66 ປີ ພັກປະຊາຊົນປະຕິວັດລາວໝັ້ນຍືນ!

0
2286

ຄໍາເຫັນຂອງ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ
(ນະຄອນຫລວງວຽງຈັນ, ວັນທີ 21 ມີນາ 2021)

ພີ່ນ້ອງຮ່ວມຊາດ, ບັນດາສະຫາຍສະມາຊິກພັກທີ່ຮັກແພງທັງຫລາຍ!

ວັນທີ 22 ມີນາ 2021 ທີ່ຈະເຖິງນີ້ ແມ່ນວັນສ້າງ¬ຕັ້ງພັກປະ¬ຊາ¬ຊົນປະ¬ຕິ¬ວັດລາວ ເຊິ່ງເປັນວັນທີ່ໄດ້ໃຫ້ກຳເນີດພັກຂອງຊົນຊັ້ນຜູ້ອອກແຮງງານ, ພັກທຳອິດຂອງປະເທດເຮົາ ແລະ ເປັນພັກທີ່ຖືໄດ້ວ່າເປັນຜູ້ຈັດຕັ້ງ, ນໍາພາ ພາລະກິດປະຕິວັດຊາດ-ປະຊາທິປະໄຕ ແລະ ການປົກປັກຮັກສາ ແລະພັດທະ ນາປະເທດຊາດ ຕະຫລອດໄລຍະ 66 ປີ ແລະ ວັນທີ 22 ມີນາ ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ໃນໂອກາດອັນມີຄວາມໝາຍສຳຄັນທາງປະຫວັດສາດນີ້, ຂ້າພະເຈົ້າ ຕາງໜ້າຄະນະບໍລິຫານງານສູນກາງພັກ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມແລະ ຄຳອວຍພອນໄຊອັນປະເສີດໄປຍັງບັນດາສະຫາຍອະດີດການນໍາ, ນັກປະຕິວັດອາວຸໂສ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ຂໍຈົ່ງມີຄວາມເບີກບານມ່ວນຊື່ນ, ຫ້າວຫັນໝັ້ນຍືນ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຊີວິດສ່ວນຕົວຂອງຕົນ.

ທຸກໆຄັ້ງເມື່ອພວກເຮົາລະນຶກເຖິງວັນສຳຄັນອັນເປັນປະຫວັດສາດນີ້ ທົ່ວພັກເຮົາ ຍິ່ງຄິດຄະນຶງຫາ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ, ຜູ້ນຳພາກໍ່ຕັ້ງພັກເຮົາ, ນຳພາພາລະກິດປະຕິວັດ, ນຳພາສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ ແລະ ນຳພາພາລະກິດປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ; ພ້ອມນີ້ກໍສະແດງຄວາມຮູ້ບຸນຄຸນ ແລະ ຈົດຈໍາລໍ້າລຶກ ຕໍ່ວິລະກຳອັນລ້ຳເລີດ, ຄຸນງາມຄວາມດີ ແລະ ການເສຍສະຫລະອັນໃຫຍ່ຫລວງ ຂອງບັນດາຜູ້ນຳແຕ່ລະຮຸ່ນ, ນັກຮົບປະຕິວັດ, ຜູ້ຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາເພື່ອພາລະກິດປະຕິວັດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ພີ່ນ້ອງຮ່ວມຊາດ, ບັນດາສະຫາຍສະມາຊິກພັກທີ່ຮັກແພງທັງຫລາຍ!

ການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຂຶ້ນໃນວັນທີ 22 ມີນາ 1955 ແມ່ນການສະໜອງຕອບຕໍ່ການເລັ່ງທວງອັນຮີບດ່ວນຂອງຊາດ ແລະ ສັງຄົມໃນເວລານັ້ນ ທີ່ຮຽກຮ້ອງໃຫ້ມີການນຳພາຊີ້ນຳລວມສູນເປັນເອກະພາບ ຂອງຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ທີ່ພວມແຜ່ຂະຫຍາຍໃນຂອບເຂດທົ່ວປະເທດ ຕ້ານຈັກກະພັດລ່າເມືອງຂຶ້ນ ແລະ ລະບອບການປົກຄອງທີ່ເປັນຕີນມືຂອງພວກເຂົາ; ມັນແມ່ນການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການຕໍ່ສູ້ທາງການເມືອງ ທີ່ເປັນໄປຕາມທ່າອ່ຽງລວມແຫ່ງການຂະຫຍາຍຕົວຂອງຍຸກສະໄໝໃນເວລານັ້ນ, ເຊິ່ງແມ່ນເຫດການດ້ານການເມືອງ-ສັງຄົມ ທີ່ເປັນບາດລ້ຽວປະຫວັດສາດສຳຄັນຂອງຊາດ ແລະ ຂອງການປະຕິວັດລາວ, ການປະຕິວັດໄດ້ມີພັກການເມືອງ ທີ່ມີອຸດົມການ ແລະ ເປົ້າໝາຍຍຸດທະສາດອັນຈະແຈ້ງເປັນຜູ້ນຳພາ ເຊິ່ງສາມາດສົມທົບໄດ້ຢ່າງສອດ ຄ່ອງລະຫວ່າງຍຸດທະສາດ ແລະ ຍຸດໂທບາຍ, ການປະຕິວັດຊາດ-ປະຊາທິປະໄຕຂອງລາວເຮົາ ຕິດພັນ ແລະ ຕໍ່ເນື່ອງກັບການປະຕິວັດສັງຄົມນິຍົມ, ກາຍເປັນສ່ວນໜຶ່ງທີ່ຕິດແໜ້ນກັບການປະຕິວັດຢູ່ອິນດູຈີນ ແລະ ໃນໂລກ.

ພັກປະຊາຊົນປະຕິວັດລາວ ໄດ້ສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນແລະ ຢືດໝັ້ນໃນອຸດົມການກໍຄືທາດແທ້ຂອງພັກປະຕິວັດ ມາກ-ເລນິນ ຢ່າງໜັກແໜ້ນ, ທັງເປັນເຈົ້າການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ແລະ ກໍາລັງແຮງສັງລວມພາຍໃນຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ ສາມາດເຮັດສຳເລັດພາລະກຳປະຫວັດສາດໄດ້ຢ່າງສົມກຽດ, ເປີດສັງກາດໃໝ່ແຫ່ງຄວາມເປັນເອກະລາດແຫ່ງຊາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າຕົນເອງຂອງປະຊາຊົນລາວບັນ ດາເຜົ່າ.
ພາຍຫລັງສະຖາປະນາ ສປປ ລາວ, ພັກເຮົາໄດ້ກາຍເປັນແກນນໍາໃນລະບົບການເມືອງປະຊາທິ ປະໄຕປະຊາຊົນ ແລະ ນໍາພາທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດ ໃນຕະຫລອດ 45 ປີຜ່ານມາ. ໂດຍກຳແໜ້ນສະພາວະຄວາມເປັນຈິງ ຂອງປະເທດຊາດ ແລະ ສະພາບການສາກົນ, ພັກເຮົາ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ໄດ້ມີຄວາມສະດຸ້ງໄວ, ມີຄວາມກ້າຫານປະດິດສ້າງ ແລະ ມີຄວາມຮັບຜິດຊອບຢ່າງເຕັມປ່ຽມ ໃນການລິ່ເລີ່ມ ແລະ ນຳພາຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ ໃຫ້ເກີດຜົນເປັນຈິງເປັນກ້າວໆມາ, ສ້າງປະຖົມປັດໄຈກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ເທື່ອລະກ້າວໆ.

ບັນດາສະຫາຍສະມາຊິກພັກ, ພີ່ນ້ອງປວງຊົນລາວ ທີ່ຮັກແພງທັງຫລາຍ !

ຕະຫລອດຍ່ານທາງ 66 ປີ, ພັກເຮົາໄດ້ຜ່ານການຝຶກຝົນຫລໍ່ຫລອມ, ທົດສອບນາໆປະການ ໃນແປວໄຟປະຕິວັດ ອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ແລະ ເຕັມໄປດ້ວຍການເສຍສະຫລະບໍ່ຈັກວ່າເທົ່າໃດ; ພາຍໃຕ້ການນໍາພາຂອງພັກ, ປະຊາຊົນລາວບັນດາເຜົ່າ ຍາມໃດກໍໃຫ້ຄວາມເຊື່ອໝັ້ນ, ສະໜັບສະໜູນ, ຊ່ວຍເຫລືອກໍ່ສ້າງອັນຈິງໃຈ, ບໍລິສຸດຕໍ່ພັກເຮົາ ແລະ ພວມຕັ້ງໜ້າເປັນເຈົ້າເຂົ້າຮ່ວມພາລະກິດແຫ່ງການປົກປັກຮັກສາ ແລະ ກໍ່ສ້າງປິຕິພູມອັນແສນຮັກຂອງຕົນຕາມເສັ້ນທາງສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ເຮັດໃຫ້ຈຸດໝາຍປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ເຊິ່ງອັນນັ້ນແມ່ນພາລະກໍາປະຫວັດສາດອັນໃຫຍ່ຫລວງ, ຮອບດ້ານ, ໜັກໜ່ວງ ແລະ ທັງແມ່ນຈຸດໝາຍຍາວນານ ຂອງພັກເຮົາທີ່ຕ້ອງບັນລຸໃຫ້ປະກົດຜົນເປັນຈິງ.

ບັນດາສະຫາຍ ແລະ ເພື່ອນມິດທີ່ຮັກແພງທັງຫລາຍ !
ດ້ວຍເຫດໃດພັກເຮົາຈຶ່ງສາມາດດໍາລົງທີ່ຕັ້ງ, ບົດບາດນໍາພາໃນທົ່ວລະບົບການເມືອງ ແລະ ໃນທົ່ວສັງຄົມຢ່າງໜັກແໜ້ນມາໄກຈົນເຖິງທຸກວັນນີ້, ພວກເຮົາກໍ່ຄົງມີຄຳຕອບທີ່ຊັດເຈນແລ້ວວ່າ ພັກເຮົາ ຍາມໃດກໍຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍໃນທາດແທ້ປະຕິວັດ, ມູນເຊື້ອອັນສະຫງ່າງາມຂອງຕົນນັ້ນ ຄື:

  • – ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ອຸດົມການສັງຄົມນິຍົມ, ບັນດາຫລັກມູນພື້ນຖານຂອງການກໍ່ສ້າງພັກຕາມລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເປັນພື້ນຖານແນວຄິດ, ທິດສະດີ ຂອງພັກ; ບໍ່ຄຳພີຕາຍຕົວ ແຕ່ປະດິດສ້າງໃນການໝູນໃຊ້ທິດສະດີ ແລະ ບົດຮຽນດ້ານຕ່າງໆ ເຂົ້າກັບເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງປະເທດຊາດ; ມີການສະຫລຸບຖອດຖອນບົດຮຽນຈາກພຶດຕິກໍາ ແລະ ປັບປຸງບູລະນະແນວທາງການເມືອງຂອງພັກ ໃຫ້ສອດຄ່ອງກັບສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະ;
  • – ເວລາໃດກໍຢຶດໝັ້ນໃນທາດແທ້ຊົນຊັ້ນ, ຖືປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນ, ມີຄວາມຈົ່ງຮັກພັກດີ ຕໍ່ຜົນປະໂຫຍດລວມຂອງຊາດ-ຂອງປະຊາຊົນ; ເຄື່ອນໄຫວຕິດແທດກັບປະຊາຊົນ, ອີງໃສ່ມະຫາຊົນ ແລະ ຝຶກຝົນຫລໍ່ຫລອມຜ່ານຂະບວນການປະຕິວັດຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະ ຫຍາຍພັກ;
  • – ພັກໄດ້ຢຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສໍາຄັນການເສີມສ້າງຄວາມສາມັກຄີເປັນເອກະພາບບົນພື້ນຖານແນວທາງ, ແຜນນະໂຍບາຍ, ກົດລະບຽບຂອງພັກ;ຖືສໍາຄັນການເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການປະຕິບັດລະບຽບວິໄນຂອງພັກ ກໍຄືລະບອບດໍາເນີນຊີວິດການເມືອງ, ຕໍານິຕິຊົມກັນເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກ;
  • – ເຊີດຊູລັກສະນະນຳໜ້າຂອງພັກ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ ມີຄວາມເດັດຂາດ, ເຂັ້ມງວດໃນການກຳຈັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເຮັດໃຫ້ພັກເຊື່ອມເສຍອິດທິພົນບົດບາດ ແລະ ຂາດຄວາມເຊື່ອໝັ້ນຈາກປະຊາຊົນ, ພັກໄດ້ເປັນເຈົ້າການປັບປຸງປ່ຽນແປງຕົນເອງ,ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາຊິກພັກ ໃຫ້ມີຄວາມເປັນແບບຢ່າງນຳໜ້າ, ເປັນກໍາລັງແຮງສູ້ຮົບໃນທຸກຂົງເຂດວຽກງານ; ຕ້ານລັດທິອາດຍາສິດ, ລັດທິເອກະຊົນ, ເຈົ້າໂຄດ, ອະນາທິປະໄຕ, ລັດທິສວຍໂອກາດໃນທຸກຮູບແບບ.
  • – ພັກເຮົາໄດ້ສົມທົບຢ່າງແໜ້ນແຟ້ນ ລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ; ໃນການເຄື່ອນໄຫວນໍາພາຂອງພັກເຮົາ, ເວລາໃດກໍຢຶດໝັ້ນຈິດໃຈຊາດເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍກໍາລັງແຮງສັງລວມພາຍໃນຊາດສົມທົບກັບການຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫລືອ ຈາກພາຍນອກຢ່າງມີຫລັກການ; ພົວພັນຮ່ວມມືກັບພັກປະເທດເພື່ອນມິດຍຸດທະສາດຢ່າງສະເໝີຕົ້ນສະເໝີປາຍ.

ໝາກຜົນແຫ່ງການນໍາພາ ຂອງພັກເຮົາໃນ 66 ປີ ແມ່ນໃຫຍ່ຫລວງ ແລະ ສົມຄວນໃຫ້ແກ່ຄວາມເອກອ້າງ ແລະ ພາກພູມໃຈ, ແຕ່ພວກເຮົາກໍຕ້ອງຮັບຮູ້ນຳກັນຢ່າງຈະແຈ້ງວ່າບົນເສັ້ນທາງແຫ່ງການກ້າວຂຶ້ນໃນຕໍ່ໜ້ານັ້ນ ແມ່ນເຕັມໄປດ້ວຍສິ່ງທ້າທາຍທົດສອບຢ່າງຂຽວຂາດ ແລະ ໃຫຍ່ຫລວງ. ສະນັ້ນເວລານີ້ຍິ່ງກວ່າເວລາໃດໝົດ, ມູນເຊື້ອ, ບົດຮຽນໃນການນໍາພາຂອງພັກເຮົາຕະຫລອດໄລຍະທີ່ຜ່ານມາຕ້ອງໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ, ທົ່ວພັກ, ທົ່ວລັດ, ທົ່ວປວງຊົນເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ພ້ອມທັງເສີມຂະຫຍາຍຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ຫລາຍຂຶ້ນເທົ່າທີ່ຈະຫລາຍໄດ້, ກ່ອນອື່ນພວກເຮົາຕ້ອງຕັ້ງໜ້າສູ້ຊົນ ເຂົ້າຮ່ວມຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ.

ບັນດາສະຫາຍ ທີ່ຮັກແພງ!

ຢືນຕໍ່ໜ້າສະພາບການໃໝ່, ພັກເຮົາ ມີໜ້າທີ່ນໍາພາແບກຫາບພາລະກິດປະຕິວັດ, ສ້າງການຫັນປ່ຽນທີ່ແຂງແຮງ,ເລິກເຊິ່ງ ແລະ ຮອບດ້ານທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ ເຊິ່ງເນື້ອແທ້ ແມ່ນການສືບຕໍ່ຢຶດໝັ້ນ ແລະ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ ເຂົ້າສູ່ລວງເລິກບົນພື້ນຖານເງື່ອນໄຂໃຫ້ແທດເໝາະກັບສະພາວະຄວາມເປັນຈິງ ຂອງປະເທດຊາດ ແລະ ສະພາບແວດລ້ອມສາກົນ ໃນເງື່ອນໄຂໃໝ່. ປີນີ້ ຖືເປັນປີທີ 35 ແຫ່ງການນໍາພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ, ສູນກາງພັກ ຈະໄດ້ທົບທວນ, ຕີລາຄາ ໝາກຜົນດັ່ງກ່າວ ຢ່າງພາວະວິໄສ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ ປະເທດເຮົາກ້າວຂຶ້ນຢ່າງໜັກແໜ້ນ ຕໍ່ໄປ.

ເພື່ອສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ໂດຍສະເພາະ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເຂົ້າສູ່ຂະບວນການວຽກງານຕົວຈິງນັ້ນ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ ເພື່ອນໍາພາຊີ້ນໍາຈັດຕັ້ງປະຕິບັດ ຢູ່ແຕ່ລະຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ-ຮາກຖານ ໃຫ້ເກີດເປັນຈິງ, ຂ້າພະເຈົ້າຮຽກຮ້ອງມາຍັງທົ່ວພັກໃຫ້ເອົາໃຈໃສ່ ດັ່ງນີ້:

  • ໜຶ່ງ: ຊີ້ນໍາການຈັດຕັ້ງເຊື່ອມຊຶມ, ສ້າງຄວາມຮັບຮູ້ເຂົ້າໃຈ, ກໍາແໜ້ນ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ເລິກເຊິ່ງ, ຟົດຟື້ນ, ກວ້າງຂວາງ ທົ່ວເຖິງ ແລະ ຕໍ່ເນື່ອງ, ກາຍເປັນຂະບວນການທີ່ແຂງແຮງ ຂອງໝົດທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ. ຄະນະພັກແຕ່ລະຂັ້ນ ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໂດຍກົງໃນການນຳພາຊີ້ນຳເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິ XI ຂອງພັກ, ໃຫ້ຖືເປັນຂະບວນການວຽກງານສໍາຄັນບຸລິມະສິດຂອງຕົນໂດຍສະເພາະການຫັນເປັນແຜນງານ, ໂຄງການ, ແຜນປະຕິບັດງານທີ່ລະອຽດຈະແຈ້ງໃນແຕ່ລະຂະແໜງການ ແລະທ້ອງຖິ່ນໃຫ້ສອດຄ່ອງກັບສະພາວະຕົວຈິງຢູ່ແຕ່ລະບ່ອນ ແລະ ເຂົ້າສູ່ຊີວິດຕົວຈິງ, ອັນສໍາຄັນ ຕ້ອງສ້າງຄວາມເປັນເອກະພາບ ທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ທັງສ້າງຄວາມຕັດສິນໃຈ ເພື່ອແກ້ໄຂບັນຫາຢ່າງຈິງຈັງ ແລະ ເດັດຂາດ, ສ້າງໃຫ້ໄດ້ພື້ນຖານອັນໜັກແໜ້ນໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ອຸປະສັກອັດຕັນການພັດທະນາ ແລະ ສິ່ງຫຍໍ້ທໍ້ຕ່າງໆ ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທົ່ວສັງຄົມ;
  • ສອງ: ສືບຕໍ່ປັບປຸງລະບອບນໍາພາແບບແຜນເຮັດວຽກ ຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ເຂົ້າສູ່ລະບອບແບບແຜນຢ່າງເຂັ້ມງວດ ແລະ ຖືກຕ້ອງ ຕາມພາລະບົດບາດ, ສິດ, ໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດລະບຽບພັກ ແລະ ກົດໝາຍ ແລະ ລະບຽບການ ຂອງລັດ, ທັງມີຫລັກວິທະຍາສາດ, ແທດຕົວຈິງ, ຈໍາກັດ ແລະ ແກ້ໄຂໃຫ້ໄດ້ແບບແຜນວິທີເຮັດວຽກແບບອາດຍາສິດ, ອຸ້ມວຽກ, ເຮັດວຽກບໍ່ມີແຜນການ, ຂາດຈຸດສຸມ, ບໍ່ມີການຕິດຕາມ, ກວດກາ, ສະຫລຸບຖອດຖອນບົດຮຽນ, ການຖອດຖອນບົດຮຽນຕ້ອງດຳເນີນເປັນແຕ່ລະວຽກ, ແຕ່ລະໄລຍະເວລາທີ່ແນ່ນອນ;
  • ສາມ: ຄະນະພັກ, ສະມາຊິກພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມເປັນແບບຢ່າງນໍາໜ້າ ດ້ານມານະຈິດປະຕິວັດ, ຄຸນທາດການເມືອງ, ສ້າງຕົນເອງໃຫ້ເປັນຄົນມີລະບຽບວິໄນເຂັ້ມງວດ, ບຸກບືນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ມີຄວາມຮັບຜິດຊອບໃນການແກ້ໄຂພະຍາດຕ່າງໆພາຍໃນພັກ ເປັນຕົ້ນແມ່ນ ການເຊື່ອມຖອຍທາງດ້ານແບບແຜນດຳລົງຊີວິດ, ຕິດແສດແບບແຜນຫລີ້ນກິນຟຸມເຟືອຍ, ຊ່ວງເສັງກັນໄປໃນທາງທີ່ບໍ່ຖືກ, ສໍ້ລາດບັງຫລວງ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ທີ່ບໍ່ຖືກຕ້ອງ; ຕ້ອງປັບປຸງຕົນເອງ ໃຫ້ເປັນຜູ້ປອດໃສຂາວສະອາດ, ໃຊ້ຈ່າຍຢ່າງປະຢັດ, ສັດຊື່ບໍລິສຸດ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດ; ເຄື່ອນໄຫວນຳພາ ໃຫ້ຖືກຕາມກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ; ອັນໃດກີດຂວາງ, ບໍ່ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນ ຕ້ອງໄດ້ຕ້ານ-ສະກັດກັ້ນ, ກຳຈັດປັດເປົ່າອອກຈາກການເຄື່ອນໄຫວນຳພາຂອງພັກ ແລະ ການຄຸ້ມຄອງ ຂອງລັດເຮົາ, ພະນັກງານຂອງພັກ, ສະມາຊິກພັກຕ້ອງໃຫ້ເປັນຜູ້ຮັບໃຊ້ປະຊາຊົນຢ່າງບໍລິສຸດພຸດຜ່ອງແທ້;
  • ສີ່: ເຄົາລົບສິດ, ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ; ພັກເຮົາບໍໍ່ມີຜົນປະໂຫຍດອັນໃດ ນອກເໜືອຈາກຜົນປະໂຫຍດຂອງປະເທດຊາດ ແລະ ຂອງປະຊາຊົນ. ດັ່ງນັ້ນ, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງເສີມຂະຫຍາຍມູນເຊື້ອຂອງພັກເຮົາ, ຢຶດໝັ້ນການເດີນຕາມແນວທາງມະຫາຊົນ, ເອົາປະຊາຊົນເປັນກົກ“ເອົາຊົນນະບົດເປັນເປົ້າໝາຍໃນການພັດທະນາເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ”.
  • ຫ້າ: ເດັດດ່ຽວແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນຳພາຕົວຈິງ ທີ່ເຂັ້ມແຂງຂອງການຈັດຕັ້ງທຸກຂັ້ນ; ສືບຕໍ່ປັບປຸງ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຮັບປະກັນລັກສະນະຊົນຊັ້ນ ຂອງກໍາມະກອນ, ຊາວຜູ້ອອກແຮງງານ, ລັກສະນະນໍາໜ້າ ແລະ ລັກສະນະຕໍ່ສູ້ ແນໃສ່ຍົກສູງຄວາມສາມາດນໍາພາຂອງຄະນະພັກ ໃຫ້ສົມຖານະເປັນແກນນໍາໃນລະບົບການເມືອງ ຢູ່ແຕ່ລະຂັ້ນ, ກ່ອນອື່ນໝົດ ແມ່ນຕ້ອງຍົກສູງຄວາມສາມາດໃນການນໍາພາຊີ້ນໍາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ປະກົດຜົນຕົວຈິງ;
  • ຫົກ: ໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ນໍາພາຊີ້ນໍາ ແລະ ດໍາເນີນມາດຕະການທີ່ຮັດກຸມກວ່າເກົ່າ, ເຂັ້ມງວດກວ່າເກົ່າ ໃນການສະກັດກັ້ນ, ຕ້ານ, ປ້ອງກັນ ແລະ ແກ້ໄຂບັນຫາພະຍາດໂຄວິດ-19; ພ້ອມນັ້ນ ໃນເງື່ອນໄຂໂຄວິດ-19 ຕ້ອງເພີ່ມທະວີສ້າງການຫັນປ່ຽນໃໝ່ຍິ່ງກວ່າເວລາໃດໝົດ ຕາມວິຖີດໍາລົງຊີວິດແບບໃໝ່, ນໍາພາສ້າງຄ່ານິຍົມທີ່ຖືກຕ້ອງໃນສັງຄົມລາວ, ສົ່ງເສີມຜູ້ມີຫົວຄິດປະດິດສ້າງໃໝ່, ສະດຸ້ງໄວ ແລະ ກ້າຫານໃນການສ້າງສາພັດທະນາ ເພື່ອແກ້ໄຂບັນຫາຢ່າງຖືກຕ້ອງ, ສອດ ຄ່ອງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພີ່ນ້ອງຮ່ວມຊາດທີ່ຮັກແພງ ແລະ ບັນດາສະຫາຍສະມາຊິກພັກທຸກຖ້ວນໜ້າ !

ວັນທີ 22 ມີນາ2021 ພໍດີກັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວເຮົານັ້ນ, ກອງປະຊຸມຄັ້ງປະຖົມມະເລິິກຂອງສະພາແຫ່ງຊາດຊຸດທີ IX ກໍ່ຈະໄຂຂຶ້ນພໍດີ ຊິ່ງເປັນເຫດການທີ່ສຳຄັນອີກຄັ້ງໜຶ່ງຂອງປະຫວັດສາດຂອງລັດປະຊາທິປະໄຕ ຂອງພວກເຮົາທັງເປັນເຫດການສຳຄັນໜຶ່ງ ເພື່ອຫັນເອົາມະຕິ XI ຂອງພັກເຮົາໃຫ້ເຂົ້າສູ່ການປະຕິບັດຕົວຈິງ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດໃຫ້ແກ່ກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດ ຈົ່ງດຳເນີນໄປດ້ວຍຄວາມສຳເລັດ ຢ່າງສະຫງ່າງາມ, ພ້ອມກັນນັ້ນຂໍຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງອອກແຮງເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປະຕິບັດສິດເປັນເຈົ້າປະເທດຊາດຢ່າງແຂງແຮງ, ເປັນເຈົ້າການຕິດຕາມ, ກວດກາການເຄື່ອນໄຫວຂອງການຈັດຕັ້ງພັກ, ຂອງສະມາຊິກພັກ, ພະນັກງານຢ່າງເປັນປົກກະຕິ; ຊ່ວຍເຫລືອປັບປຸງ, ກໍ່ສ້າງພັກເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນແລະຂໍ້ຂາດຕົກບົກພ່ອງຕ່າງໆ ເພື່ອສ້າງການຫັນປ່ຽນທີ່ຈະແຈ້ງ, ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທົ່ວສັງຄົມເຮົາ.

ພີ່ນ້ອງຮ່ວມຊາດ, ບັນດາສະຫາຍສະມາຊິກພັກທີ່ຮັກແພງທັງຫລາຍ!

ພວກເຮົາມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ໜ້າປະຫວັດສາດຍຸກໃໝ່ຂອງຊາດລາວທີ່ຖືກສ້າງຂຶ້ນດ້ວຍການເສຍສະຫລະອັນໃຫຍ່ຫລວງ ແລະ ເຕັມໄປດ້ວຍວິລະກໍາອັນອົງອາດກ້າແກ່ນເຊິ່ງປະຊາ ຊົນລາວທັງຊາດ ມີຄວາມເອກອ້າງທະນົງໃຈນັ້ນ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບຢ່າງບໍ່ຢຸດຢັ້ງ ດ້ວຍຄວາມຈົ່ງຮັກພັກດີຂອງສະມາຊິກພັກ, ພະນັກງານແລະປວງຊົນທັງຊາດ.

ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ຈົ່ງໄດ້ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງພັກ ເຂົ້າສູ່ລວງເລິກ, ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໃນປີເລີ່ມຕົ້ນນີ້ ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ປະກອບສ່ວນສໍາຄັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລຂຶ້ນໄປເລື້ອຍໆ.

ພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າໝັ້ນຍືນ!

LEAVE A REPLY

Please enter your comment!
Please enter your name here