາຍັງຈັດຕັ້ງປະຕິບັດປົກກະຕິ.

LEAVE A REPLY

Please enter your comment!
Please enter your name here