ທ່ານສອນໄຊ ສີພັນດອນ ລົງຊຸກຍູ້ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ 2 ເມືອງ ແຂວງບໍລິຄຳໄຊ

0
5130

ໃນວັນທີ 1 ເມສາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເພື່ອຊຸກຍູ້, ສົ່ງເສີມ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ບ້ານນາກະດົກ ເມືອງຄຳເກີດ ແລະ ບ້ານຈັດສັນ ຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ.ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມ ຢາມເບິ່ງວິຖີການກຳລົງຊີວິດ, ການທຳມາຫາກິນ, ການປະກອບອາຊີບ ໂດຍສະເພາະ ການຂຸດຄຳ, ຮ່ອນຄຳ ຂອງປະຊາຊົນຢູ່ພາຍໃນບ້ານນາກະດົກ ເມືອງຄຳເກີດ.

ພ້ອມທັງມອບເງິນຊຸກຍູ້, ຊ່ວຍ ເຫລືອຈຳນວນ 10 ລ້ານກີບ ໃຫ້ອຳນາດການປົກຄອງບ້ານ ນຳໄປໝູນໃຊ້ເຂົ້າໃນການພັດທະນາບ້ານ ເພື່ອເຮັດໃຫ້ບ້ານຮຸ່ງເຮືອງ ກໍຄື ເຮັດໃຫ້ປະຊາຊົນພາຍໃນບ້ານ ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.ພ້ອມດຽວກັນນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມ ປະຊາ ຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1 ທີ່ໄດ້ຍົກຍ້າຍ ມາຢູ່ບ້ານຈັດສັນ ຫ້ວຍຫອຍ ຈຳນວນ 300 ກວ່າຄົວເຮືອນ, ຢູ່ເມືອງວຽງທອງ ໂດຍທ່ານ ໄດ້ເນັ້ນໃຫ້ປະຊາຊົນ ພາຍໃນບ້ານ ໃຫ້ມີຈິດໃຈອຸ່ນອ່ຽງທຸ່ນທ່ຽງ, ໃຫ້ເອົາໃຈໃສ່ໃນການປູກຝັງ-ລ້ຽງສັດ ໃຫ້ກຸ້ມຢູ່ກຸ້ມກິນ ແລະ ໃຫ້ກາຍເປັນສິນຄ້າ, ເຮັດໃຫ້ບ້ານຈັດສັນ ຫ້ວຍຫອຍ ໃຫ້ກາຍເປັນບ້ານສີສັນໃນຕົວເມືອງນ້ອຍ, ພ້ອມທັງຮຽກຮອງໃຫ້ອຳນາດການປົກຄອງບ້ານ ເອົາໃຈໃສ່ສຶກສາອົບຮົມປະຊາຊົນພາຍໃນບ້ານ ໃຫ້ມີຄວາມສາໝັກຄີໜັກແໜ້ນ ເພື່ອເຮັດໃຫ້ບ້ານກາຍເປັນບ້ານສາມັກຄີປອງດອງ, ບ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເປັນບ້ານພັດທະນາ ຕາມແນວທາງຂອງພັກ, ລັດວາງອອກ,

ພ້ອມທັງເນັ້ນໃຫ້ ອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້ສົ່ງເສີມ, ເຜີຍແຜ່ຝຶກອົບຮົມວິຊາຊີບ ເປັນຕົ້ນ ແມ່ນ ເຕັກນິກການປູກ, ການລ້ຽງ ໃຫ້ປະຊາຊົນ, ລວມທັງຊຸກຍູ້ສົ່ງເສີມດ້ານການສຶກສາ, ໂພຊະນາການ ໃຫ້ເດັກນ້ອຍພາຍໃນບ້ານໃຫ້ໄດ້ຮັບການສຶກສາ ແລະ ໂພຊະນາການທີ່ດີ.ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ກ້ອງທຶນພັດທະນາເມືອງ ເພື່ອມອບໃຫ້ອຳນາດການປົກຄອງບ້ານຈັດສັນຫ້ວຍຫອຍ ນຳໄປພັດນາບ້ານ ໃຫ້ຈະເລີນຮຸ່ງເຮືອງ, ໃຫ້ສະອາດງາມຕາ, ສະຫງົບ ແລະ ປອດໄພ.

ຂ່າວ-ພາບ: ທະນູທອງ

LEAVE A REPLY

Please enter your comment!
Please enter your name here