ໄຂກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ IX

0
2416

ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 8 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະມີບັນດາສະມາຊິກລັດຖະບານ ຊຸດທີ IXເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງທຳອິດຂອງລັດຖະບານ ພາຍຫຼັງທີ່ສະພາແຫ່ງຊາດ ຊຸດທີ IXໄດ້ເຫັນດີຮັບຮອງເອົາກົງຈັກຂອງລັດຖະບານ ຊຸດທີ IX ຊຶ່ງປະກອບມີ 17 ກະຊວງ ແລະ 2 ອົງການທຽບເທົ່າກະຊວງແລະ ສະມາຊິກລັດຖະບານ ທັງໝົດ 21 ທ່ານ, ຍິງ 3 ທ່ານ.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ຄື: ວັນທີ 8 ແລະ 9 ເມສາ 2021 ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື:

1. ເຜີຍແຜ່ຂໍ້ຕົກລົງ ຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງນາຍົກແລະຮອງນາຍົກລັດຖະມົນຕີ;
2. ຮ່າງແຜນດຳເນີນງານ ຂອງລັດຖະບານ ຊຸດທີ IX ໄລຍະ 5 ປີ ແຕ່ປີ 2021-2025;
3. ຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX;
4. ຮ່າງເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;
5. ຮ່າງເອກະສານວາລະແຫ່ງຊາດ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2021-2025;

ພິເສດ, ໃນຕອນທ້າຍຂອງກອງປະຊຸມ ຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ.

ໃນໂອກາດກ່າວໄຂກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານທັງໝົດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາພິຈາລະນາ, ປະກອບຄຳເຫັນຢ່າງສ້າງສັນ, ກົງໄປກົງມາ ທັງຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ ເຂົ້າໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແລະ ໃຫ້ສົມກັບຄວາມມຸ່ງຫວັງຂອງປະຊາຊົນລາວບັນດາເຜົ່າ ທີ່ຢາກເຫັນ ແລະ ຢາກໃຫ້ລັດຖະບານຊຸດທີ IX ເປັນລັດຖະບານທີ່: ເວົ້າແທ້, ທໍາຈິງ, ດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ ເພື່ອປະຊາຊົນ.

LEAVE A REPLY

Please enter your comment!
Please enter your name here