ມອບຫຼຽນໄຊ-ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງກະຊວງ ປກສ

0
3675

ໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ, ໃນວັນທີ 2 ເມສາ 2021 ຢູ່ທີ່ສະໂມສອນ ປກສ ( ສະໜາມມ້າ ), ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາ ແລະ ປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງກະຊວງປ້ອງກັນຄວາມສະຫງົບ, ເປັນປະທານໂດຍ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີຮອງລັດຖະມົນຕີ, ຄະນະພັກ-ຄະນະບັນ ຊາບັນດາກົມ, ປກສ ແຂວງ, ພະນັກງານຫຼັກແຫຼ່ງ ກະຊວງປ້ອງກັນຄວາມສະຫງົບ ແລະ ແຂກຮັບເຊີນເຂົ້າຮ່ວມ.



ໂອກາດດັ່ງກ່າວ, ທ່ານ ດວງຕາ ຈູມພາວັນ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງປ້ອງກັນ ຄວາມສະຫງົບ ໃນນີ້ແຕ່ງຕັ້ງ ສະຫາຍ ພົຕ ວັນທອງ ກອງມະນີ ເປັນຮອງລັດຖະມົນຕີ ທັງເປັນຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ; ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ຈາກຊັ້ນ ພົນຈັດຕະວາ ຂຶ້ນຊັ້ນ ພົນຕີ ຈຳນວນ 4 ທ່ານ ຄື: ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ, ພົຕ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາ, ພົຕ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ ແລະ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງ ວ່າການກະຊວງປ້ອງກັນຄວາມສະຫງົບ; ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ຈຳນວນ 5 ທ່ານ ຄື: ພົຈວ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ສັນຕິບານ, ພົຈວ ສະແຫວງ ພົມມະລີ ຫົວໜ້າສູນຄວບຄຸມລະບົບກ້ອງວົງຈອນປິດ ກົມໃຫຍ່ຕຳຫຼວດ, ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາ, ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ; ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນ ພັນໂທ ຂຶ້ນຊັ້ນ ພັນເອກ ໃຫ້ນາຍຕຳຫຼວດ ຈຳນວນ 39 ທ່ານ.

ໃນໂອກາດດຽວກັນ, ທ່ານ ວັນນະ ບຸບຜາ ຄະນະພັກກະຊວງ ຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ກະຊວງພາຍໃນ ກໍ່ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການມອບຫຼຽນໄຊອິດສະຫຼະ ແລະ ຫຼຽນໄຊແຮງງານ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ໃບຍ້ອງຍໍ ລັດຖະບານ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ, ໃນນີ້ ປະທານປະເທດ ມອບຫຼຽນໄຊ ອິດສະຫຼະຊັ້ນ I ຈຳນວນ 1 ໜ່ວຍ ຜົນງານລວມກະຊວງປ້ອງກັນຄວາມສະຫງົບ, ມອບຫຼຽນໄຊອິດ ສະຫຼະຊັ້ນ II ຈຳນວນ 32 ກົມກອງ ແລະ 102 ທ່ານ, ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 21 ກົມ ກອງ ແລະ 35 ທ່ານ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 105 ກົມກອງ ແລະ 1.759 ທ່ານ, ຫຼຽນ ໄຊແຮງງານຊັ້ນ III ຈຳ ນວນ 186 ກົມກອງ ແລະ 4.363 ທ່ານ; ນາຍົກລັດຖະມົນຕີອອກດຳລັດ ມອບຫຼຽນກາແຮງງານ ຈຳນວນ 131 ກົມກອງ ແລະ 5.681 ທ່ານ, ມອບໃຍຍ້ອງລັດຖະບານ ຈຳນວນ 21 ກົມ ແລະ 5.253 ທ່ານ ທີ່ມີ ຜົນງານຄຸນງາມຄວາມດີ, ຜົນງານດີເດັ່ນໃນການເຄື່ອນ ໄຫວວຽກງານປ້ອງກັນຊາດປ້ອງກັນຄວາມ ສະຫງົບຕະຫຼອດໄລຍະ 10 ( 2011-2021 ).

ນອກນັ້ນ, ຍັງມີມອບຫຼຽນກາ, ໃບຍ້ອງຍໍຂັ້ນກະຊວງ, ກົມໃຫຍ່ການເມືອງ ປກສ ອີກຈຳນວນໜຶ່ງ. ໃຫ້ກຽດປະດັບຊັ້ນ ແລະ ປະດັບຫຼຽນໄຊ ໂດຍ ທ່ານ ພັນຄຳ ວິພາວັນ ແລະ ພົທ ວິໄລ ຫຼ້າຄຳຟອງ.
ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໂອ້ລົມໃຫ້ທິດຊີ້ນຳ ຫຼາຍບັນຫາສຳຄັນຕໍ່ນາຍຕຳຫຼວດຂັ້ນສູງທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນໃໝ່ໃນຄັ້ງນີ້ ໂດຍໄດ້ເນັ້ນໜັກໃຫ້ນາຍຕຳຫຼວດຂັ້ນສູງທຸກສະຫາຍ ສືບຕໍ່ຝຶກຝົນຫໍ່ຼຫຼອມຕົນເອງຢ່າງຮອບດ້ານ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະ ຍາສາດບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແລ້ວໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ເປັນກຳລັງປະຕິວັດ, ມີແບບ ແຜນທີ່ທັນສະໄໝ ແລະ ລະບຽບວິໄນເຂັ້ມງວດ.

ແຫລ່ງຂ່າວ-ຮູບ: ສື່ກະຊວງ ປກສ

LEAVE A REPLY

Please enter your comment!
Please enter your name here