ຮອງລັດຖະມົນຕີ ຖວທ ແນະນໍາສັງຄົມຄວນເລືອກບໍລິໂພກຂໍ້ມູນຂ່າວສານຈາກແຫລ່ງຂ່າວທີ່ເຊື່ອຖືໄດ້

0
1141

ວັນທີ 9 ພຶດສະພາ 2021 ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນຳທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ເຂົ້າຮ່ວມຖະ ແຫລງຂ່າວປະຈໍາວັນນຳກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ທ່ານໄດ້ໃຫ້ຮູ້ກ່ຽວກັບການປະຕິບັດວຽກ ງານຂອງກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍ່ຄື ຄະນະສະເພາະກິດໜ່ວຍງານໂຄສະນາ ທີ່ໄດ້ສຸມໃສ່ເຮັດໜ້າທີ່ໂຄສະນາ ຜ່ານທຸກພາຫະນະ ແລະ ເວທີທີ່ມີຢູ່ໃນການຄຸ້ມຄອງຂອງຕົນ ທັງສືແບບເກົ່າ ແລະ ແບບໃໝ່ ແຕ່ສູນກາງຮອດທ້ອງຖິ່ນ

ໂດຍໄດ້ເຜີຍແຜ່ເນື້ອໃນຄຳສັ່ງ, ແຈ້ງການ, ບົດແນະນຳຕ່າງໆ ຂອງພັກ, ຂອງລັດ ແລະ ຂອງຄະນະສະເພາະກິດ, ການເຄື່ອນໄຫວຕ່າງໆ, ລວມທັງຜົນກະທົບຕໍ່ເສດຖະກິດ, ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ມາດຕະການການຊ່ວຍ ເຫຼືອ, ການຊ່ວຍເຫຼືອຂອງເພື່ອນມິດ ແລະ ການກຽມຄວາມພ້ອມໃນດ້ານຕ່າງໆ ດ້ວຍຄວາມວ່ອງໄວທັນການ. ທັງວິທະຍຸ, ໂທລະພາບ, ໂທລະໂຄງ ແລະ ໜັງສືພິມທີມີລະບົບອອນລາຍ ໄດ້ຖ່າຍທອດສົດການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດໂຄວິດ-19 ໃນແຕ່ລະວັນ ເຮັດໃຫ້ປວງຊົນໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງວ່ອງໄວ ແລະ ກ້ວາງຂວາງ ເຮັດໃຫ້ປວງຊົນໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງຖືກຕ້ອງທັນການ ແລະ ພ້ອມກັນ ປະຕິບັດຕາມທິດຊີ້ນຳ, ຄຳສັ່ງ, ແຈ້ງການ, ບົດແນະນຳຕ່າງໆ ຈິ່ງເປັນສ່ວນໜຶ່ງທີ່ຊ່ວຍເຮັດໃຫ້ການແຜ່ລະບາດມີທ່າອ່ຽງຫຼຸດລົງ.

ຮອງລັດຖະມົນຕີກະຊວງ ຖວທ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດທີ່ປະຕິ ບັດໄດ້, ໄລຍະຜ່ານມາມີກຸ່ມຄົນຈຳນວນໜຶ່ງ ທີ່ພະຍາຍາມສ້າງຂ່າວ ແລະ ພາບປອມ ແປງພິກປີ້ນຄວາມເປັນຈິງ ອອກຜ່ານສືສັງຄົມອອນລາຍ ທີ່ໄດ້ສ້າງຄວາມປັນປ່ວນແຕກແຍກຄວາມສາມັກຄີຢູ່ໃນສັງຄົມ. ດັ່ງນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ທຸກຄົນຈົ່ງມີສະຕິໃນການຕິດຕາມ ແລະ ຮັບຂໍ້ມູນຂ່າວສານຢ່າງມີການໄຕ່ຕອງພິຈາລະນາ ແລະ ບໍ່ຄວນສົ່ງຂໍ້ຕໍ່ມູນຂ່າວສານທີ່ບໍ່ຖືກຕ້ອງນັ້ນອອກໄປ ເຊິ່ງຈະເປັນການລະເມີດກົດ ໝາຍສື່ມວນຊົນ ແລະ ຈະຖືກປະຕິບັດວິໄນຕາມທີ່ກົດໝາຍໄດ້ກຳນົດໄວ້.

ເຊີ່ງຄະນະສະເພາະກິດໜ່ວຍງານໂຄສະນາ ໄດ້ມີໜ່ວຍງານຕິດຕາມກວດກາໃນແຕ່ລະວັນເປັນປະຈຳ ເພື່ອດຳເນີນການຕໍ່ກັບຂໍ້ມູນຂ່າວສານທີ່ປອມແປງ ແລະ ບຸກຄົນທີ່ກະ ທຳຜິດນັ້ນ.

ພ້ອມນີ້ ທ່ານໄດ້ຮຽກຮ້ອງທຸກຄົນໃນສັງຄົມຄວນສືບຕໍ່ຕິດຕາມຮັບເອົາຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ຈາກແຫຼງຂ່າວ ແລະ ສື່ຂ່າວທີ່ເປັນທາງ ການ. ເຊີ່ງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈະໄດ້ພະຍາຍາມສຸດຄວາມສາມາດນຳເອົາຂໍ້ມູນຂ່າວສານມາເຜີຍແຜ່ໃຫ້ວ່ອງໄວທັນການກວ່າເກົ່າ ເພື່ອໃຫ້ປວງຊົນຮັບຮູ້ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຕາມຄຳສັ່ງຂອງລັດຖະບານ ກໍ່ຄື ຄຳແນະນຳຂອງຄະນະສະເພາະກິດວາງອອກ.

ໂດຍ: ບຸນຕຽງ ຈັນທະວົງ

Lao National Radio

LEAVE A REPLY

Please enter your comment!
Please enter your name here