ຫົວພັນຍັງອະເຊື້ອໂຄວິດ-19 ສືບຕໍ່ເຝົ້າລະວັງປ້ອງກັນພະຍາດ ຢ່າງເຂັ້ມງວດ

0
1150

ເຖິງວ່າປັດຈຸບັນແຂວງຫົວພັນຍັງບໍ່ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ກໍຕາມແຕ່ຄະນະນໍາແຂວງ ກໍຄືຄະນະສະເພາະກິດຂັ້ນແຂວງຍັງສືບຕໍ່ໃຫ້ຄວາມສຳຄັນອັນດັບໜຶ່ງ ໃນການເຝົ້າລະວັງເພື່ອຕ້ານ ແລະ ສະກັດກັ້ນ ໂດຍໄດ້ສຸມໃສ່ເຮັດທຸກວິທີທາງແນໃສ່ໃຫ້ແຂວງຫົວພັນປາສະຈາກພະຍາດລະບາດດັ່ງກ່າວ.

ທ່ານ ອຳຈະເລີນ ສອນທະວີໄຊ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫົວພັນ, ຕາງໜ້າຄະ ນະສະເພາະກິດຂັ້ນແຂວງ ລາຍງານເມື່ອວັນທີ 2 ພຶດສະພາຜ່ານມາໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບຄຳ ສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງຂອງ ທ່ານເຈົ້າແຂວງ ສະບັບເລກທີ 123/ຈຂ.ຫພ ລົງວັນທີ 22 ເມສາ 2021 ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19, ຄະນະ ສະເພາະກິດຂັ້ນແຂວງໄດ້ຮີບຮ້ອນຈັດຕັ້ງປະຕິບັດປິດແຂວງ ໂດຍຕັ້ງຈຸດຄັດກອງເພື່ອຫາກໍລະນີສົງໄສ ແລະ ກໍລະນີສຳຜັດຢູ່ຈຸດເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ຄືຈຸດນໍ້າເນີນເປັນຈຸດເຊື່ອມຕໍ່ກັບແຂວງ ຊຽງຂວາງ ແລະ ຈຸດຫາດສາ ເປັນເສັ້ນທາງເຊື່ອມຕໍ່ກັບແຂວງຫຼວງພະບາງ.

ມາຮອດວັນທີ 27 ເມສາ 2021 ຄະນະສະເພາະກິດຂັ້ນແຂວງໄດ້ປະເມີນຄືນເຫັນວ່າສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ມີທ່າອຽງເພີ່ມຂຶ້ນ ດັ່ງນັ້ນ, ຄະນະສະເພາະກິດຂັ້ນແຂວງຈຶ່ງຕົກລົງເປັນເອກະພາບ ອອກແຈ້ງການ ສະບັບເລກທີ 194/ຫວຂ.ຫພ ລົງວັນທີ 27 ເມສາ 2021 ວ່າດ້ວຍການເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄ ວິດ-19 ໂດຍມີເນື້ອຫາໃຫ້ປິດການສັນຈອນລະຫວ່າງເມືອງຕໍ່ເມືອງພາຍໃນແຂວງ, ເພີ່ມຈຸດຄັດກອງຢູ່ບັນ ດາຈຸດທີ່ມີຄວາມສ່ຽງພາຍໃນເທດສະບານແຂວງເປັນຕົ້ນແມ່ນຕະຫຼາດ, ຈັດຕັ້ງຜັດປ່ຽນກັນປະຈຳການເພື່ອ ຫຼຸດຜ່ອນຄວາມແອອັດສຳລັບພະນັກງານ-ລັດຖະກອນ, ສົ່ງເສີມໃຫ້ປະຊາຊົນປະຕິບັດຕາມມາດຕະການ ຢ່າງເຂັ້ມງວດ ເປັນຕົ້ນແມ່ນງົດອອກຈາກເຮືອນຖ້າບໍ່ມີຄວາມຈຳເປັນ, ຖ້າອອກແມ່ນໃຫ້ໃສ່ຜ້າປິດປາກ ປິດດັງ, ຮັກສາໄລຍະຫ່າງທາງສັງຄົມ, ກໍລະນີຈໍາເປັນຖ້າທ່ານໃດຢາກອອກຕ່າງເມືອງແມ່ນຕ້ອງໄດ້ຮັບ ອະນຸຍາດຈາກຄະນະສະເພາະກິດ. ພ້ອມດຽວກັນນີ້, ຍັງໄດ້ປຸກລະດົມ, ສົ່ງເສີມໃຫ້ພະນັກງານ, ລັດຖະ ກອນ, ປະຊາຊົນໄປຮັບການສັກຢາກັນພະຍາດໂຄວິດ-19 ໂດຍເປີດໃຫ້ບໍລິການທຸກວັນຢູ່ໂຮງໝໍແຂວງ ແລະ ໂຮງໝໍ 9 ເມືອງ, ແຂວງຫົວພັນໄດ້ຮັບວັກຊິນກັນພະຍາດໂຄວິດ-19 ເພີ່ມຕື່ມ 20 ພັນໂດສ ໂດຍໄດ້ແບ່ງໃຫ້ເມືອງລະ 1.200 ໂດສ.

ໃນຂະນະດຽວກັນ, ທ່ານນາງ ໄຫວພອນ ຈັນທະວີຄຳ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ເມສາ ເປັນຕົ້ນມາ, ໄດ້ແບ່ງທີມງານ ແພດໝໍສົມທົບກັນກຳລັງເຈົ້າໜ້າທີ່ ປກສ ແຂວງລົງປະຈຳຢູ່ບັນດາຈຸດທີ່ມີຊຸມຊົນແອອັດຈຳນວນ 4 ຈຸດຄື:

ຈຸດຕະຫຼາດໃຫຍ່, ຈຸດຕະຫຼາດຂາຍຊີ້ນ, ຈຸດຕະຫຼາດພັນເຊິນ ແລະ ຈຸດຕະຫຼາດເມືອງຊຳເໜືອ. ຜ່ານ ການຈັດຕັ້ງປະຕິບັດສາມາດກວດກາ ແລະ ຄັດກອງຄົນເຂົ້າ-ອອກໄດ້ເກືອບ 14 ພັນເທື່ອຄົນ. ທັງນີ້, ເພື່ອເປັນການຄັດກອງຫາກໍລະນີຕິດເຊື້ອເພື່ອຄວບຄຸມແກ້ໄຂໃຫ້ທັນເວລາ.

ໂອກາດດຽວກັນນີ້, ທ່ານນາງ ວັນທອງ ແພງຊຸມມາ ຫົວໜ້າຈຸດຄັດກອງຕະຫຼາດໃຫຍ່ເລົ່າສູ່ຟັງວ່າ: ການຄັດກອງແມ່ນເນັ້ນໃສ່ການວັດແທກອຸນຫະພູມ, ແຈກຜ້າປິດປາກ-ປິດດັງໃຫ້ຜູ້ທີ່ມາໃຊ້ບໍລິການຢູ່ຕະ ຫຼາດ ຜ່ານການຈັດຕັ້ງປະຕິບັດນັບແຕ່ທ້າຍເດືອນເມສາເປັນຕົ້ນມາເຫັນວ່າປະຊາຊົນໃຫ້ຄວາມຮ່ວມມືເປັນ ຢ່າງດີ, ຜ່ານການຄັດກອງ ແລະ ກວດກາມາເຖິງປັດຈຸບັນນີ້ບໍ່ທັນເຫັນກໍລະນີໃດທີ່ສົງໄສ ຍ້ອນການຮ່ມມື ກັບຫຼາຍພາກສ່ວນ. ນອກນີ້ຍັງໄດ້ຮັບອຸປະກອນຮັບໃຊ້ຈາກຂັ້ນເທິງຢ່າງຄົບຖ້ວນ ໂດຍໄດ້ຮັບການສະ ໜັບສະໜູນອຸປະຖຳດ້ານວັດຖຸປັດໄຈຈາກປະຊາຊົນ ແລະ ຊາວຂາຍຢ່າງເນື່ອງນິດລຽນຕິດຕະຫຼອດມາ.

ໃນໂອກາດດັ່ງກ່າວຕາງໜ້າຄະນະສະເພາະກິດຂັ້ນແຂວງໄດ້ຮຽກຮ້ອງໃຫ້ປະຊາຊົນທົ່ວແຂວງຫົວ ພັນພ້ອມກັນໄປສັກວັກຊິນ ເປັນເຈົ້າການໃນການຕິດຕາມກວດກາການລັກລອບເຂົ້າເມືອງໂດຍບໍ່ຜ່ານຈຸດ ຄັດກອງ, ພ້ອມກັນປະຕິບັດການດຳລົງຊີວິດແບບໃໝ່ ຈັດຕັ້ງປະຕິບັດຕາມມາດຕະການປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ຂ່າວ-ພາບ: ໄອແກ້ວ

LEAVE A REPLY

Please enter your comment!
Please enter your name here