ເປີດນໍາໃຊ້ແລ້ວ ຂົວຄູນຄຳແຫ່ງໃໝ່ ເຮັດໃຫ້ປະຊາຊົນໄປ – ມາຫາສູ່ສະດວກຂຶ້ນ

0
3387

ຄໍາມ່ວນ: ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວຂ້າມນ້ຳໄຮ (ຂົວຄູນຄຳ) ແຫ່ງໃໝ່ຢ່າງເປັນທາງການ ໄດ້ຈັດຂຶ້ນ ໃນວັນທີ 9 ມີນາ 2021 ນີ້ ທີ່ບ້ານນາຂາມ ເມືອງຄູນຄຳ ແຂວງຄຳມ່ວນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ໂຣເບີດ ອາເລນ ຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ໄດ້ຂຶ້ນກ່າວວ່າ: ໂຄງການກໍ່ສ້າງຂົວໃໝ່ແຫ່ງນີ້ ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນເມືອງຄູນຄຳ ໃຫ້ສາມາດໄປ-ມາຫາສູ່ກັນໄດ້ຢ່າງສະດວກສະບາຍ. ເນື່ອງຈາກຂົວເກົ່າມີການເປ່ເພ ແລະ ຊຸດໂຊມຫຼາຍ ຊຶ່ງມີຄວາມສ່ຽງຕໍ່ກັບການເກີດອຸບັດຕິເຫດ, ບໍລິສັດ ເທີນຫີນບູນ ພາວເວີ ຈຳກັດ ໄດ້ອະນຸມັດງົບປະມານຈຳນວນໜຶ່ງ ແລະ ມີການສົມທົບທຶນຈາກຜູ້ຖືຮຸ້ນຂອງບໍລິສັດ ເພື່ອສ້າງຂົວນ້ຳໄຮ (ຂົວຄູນຄຳ) ແຫ່ງໃໝ່ ໂດຍມີມູນຄ່າການກໍ່ສ້າງທັງໝົດ 1.131.685 ໂດລາ, ເປັນຂົວຂາງມີລັກສະນະຮູບໂຕ I, ພື້ນຂົວແມ່ນເບຕົງເສີມເຫຼັກ ຊຶ່ງສາມາດຮັບນ້ຳໜັກໄດ້ 43 ໂຕນ, ມີລວງຍາວ 50,6 ແມັດ, ລວງກວ້າງ 7,5 ແມັດ, ຂາງຂົວສູງ 2 ແມັດ ໂດຍແມ່ນລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ກໍ່ສ້າງ ເຕິຍ ເຈືອງ ເຊີນ ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງເລີ່ມລົງມືກໍ່ສ້າງວັນທີ 1/5/2019, ສຳເລັດການກໍ່ສ້າງວັນທີ 28/2/2021.

ຈາກນັ້ນພິທີ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບຂົວດັ່ງກ່າວ ໂດຍເປັນການລົງນາມລະຫວ່າງ ທ່ານ ໂຣເບີດ ອາເລນ ແລະ ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ.

ທ່ານ ວັນໄຊ ພອງສະຫວັນ ກ່າວວ່າ: ຂົວແຫ່ງນີ້ຈະເຮັດໃຫ້ການໄປ-ມາຫາສູ່ກັນຂອງພໍ່ແມ່ປະຊາຊົນເມືອງຄູນຄຳ ມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ອີກດ້ານໜຶ່ງກໍເປັນການກະຕຸ້ນເສດຖະກິດຢູ່ເຂດເມືອງຄູນຄຳ ໂດຍສະເພາະທຸລະກິດທ່ອງທ່ຽວ ຢູ່ເຂດດັ່ງກ່າວນີ້ໄດ້ມີຄວາມຄຶກຄື້ນຂຶ້ນ.

ຕະຫຼອດໄລຍະ 10 ກວ່າປີຜ່ານມາ, ບໍລິສັດ ເທີນ-ຫີນບູນ ເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາທີ່ດີທີ່ສຸດຂອງແຂວງຄຳມ່ວນ ເຫັນໄດ້ຈາກການປະກອບສ່ວນໃນການຍົກຍ້າຍຈັດສັນປະຊາຊົນ, ການພັດທະນາພື້ນຖານໂຄງລ່າງຂອງບັນດາບ້ານຍົກຍ້າຍຈັດສັນ ແລະ ຊຸມຊົນນອກເຂດຍົກຍ້າຍຈັດສັນ, ການສະໜັບສະໜູນພາຫະນະໃຫ້ແກ່ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ບັນດາເມືອງເປົ້າໝາຍຂອງໂຄງການ ແລະ ກິດຈະກຳທາງດ້ານສິ່ງແວດລ້ອມ, ການປັບປຸງຊີວິດການເປັນຢູ່ ແລະ ການພັດທະນາສັງຄົມ ຊຶ່ງເປັນປັດໄຈຫຼັກໃນການຂັບເຄື່ອນເສດຖະກິດຂອງແຂວງຄຳມ່ວນໃຫ້ເຕີບໃຫຍ່ຂະຫຍາຍຕົວ. ທ່ານ ເຈົ້າແຂວງ ຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງຂັ້ນແຂວງ, ຂັ້ນເມືອງ ຕະຫຼອດຮອດຂັ້ນບ້ານ ໃຫ້ເປັນເຈົ້າການໃນການປົກປັກຮັກສາຂົວແຫ່ງນີ້, ມີການຕິດຕາມກວດກາ ແລະ ບຳລຸງຮັກສາໃຫ້ສາມາດນຳໃຊ້ຍາວນານທີ່ສຸດ.

ຂ່າວ-ພາບ: ສຸກສະຫວັນ

LEAVE A REPLY

Please enter your comment!
Please enter your name here