ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ບົນພື້ນຖານຜົນສຳເລັດຂອງສາຍພົວພັນ

0
1542

ມື້ນີ້ແມ່ນມື້ລະນຶກວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 60 ປີ. ວັນທີ 25 ເມສາ 1961- 25 ເມສາ 2021, ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນຢ່າງເປັນທາງການ ເຊິ່ງໄດ້ເປີດປະຫວັດສາດໜ້າໃໝ່ແຫ່ງການໄປມາຫາສູ່ກັນບົນຈິດໃຈມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.

ຜ່ານໄລຍະ 60 ປີມານີ້, ປະຊາຊົນສອງຊາດໄດ້ຊ່ວຍຊູຍູ້ໜູນກັນ ແລະ ຮັກແພງກັນ, ການຮ່ວມມືລະຫວ່າງສອງຝ່າຍໄດ້ປະສົບຜົນສຳເລັດຢ່າງຈົບງາມ, ມິດຕະພາບລະຫວ່າງສອງປະເທດໝັ້ນຄົງຂະໜົງແກ່ນ.ສອງປະເທດລາວ-ຈີນ ມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ຈີນ ໄດ້ຖືເອົາການພົວພັນ ຈີນ-ລາວ ເປັນວຽກງານຈຸດສຸມໃນວຽກງານທາງການທູດກັບປະເທດໃກ້ຄຽງ.

ເມື່ອກ້າວເຂົ້າສູ່ຍຸກໃໝ່, ພາຍໃຕ້ການຊີ້ນຳ ນຳພາທາງຍຸດທະສາດລະຫວ່າງການນຳຂັ້ນສູງຂອງສອງປະເທດ, ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດແຜນແມ່ບົດໃນການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ, ເພີ່ມທະວີການແລກປ່ຽນດ້ານການປົກຄອງປະເທດ, ກຳແໜ້ນທິດທາງສັງຄົມນິຍົມ ແລະ ປົກປ້ອງຜົນປະໂຫຍດຍຸດທະສາດຮ່ວມກັນ. ໃນຕົ້ນປີນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ ແລະ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົນທະນາກັນທາງໂທລະສັບ ໂດຍໄດ້ຢືນຢັນອີກເທື່ອໜຶ່ງເຖິງຄວາມເຫັນທີ່ເປັນເອກະພາບກັນ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ. ສອງຝ່າຍໄດ້ເພີ່ມທະວີການເຊື່ອມຕໍ່ທາງຍຸດທະສາດຢ່າງບໍ່ຢຸດຢັ້ງ, ຮ່ວມກັນຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ, ຮ່ວມກັນຊຸກຍູ້ການສ້າງທາງລົດໄຟ ລາວ-ຈີນ ແລະ ເລັ່ງລັດການສ້າງແລວທາງເສດຖະກິດລະຫວ່າງສອງປະເທດ ເຊິ່ງເປັນການເພີ່ມເນື້ອໃນໃໝ່ທີ່ອຸດົມສົມບູນໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ຕາມປະເພນີ ຈີນ, 60 ປີຖືວ່າເປັນຮອບໝູນວຽນຮອບໜຶ່ງ, 60 ປີຜ່ານໄປ, ກໍຄືຮອບເກົ່າຜ່ານພົ້ນໄປ, ຮອບໃໝ່ໝູນວຽນເຂົ້າມາ. ໃນກາລະໂອກາດຂອງປະຫວັດສາດທີ່ສຳຄັນນີ້, ພວກເຮົາຈົ່ງຮ່ວມກັນສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ. ສືບຕໍ່ເຮັດໃຫ້ສອງປະເທດເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ສືບຕໍ່ໃຫ້ການສະໜັບສະໜູນໃນການປົກປັກຮັກສາຜົນປະໂຫຍດດ້ານອະທິປະໄຕ, ຄວາມໝັ້ນຄົງ ແລະການພັດທະນາເຊິ່ງກັນ ແລະກັນ, ຮ່ວມກັນປົກປັກຮັກສາລັດທິຫລາຍຝ່າຍດ້ວຍການກະທຳຕົວຈິງ, ເປັນແບບຢ່າງໃນການສົ່ງເສີມ ແລະຈັດຕັ້ງປະຕິບັດ 5 ຫລັກການຢູ່ຮ່ວມກັນໂດຍສັນຕິ, ຮ່ວມກັນສູ້ຊົນຢ່າງບໍ່ລົດລະ ເພື່ອຊຸກຍູ້ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ແລະຊຸກຍູ້ປະຊາຄົມໂລກໃຫ້ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ມິດຕະພາບ ລາວ-ຈີນຈົ່ງໝັ້ນຍືນ!

ໂດຍ: CRI

LEAVE A REPLY

Please enter your comment!
Please enter your name here