ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ

0
2991

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ ລັດຖະມົນຕີຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງ ສະຫາຍ ທັນສະໄໝ ກົມມະສິດ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ທີ່ພັກການເຂົ້າຮັບອຸດໜູນບຳນານ ແລະ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນ ກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຕສ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແລະ ມີທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ທັນສະໄໝ ກົມມະສິດ ໄດ້ຜ່ານບົດສະຫຼຸບລາຍງານຫຍໍ້ ການຈັດຕັ້ງປະຕິ ບັດແຜນພັດທະນາ ປທສ 5 ປີຜ່ານມາ (2016-2020) ຂອງຂະແໜງ ຕສ ພ້ອມທັງໄດ້ກ່າວ ມອບໜ້າທີ່ ແລະ ໄດ້ຕີລາຄາສູງ, ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນຕໍ່ການມາຮັບໜ້າທີ່ຂອງ ສະຫາຍ ບໍ່ວຽງຄຳ ວົງດາລາ.
ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ກ່າວຮັບໜ້າທີ່ຊຶ່ງໄດ້ສະແດງຄວາມຂອບໃຈ, ຮູ້ບຸນຄຸນຕໍ່ ພັກ-ລັດ ທີ່ໄດ້ມອບຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນໃຫ້ມາຮັບໜ້າທີ່ໃໝ່ ແລະ ໃຫ້ຄຳໝັ້ນສັນ ຍາວ່າຈະສຸມທຸກເຫື່ອແຮງສະຕິປັນຍານຳພາ-ຊີ້ນຳ ວຽກທີ່ຖືກມອບໝາຍໃຫ້ສຳເລັດຜົນ ແລະ ໄດ້ສະ ແດງຄວາມຊື່ນຊົມ ສັນລະເສີນຄຸນງາມຄວາມດີ ຂອງສະຫາຍ ທັນສະໄໝ ກົມມະສິດ.

ໃນໂອກາດເຂົ້າຮ່ວມທີ່ມີຄວາມໝາຍນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ລົມ ຕໍ່ພິທີດັ່ງກ່າວຫຼາຍບັນຫາສຳຄັນ ໂດຍສະເພາະຕໍ່ຄະນະບໍລິຫານງານພັກກະຊວງ ຊຶ່ງໄດ້ຍ້ອງຍໍຊົມ ເຊີຍຜົນງານການປະກອບສ່ວນຂອງ ສະຫາຍ ທັນສະໄໝ ກົມມະສິດ ຕໍ່ການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານ ທັງດ້ານມະຫາພາກ ແລະ ຈຸລະພາກ ຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ; ໄດ້ປະກອບສ່ວນສຳຄັນໃນສອງໜ້າທີ່ຍຸດ ທະສາດແຫ່ງການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ, ໄດ້ມີຜົນສໍາເລັດທີ່ ໜ້າຊື່ນຊົມຂອງຄະນະພັກແຕ່ລະຂັ້ນ;

ພ້ອມນັ້ນ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ຮຽກຮ້ອງໃຫ້ ທຸກສະຫາຍພາຍໃນຄະນະພັກກະຊວງ ຕສ ໃຫ້ສືບຕໍ່ຊີ້ນຳການພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີບົດບາດສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໂດຍສຸມໃສ່ສ້າງ ບັນດາໂປຣແກຣມການຫັນການບໍລິຫານ ແລະ ບໍລິການຂອງລັດ ໃຫ້ທັນສະໄໝດ້ວຍລະບົບດີຈີຕອນ, ຂະຫຍາຍລະບົບສື່ສານຄວາມໄວສູງ ໃຫ້ທົ່ວທຸກໝູ່ບ້ານໃນທົ່ວປະເທດ ແລະ ສ້າງລະບົບປ້ອງກັນ ໄອຊີທີ/ດີຈີຕອນ ໃຫ້ມີຄວາມປອດໄພສູງ.

ຂ່າວ: ສຸກສະຫວັນ, ພາບ: ແສງຈັນ – ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here