ເປີດກອງປະຊຸມຄັ້ງປະຖົມມະລຶກຂອງ ສພຂ ບໍລິຄຳໄຊ ຊຸດທີ II

0
1102

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ (ສພຂ) ບໍລິຄຳໄຊ ຊຸດທີ II ໄດ້ເປີດຂຶ້ນ ຢ່າງເປັນທາງການໃນລະຫວ່າງວັນທີ 7-8 ເມສານີ້ ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງບໍລິຄຳໄຊ ພາຍ ໃຕ້ການເປັນປະທານຂອງ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ ຄະນະປະ ຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງ ບໍລິຄໍາໄຊ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີບັນດາສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ກຳ ມະການພັກແຂວງ, ເຈົ້າເມືອງ 7 ເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ສະຖາບັນການສຶກສາ ອ້ອມຂ້າງແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກທຸລະກິດ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸວັນນີ ໄຊຊະນະ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ, ໃນທ່າມກາງບັນຍາກາດ ທີ່ທົ່ວພັັກ-ລັດ, ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງບໍລິຄໍາໄຊ ພວມສຸມໃສ່ການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະ ນະພັກແຂວງ ແລະ ຊົມເຊີຍຜົນສໍາເລັດຂອງການດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນຂະບວນການຟົດຟື້ນ ແລະ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທ່ານ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ແລະ ສະມາຊິກ ສະພາປະຊາຊົນແຂວງບໍລິຄຳໄຊ (ສສຂ) ຊຸດທີ II ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນຈາກຜູ້ທີ່ ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງບໍລິຄໍາໄຊ ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃນວັນທີ 21 ກຸມພາ ທີ່ຜ່ານມາໄດ້ກ່າຍເປັນເຫດການໆເມືອງທີ່ສຳຄັນ ແລະ ດຳເນີນດ້ວຍບັນຍາກາດອັນເບີກບານມ່ວນ ຊື່ນ, ມີປະຊາທິປະໄຕຢ່າງກວ້າງຂວາງ, ຖືກຕ້ອງຕາມກົດໝາຍ ຊຶ່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວ, ຍັງໄດ້ສືບຕໍ່ຍົກສູງ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ຂຶ້ນສູ່ ລະດັບໃໝ່, ທັງເປັນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະ ການເຕົ້າໂຮມຄວາມ ສາມັກຄີ, ຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າ ຕໍ່ກັບການນໍາພາຂອງພັກ-ລັດ ແລະ ລະບອບປະຊາທິປະໄຕປະຊາຊົນລາວຂອງພວກເຮົາ.

ໃນໄລຍະ 5 ປີ ຜ່ານມາ ປະເທດຂອງພວກເຮົາ ຍັງພົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດ ສອບຫຼາຍປະການ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19; ນອກນັ້ນ ແຂວງບໍລິຄໍາໄຊ ຂອງພວກ ເຮົາຍັງໄດ້ຮັບຜົບກະທົບຈາກໄພທໍາມະຊາດຢ່າງຕໍ່ເນື່ອງ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ, ໜີ້ສິນ ແລະ ບັນຫາອື່ນໆ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືຊີວິດການເປັນຢູ່ຂອງປະຊາ ຊົນຊາວແຂວງບໍລິຄໍາໄຊ, ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງການນໍາທຸກຂັ້ນ ແລະ ດ້ວຍ ຄວາມເປັນເຈົ້າການສູ້ຊົນບຸກບືນຂອງອົງການລັດຂັ້ນຕ່າງໆ, ດ້ວຍຄວາມສາມັກຄີເປັນປຶກແຜ່ນ, ບົນນໍ້າໃຈ ຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ ຄວາມເປັນເຈົ້າການຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຄວາມຮັບຜິດຊອບສູງຂອງທຸກພາກສ່ວນໃນສັງຄົມໄດ້ເຮັດໃຫ້ບັນດາຄາດໝາຍ, ນະໂຍບາຍ ແລະ ມາດຕະການຕ່າງໆທີ່ກອງປະຊຸມສະພາປະຊາຊົນແຂວງຮັບຮອງແຕ່ລະຄັ້ງນັ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ມີໝາກຜົນ, ເຮັດໃຫ້ແຂວງຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາໃນທ່ວງທ່າດີຂຶ້ນ, ປະກົດ ການຫຍໍ້ທໍ້ໃນສັງຄົມໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊົນນະບົດ ໄດ້ຮັບ ການປັບປຸງດີຂຶ້ນເປັນກ້າວໆ. ກອງປະຊຸມຄັ້ງປະຖົມມະລືກຂອງ ສພຂ ຊຸດທີ II ໃນຄັ້ງນີ້ ດຳເນີນເປັນເວລາ 2 ວັນເຕັມ ຊຶ່ງພວກເຮົາຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕາມພາລະບົດ ບາດ, ສິດໜ້າທີ່ທີ່ກໍານົດໄວ້ໃນກົດໝາຍ ຄື: ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງແຂວງບໍລິ ຄຳໄຊ ກ່ຽວກັບຜົນການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງ ສສຂ ບໍລິຄຳໄຊ, ເລືອກຕັ້ງປະທານ ສພຂ ບໍລິຄຳໄຊ, ເລືອກຕັ້ງຮອງປະທານ ສພຂ ແລະ ກຳມະການຄະນະປະຈໍາ ສພຂ,

ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານຄະນະກໍາມະການ ແລະ ເລຂາທິການ ສພຂ, ເລືອກຕັ້ງເອົາ ຫົວໜ້າອົງການໄອຍາການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ ປະຈໍາ 5 ປີ (2021-2025), ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາ 5 ປີ (20216-2020) ແລະ ທິດທາງ ແຜນການ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ບໍລິຄຳໄຊ, ພິຈາລະນາ, ຮັບຮອງເອົາບົດລາຍງານແຜນການ 5 ປີ (2021-2025) ຂອງ ສພຂ ບໍລິຄໍາໄຊ, ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກໍາຂອງແຂວງ 5 ປີ 2021-2025, ພິຈາລະນາ, ຮັບຮອງເອົາການຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນຕາມການສະເໜີຂອງອົງການປົກຄອງແຂວງ.

ກອງປະຊຸມ ຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍສຳຄັນ ເພາະເປັນການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນທີ່ເປັນພື້ນ ຖານຂອງແຂວງ ໃນໄລຍະ 5 ປີ ຕໍ່ໜ້າ, ສະນັ້ນ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ສສຂ ຊຸດທີ II ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຄົ້ນ ຄວ້າ, ພິຈາລະນາ ແລະ ປະກອບຄວາມຄິດຄວາມເຫັນຢ່າງເລິກເຊິ່ງ ແລະ ມີຈຸດສຸມເຂົ້າໃສ່ແຕ່ລະເນື້ອໃນທີ່ນໍາມາພິຈາລະນາຢູ່ໃນກອງປະຊຸມຄັ້ງນີ້ ແລະ ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍ ກໍຄືສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້.

ທ່ານກ່າວຕື່ມວ່າ ກອງປະຊຸມໃນຄັ້ງນີ້ ຍັງໄດ້ອອກອາກາດຖ່າຍທອດສົດບາງເນື້ອໃນຈຳນວນໜຶ່ງ ຜ່ານທາງສະຖານີວິທະຍຸ ແຂວງບໍລິຄໍາໄຊ ແລະ ເປີດກວ້າງການປະກອບຄໍາຄິດຄໍາເຫັນ, ຄໍາສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ມາສູ່ກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ອີກດ້ວຍ.

ຂ່າວ: ສີເວດ

LEAVE A REPLY

Please enter your comment!
Please enter your name here