ຈັບໄວລຸ້ນ 15 ຄົນສວຍໃຊ້ເຮືອນພັກເປັນບ່ອນມົ້ວສຸມຢາເສບຕິດ

0
3900

ພັທ ດວງໃຈ ແກ້ວນະຄອນ ຮອງຫົວໜ້າ ປກສ ກຸ່ມສີຖານເໜືອ ເມືອງສີໂຄດຕະບອງ ນວ ໃຫ້ຮູ້ວ່າ: ໃນວັນທີ 23 ມີນາ 2021 ເວລາ 11ໂມງ 00 ນາທີ ເຈົ້າໜ້າທີ່ ປກສ ກຸ່ມສີຖານເໜືອໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ມີກຸ່ມໄວລຸ້ນມົ້ວສຸມຢາເສບຕິດຢູ່ເຮືອນພັກເຂດບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ດັ່ງນັ້ນເຈົ້າໜ້າທີ່ ປກສ ກຸ່ມ ຈຶ່ງໄດ້ສົມທົບກັບເຈົ້າຂອງເຮືອນພັກ ລົງກວດກາຕົວຈິງພົບເຫັນອຸປະກອນເສບຢາບ້າຈຳນວນ 7 ອັນ ແລະ ມີຊາວໜຸ່ມຈໍານວນ 15 ຄົນ, ຍິງ 5 ຄົນ ກໍາລັງມົ້ວສຸມເສບຢາເສບຕິດ(ຢາບ້າ) ຈຶ່ງໄດ້ນໍາຕົວພວກກ່ຽວທັງ 15 ຄົນຂຶ້ນມາຫ້ອງການ ປກສ ກຸ່ມ ເພື່ອທຳການສອບສວນຈຶ່ງຮູ້ວ່າ: ໄວລຸ້ນ 15 ຄົນນີ້ແມ່ນໄດ້ມີການເຕົ້າໂຮມລວມຕົວກັນມາມົ້ວສຸມຢາເສບຕິດແທ້

ຈາກນັ້ນຈຶ່ງຂໍຄຳເຫັນຈາກກອງບັນຊາການ ປກສ ເມືອງສີໂຄດຕະບອງ ຕົງລົງໃຫ້ສຶກສາອົບ ຮົມພວກກ່ຽວ ພ້ອມຊີ້ແຈງໃຫ້ຜູ້ປົກຄອງຮັບຮູ້ ແລະ ເຂົ້າເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທີ່ມີຜົນອອກລິດຕໍ່ຈິດປະສາດ ແລະ ມີຜົນເສຍຕໍ່ສຸຂະພາບຂອງຜູ້ເສບ ແລະ ສ້າງຄວາມສູນເສຍທັງກຳລັງແຮງງານ ແລະ ຊັບສິນຂອງຄອບຄົວ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະເປັນການກົດໜ່ວງທ່ວງດຶງ ໃນການສ້າງສາພັດທະນາປະເທດຊາດອີກດ້ວຍ.

ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງເອົາໃຈໃສ່ຄຸ້ມຄອງເບິ່ງແຍງລູກຫຼານຂອງຕົນໃຫ້ດີຖ້າຫາກພົບເຫັນປະກົດການວ່າລູກຫຼານຂອງຕົນເຄື່ອນໄຫວໄປໃນທາງທີ່ບໍ່ຖືກຕ້ອງຂໍໃຫ້ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຊ່ວຍແກ້ໄຂສະກັດກັ້ນການກະທຳດັ່ງກ່າວ, ພ້ອມນີ້, ເຈົ້າຂອງກິດຈະການກໍ່ຕ້ອງເອົາໃຈໃສ່ຄຸ້ມຄອງກິດຈະການຂອງຕົນໃຫ້ດີ, ບໍ່ສ້າງເງື່ອນໄຂເອື້ອອຳນວຍໃຫ້ເກີດການຊື້-ຂາຍ ແລະມົ້ວສຸມຢາເສບຕິດໃນສະຖານທີ່ກິດຈະການຂອງທ່ານ ແລະ ຂໍຄວາມຮ່ວມມືຈາກພົນລະເມືອງດີ ຖ້າຫາກຮູ້ຂໍ້ມູນຂອງການຄ້າ-ຂາຍ, ມົ້ວສຸມຢາເສບຕິດ ແຈ້ງຂໍ້ມູນມາໃຫ້ເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here