ສູນປະສານງານລາວ-ຈີນ ແຂວງບໍ່ແກ້ວ ເພີ່ມທະວີການຮ່ວມມື ລາດຕະເວນທາງນ້ຳ

0
1737

ໃນອາທິດທີ່ຜ່ານມາ, ສະຫາຍ ພົນຕີ ຢວນຢ້າພິງ ຫົວໜ້າກອງບັນຊາການຕຳຫຼວດ ລາດຕະເວນ ທາງນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ສູນປະສານງານ ລາວ-ຈີນ ແຂວງບໍ່ແກ້ວ ໂດຍມີສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ຈັນພອນເພັດ ຄຳສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນຢູ່ ທີ່ສູນປະສານງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.


ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ກ່າວວ່າ: ການມາເຄື່ອນໄຫວຂອງຄະນະດັ່ງກ່າວແມ່ນເພື່ອ ປະຕິບັດສັນຍາວ່າດ້ວຍການລາດຕະເວນຮ່ວມທາງນໍ້າຕະຫຼອດໄລຍະຜ່ານມາ ໃນການຮ່ວມມື 4 ຝ່າຍ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 103 ເຫັນໄດ້ເຖິງຜົນສຳເລັດພິເສດແມ່ນ 2 ຝ່າຍ ລາວ-ຈີນ, ໃນການເພີ່ມພູນຄູນສ້າງມູນເຊື້ອອັນດີງາມຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ໃນການແກ້ ໄຂບັນຫາສະພາບການຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບ ຕິດຕາມຊາຍແດນ ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດກົດໝາຍ ລາດຕະເວນຮ່ວມກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຂອງສອງ ປະເທດ ລາວ-ຈີນ,

ການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ, ຍົກລະດັບການພົວພັນຮ່ວມມືປະສານສົມທົບລະ ຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນສ້າງຊາຍ ແດນລາວ-ຈີນ ໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາຮອບດ້ານ, ຕາມການລົງທຶນເປັນແຫຼ່ງທ່ອງທ່ຽວ (ສົນທິສັນຍາປັກກິງ) ໃຫ້ກາຍເປັນ 4 ຫຼ່ຽມເສດຖະກິດໃນອະນາຄົດ.
ຂ່າວ: ວໍລະສິດ ພິດສະຫາຍ.

LEAVE A REPLY

Please enter your comment!
Please enter your name here