5 ປີຜ່ານມາ ແຂວງຫຼວງພະບາງລະດົມຊາວໜຸ່ມເຂົ້າເປັນທະຫານພັນທະຮັບໃຊ້ຊາດ 1.829 ຄົນ

0
1576

ກອງປະຊຸມສະຫຼຸບວຽກງານກໍາລັງພົນ 5 ປີ 2015-2020 ແລະ ທິດທາງແຜນການ 5 ປີ 2021-2025 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂື້ນໃນວັນທີ່ 25 ມິນາ ນີ້. ທີ່ສະໂມສອນຂອງກອງບັນຊາການ ໂດຍເປັນປະທານຂອງ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະບັນຊາກອງບັນຊາການ, ອົງການ 5 ຫ້ອງອ້ອມຂ້າງ, ຄະນະບັນຊາກົມກອງພະນັກງານຜູ້ທີ່ເຮັດວຽກງານກໍາລັງພົນ ກົມກອງທົ່ວກອງບັນຊາການທະຫານແຂວງ ເຂົ້າຮ່ວມ.

ພິທີ ພັນໂທ ຄໍາເພັດ ຊາວສຸວັນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະຫຼຸບວຽກງານກໍາລັງພົນ 5 ປີ ຜ່ານມາ ແລະທິດທາງແຜນການ 5 ປີຕໍ່ໜ້າ ວ່າ: 5 ປີຜ່ານມາໄດ້ສັ່ງຖອນ ແລະນໍາສົ່ງ-ຍົກຍ້າຍກົມກອງພັດປ່ຽນກໍາລັງພາຍໃນແຂວງ ຈໍານວນ 132 ຄົນ, ຍິງ 7 ຄົນ, ຈາກກໍາລັງຫຼວງມາຢູ່ທ້ອງຖິ່ນຈໍານວນ 163 ຄົນ, ຍິງ 5 ຄົນ, ຈາກທ້ອງຖິ່ນໄປຢູ່ກໍາລັງຫຼວງ 175 ຄົນ, ຍິງ 6 ຄົນ, ສຳລັບການລະດົມພົນນັບແຕ່ປີ 2015-2020 ໄດ້ປະຕິບັດຕາມຄໍາສັ່ງ ຂອງກົມໃຫ່ຍເສນາທິການກອງທັບ ວາງອອກກ່ຽວກັບມາດຖານເງື່ອນໄຂ ໃນການຄັດເລືອກເອົາທະຫານໃໝ່ ບົນພື້ນຖານອິງໃສ່ແຈ້ງການແບ່ງປັນຕົວເລກຂອງກົມກໍາລັງພົນນັບແຕ່ປີ 2015-2020 ສາມາດລະດົມຊາວໜຸ່ມເຂົ້າເປັນທະຫານພັນທະ ຮັບໃຊ້ຊາດໄດ້ທັງໝົດ 1.829 ຄົນ,

ໃນນີ້ ມີທະຫານອາຊີບ 92 ຄົນ, ຍິງ 19 ຄົນ, ມີທະຫານພັນທະປ້ອງກັນຊາດ 714 ຄົນ, ຍິງ 4 ຄົນ ແລະໄດ້ນໍາສົ່ງໃຫ້ກະຊວງ 1.013 ຄົນ, ໄດ້ຮ່ວມກັບໜ່ວຍສະເພາະກິດຂອງກະຊວງປ້ອງກັນປະເທດ ລົງກວດການາຍ ແລະພົນທະຫານ ເຂົ້າສູ່ລະບົບການຄຸ້ມຄອງກໍາລັງພົນກອງທັບສໍາເລັດໃນປີ 2015.

ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄໍາເຫັນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານລະດົມພົນ ຢູ່ແຕ່ລະກົມກອງເພື່ອເສີມຂະຫຍາຍຈຸດດີ ປັບປຸງແກ້ໄຂ ບັນຫາທີ່ຍັງຄົງຄ້າງເພື່ອນໃຫ້ວຽກງານມີປະສິດທິຜົນສູງຂື້ນ. ຕອນທ້າຍ ພັນເອກ ວິລ່ຽມ ວົງທິສານ ໄດ້ເນັ້ນໜັກໃຫ້ແຕ່ລະກົມກອງ ສຸມໃສ່ປະຕິບັດແຜນການ ແລະຄາດໝາຍຮອດປີ 2025 ຕ້ອງປະກອບກໍາລັງສູ້ຮົບໃຫ້ໄດ້ 80% ຂື້ນໄປ ສ້າງກອງຮ້ອຍກໍາລັງສໍາຮອງປ້ອງກັນຊາດໃຫ້ສໍາເລັດ 2 ກອງຮ້ອຍ ເພື່ອເປັນບ່ອນອິງໃນການກໍານົດແຜນການກໍ່ສ້າງໃນແຕ່ລະປີ,

ສຳລັບຄະນະບັນຊາ ແລະພະນັກງານຜູ້ທີ່ເຮັດວຽກງາານກໍາລັງພົນ ຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບ ເສີມຂະຫຍາຍຫົວຄິດປະດິດສ້າງ ເຄື່ອນໄຫວໃຫ້ຖືກຕ້ອງຕາມໜ້າທີ່ວຽກງານ ແລະນໍາເອົາເນື້ອໃນຂອງກອງປະຊຸມ ໄປຈັດຕັ້ງປະຕິບັດຢູ່ໃນກົມກອງຂອງຕົນໃຫ້ໄດ້ຮັບຜົນດີ.

ຂ່າວ: ໄຊຍະສອນ ລັດຕະນະວົງ. ພາບ: ສົມພອນ ສຸວັນທອນ.

LEAVE A REPLY

Please enter your comment!
Please enter your name here