ເມືອງຜົ້ງສາລີ ເປີດຂະບວນການສັກຢາວັກຊີນກັນພະຍາດ ໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ໃນຮອບທີ 1

0
1420

ວັນທີ 11 ມີນາ 2021 ນີ້ ເມືອງຜົ້ງສາລີ ແຂວງຜົ້ງສາລີ ໄດ້ເປີດຂະບວນການສັກຢາວັກຊີນກັນພະຍາດ ໂຄວິດ-19 ໃຫ້ກຸ່ມຜູ້ທີ່ມີຄວາມສ່ຽງ ໃນຮອບທີ 1 ຂຶ້ນທີ່ ໂຮງໝໍຊຸມຊົນ ໂດຍການເຂົ້າຮ່ວມ ຂອງທ່ານ ປອ ວັນໄຊ ແສນຍອດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຜົ້ງສາລີ ມີບັນດາການນຳຂອງເມືອງ, ພະນັກງານແພດໝໍ, ຜູ້ທີ່ມີຄວາມສ່ຽງເຂົ້າຮ່ວມເປີດຂະບວນການສັກຢາວັກຊີນ ເພື່ອປ້ອງກັນພະຍາດໂຄວິດ-19.

ທ່ານ ດຣ ສົມພູ ຈຸງລາວລີ ຮອງຫົວຫນ້າພະແນກ ສາທາລະນະສຸກແຂວງຜົ້ງສາລີ ໄດ້ຂຶ້ນມີຄໍາເຫັນກ່າວເປີດພິທີຢ່າງເປັນທາງການ ເຊິ່ງບາງຕອນທ່ານກ່າວວ່າ: ແຂວງຜົ້ງສາລີ ໄດ້ຮັບວັກຊີນຄັ້ງນີ້ແມ່ນມີທັງໝົດ 4,800 ໂດສ, ສຳລັບເມືອງຜົ້ງສາລີແມ່ນໄດ້ຮັບທັງໝົດ 241 ໂດສ ໃນຮອບທີ1 ສ່ວນວັກຊີນດັ່ງກ່າວນັ້ນແມ່ນໄດ້ມາຈາກການຊ່ວຍເຫຼືອລ້າ ຈາກ ສປ ຈີນ ໃນນັ້ນ ສັກໃຫ້ຜູ້ທີ່ມີຄວາມສ່ຽງ ເປັນຕົ້ນແມ່ນພະນັກງານແພດຫມໍ, ຜູ້ທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນ, ຜູ້ເຮັດວຽກຢູ່ສູນຈຳກັດບໍລິເວນ ນອກນີ້ແລ້ວຍັງສັກໃຫ້ການນໍາເມືອງ, ຫົວໜ້າຫ້ອງການ, ຄະນະສະເພາະກິດຕ້ານໂຄວິດ – 19. ແຕ່ກຸ່ມຄົນທີ່ຈະສັກຕ້ອງມີອາຍຸແຕ່ 18 – 60 ປີ, ສຸຂະພາບແຂງແຮງດີ, ບໍ່ມີພະຍາດປະຈຳຕົວ.

ສຳລັບຂັ້ນຕອນກ່ອນເຂົ້າຮັບວັກຊີນໂຄວິດ-19 ຂອງກຸ່ມເປົ້າໝາຍຢູ່ເມືອງຜົ້ງສາລີ ຜູ້ທີ່ຈະເຂົ້າສັກວັກຊີນ ຕ້ອງປະຕິບັດຕາມເງື່ອນໄຂຢ່າງເຄັ່ງຄັດຕາມແບບຟອມສອບຖາມກ່ອນໃຫ້ວັກຊີນ ເປັນຕົ້ນກໍ່ແມ່ນ ຜູ້ທີ່ຈະຮັບວັກຊີນ ຕ້ອງຜ່ານການກວດສຸຂະພາບເປັນຕົ້ນແມ່ນວັດແທກອຸນຫະພູມຮ່າງກາຍ, ຜ່ານການໄດ້ວັດແທກຄວາມດັນ ພ້ອມທັງຕ້ອງເຫັນດີ ແລະ ເຊັນຍິນຍອມດ້ວຍຕົນເອງ ອະນຸຍາດໃຫ້ແພດສັກດ້ວຍຄວາມສະໝັກໃຈ, ສຳລັບຜູ້ຮັບວັກຊີນໃນຄັ້ງນີ້ພາຍຫຼັງສັກຕ້ອງໄດ້ນັ່ງພັກຜ່ອນ 30 ນາທີ ຈຶ່ງກັບບ້ານ ຫຼັງຈາກນັ້ນສືບຕໍ່ຕິດຕາມສຸຂະພາບຂອງຕົນ ພາຍໃນ 1 ອາທິດ ຫ້າມດຶ່ມສິ່ງມຶນເມົາ ຖ້າມີອາການຜິດປົກກະຕິ ຄິດວ່າກ່ຽວຂ້ອງໃນການສັກຢາໃນຄັ້ງນີ້ ໃຫ້ຮີບລາຍງານ ແລະ ປຶກສາແພດໂດຍດ່ວນ.

ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນ ກວດສຸຂະພາບ ເພື່ອພ້ອມກັນສັກວັກຊີນຕາມລໍາດັບ, ເຊິ່ງການສັກວັກຊີນຜູ້ທີ່ມີຄວາມສ່ຽງ ແມ່ນຈະໃຫ້ສຳເລັດວັນທີ 13 ມີນານີ້.

ພາບ-ຂ່າວ: ສົມຄິດ ແກ້ວນວນລາ.

LEAVE A REPLY

Please enter your comment!
Please enter your name here