ນາຍົກລັດຖະມົນຕີ ລາວ, ຫວຽດ
ນາມ ແລະ ກຳປູເຈຍ ພົບປະທາງໄກ

0
1944

ໃນວັນທີ 10 ມີນາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ໄດ້ມີກອງປະຊຸມພົບປະທາງໄກ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງທັງສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍມາຍັງ ທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ທີ່ມີຂໍ້ລິເລີ່ມໃນການຈັດກອງປະຊຸມພົບປະ 3 ຝ່າຍ ໃນຄັ້ງນີ້, ເຊິ່ງເປັນກົນໄກການພົບປະປຶກສາຫາລືກັນ ທີ່ໄດ້ຈັດຂຶ້ນຢ່າງເປັນປະຈໍາ ໃນຊ່ວງໄລຍະການເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນໃນຊຸມປີຜ່ານມາ, ແຕ່ເນື່ອງດ້ວຍສະພາບຄວາມຫຍຸ້ງຍາກ ຂອງບັນຫາການແຜ່ລະບາດ ຂອງພະຍາດໂຄວິດ-19 ຈຶ່ງໄດ້ມີການພົບປະກັນໃນຮູບແບບທາງໄກ. ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບ ທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ອີກຄັ້ງ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ 3 ປະເທດ, ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນ ຈະເພີ່ມທະວີຄວາມສັບສົນຫລາຍປານໃດກໍ່ຕາມ, ທັງບັນຫາການແຜ່ລະບາດຢ່າງໜັກຂອງພະຍາດໂຄວິດ-19, ຄວາມຂັດແຍ່ງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະ ກິດ-ການຄ້າ ແລະ ອື່ນໆ.

ກອງປະຊຸມພົບປະຄັ້ງນີ້, ຜູ້ນຳທັງ 3 ປະເທດ ໄດ້ເຫັນດີເປັນເອກະພາບກັນ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ, ໄດ້ມີກົນໄກການຮ່ວມມືດ້ານການເມືອງຮ່ວມກັນຢ່າງໜັກແໜ້ນ ຊຶ່ງໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຢ່າງເປັນປະຈຳ, ການຈັດກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄະນະກຳມະ ການຮ່ວມມື (JC) ລາວ-ຫວຽດນາມ ແລະ ລາວ-ກຳປູເຈຍ ເປັນປະຈຳໃນທຸກໆປີ; ຜູ້ນຳ 3 ປະເທດ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນດ້ານການເມືອງ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ ແລະ ອື່ນໆ. ພ້ອມດຽວກັນນີ້, ກໍ່ໄດ້ທົບທວນຄືນການຮ່ວມມືລະຫວ່າງ 3 ປະເທດ ເປັນຕົ້ນ ຂອບການຮ່ວມມື ເຂດສາມຫລ່ຽມພັດທະນາ (CLV), ສືບຕໍ່ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການພັດທະນາ

ເສດຖະກິດ-ສັງຄົມ 2010-2020 ແລະ ປັງປຸງແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2030, ຮ່ວມມືກັນໃນການຂົນຂວາຍແຫລ່ງທຶນ ມາຈັດຕັ້ງປະຕິບັດບັນດາໂຄງການບູລິມະສິດ ແລະ ບັນດາແຜນງານພັດທະນາໃນຂອບ CLV, ກໍ່ຄື ສືບຕໍ່ຜັນ ຂະຫຍາຍຜົນການຕົກລົງ ຂອງຜູ້ນໍາສາມປະເທດໃນກອງປະຊຸມສຸດ ຍອດ ຄັ້ງທີ 9; ເພີ່ມທະວີການຮ່ວມມືກັນຢ່າງໃກ້ຊິດ ເພື່ອຍາດແຍ່ງເອົາການຮ່ວມມື ຊ່ວຍເຫລືອຈາກແຕ່ລະກົນໄກ ເພື່ອຜົນປະໂຫຍດສູງສຸດຂອງທັງ 3 ປະເທດ ເປັນຕົ້ນ ໃນຂອບການຮ່ວມມືອະນຸພາກພື້ນ ເຊັ່ນ: ຂອບການຮ່ວມື ACMECS, GMS, ອາຊຽນ-ອາເຊັມ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ແມ່ນໍ້າ ຂອງ-ຍີ່ປຸ່ນ, ແມ່ນໍ້າຂອງ-ສ ເກົາຫລີ, ແມ່ນໍ້າຂອງ-ອາເມລິກາ ແລະ ອື່ນໆ. ນອກຈາກນີ້, ຜູ້ນຳທັງ 3 ປະເທດ ກໍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ, ບັນດາມາດຕະການຮັບມື ກັບການແຜ່ລະບາດຂອງພະ ຍາດໂຄວິດ-19, ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນສໍາເລັດກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI ກໍ່ຄື ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ໄດ້ຢ່າງຈົບງາມ, ພ້ອມທັງກໍາລັງກະກຽມໃຫ້ແກ່ກອງປະຊຸມຄັ້ງປະຖົມມະ ລຶກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມີຂຶ້ນໃນວັນທີ 22 ມີນາ ຈະມາເຖິງນີ້; ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດຢ່າງຈົບງາມ ຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ ທີ່ໄດ້ປິດລົງໃນຕົ້ນເດືອນກຸມພາ ແລະ ຊົມເຊີຍຕໍ່ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ສືບຕໍ່ໄດ້ຮັບການໄວ້ວາງໃຈຈາກສະມາຊິກພັກຄອມມູນິດຫວຽດນາມ ແລະ ຖືກເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ຕື່ມອີກ; ພ້ອມນີ້ ກໍ່ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າ ທັງສອງປະເທດ ຈະປະເຊີນໜ້າກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຮ້າຍແຮງກວ່າ ສປປ ລາວ ກໍ່ຕາມ.

ໃນຕອນທ້າຍຂອງການກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງທະນົງແກ່ນ, ພ້ອມທັງອວຍພອນໃຫ້ສອງນາຍົກລັດຖະມົນຕີ ຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ.

ພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here