ພໍ່ຕູ້ອາຍຸ 66 ປີຫວງເມຍແຮງ ກໍ່ເຫດໃຊ້ພ້າຂໍຟັນເມຍ ລູກສາວ ແລະ ລູກເຂີຍ

0
12433

ໃນສັງຄົມປັດຈຸບັນ ບັນຫາປະກົດການຫຍໍ້ທໍ້ຫຼາຍສິ່ງຫຼາຍຢ່າງ ຍັງເກີດຂຶ້ນຢູ່ ຄືດັ່ງພວກເຮົາໄດ້ຮູ້, ໄດ້ເຫັນ, ໄດ້ຟັງທາງສື່ຕ່າງໆ ເປັນຕົ້ນທາງໂທລະພາບ, ວິທະຍຸ, ໜັງສືພິມ, ເຝສບຸກ ແລະສື່ອື່ນໆ ສະນັ້ນຄູ່ຜົວເມຍກ່ອນຈະຕົງລົງປົງໃຈ ສ້າງຄອບຄົວຢູ່ດ້ວຍກັນ ໃນເບື້ອງຕົ້ນທຸກສິ່ງທຸກຢ່າງກໍ່ວ່າດີໝົດ, ບໍ່ມີສິ່ງໃດກິດຂວາງໄດ້ ຂົມກໍ່ຍັງວ່າຫວານ ແຕ່ພາຍຫຼັງຢູ່ກິນຮ່ວມກັນຫຼາຍປີຜ່ານໄປ ຈິດໃຈພັດມີການປ່ຽນແປງ ບາງຄູ່ຄວາມຮັກກໍ່ເລີ່ມຈືດຈາງ ມີປາກມີສຽງຜິດຖຽງກັນຢູ່ຕະຫຼອດ ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບ ຜົວກໍ່ວ່າເປັນຍ້ອນເມຍ ເມຍພັດວ່າເປັນຍ້ອນຜົວ ຄວາມຫວານກໍ່ກາຍເປັນຂົມ, ບາງຄັ້ງກໍ່ໄດ້ລົງໄມ້ລົງມືຕົບຕີກັນຈົນໄດ້ຮັບບາດເຈັບ ບາງກໍລະນີຮ້າຍແຮງໄປກວ່ານັ້ນກໍ່ເຖິງຂັ້ນເສຍຊີວິດກໍ່ເປັນໄດ້ ຄືດັ່ງເຫດການເກີດຂຶ້ນຢູ່ບ້ານໂພນໝີ ເມືອງກາສີ ແຂວງວຽງຈັນ ໄດ້ມີທ້າວ ພອນຄຳ ອາຍຸ 66 ປີ ປະຊາຊົນ ໃຊ້ພ້າຂໍຟັນເມຍ, ຟັນລູກສາວ ແລະ ລູກເຂີຍ ບາດເຈັບສາຫັດ ກາຍເປັນຜູ້ຖືກຫາໃນຄະດີທຳຮ້າຍຮ່າງກາຍ ຖືກຈັບຕົວສົ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງກາສີ ໃນຄັ້ງວັນທີ 4 ມັງກອນ 2021 ຜ່ານມານີ້.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ພອນຄຳ ໄດ້ໃຫ້ການວ່າ: ໄດ້ໃຊ້ພ້າຂໍຟັນເມຍ, ລູກສາວ ແລະ ລູກເຂີຍ ແທ້ ໃນເບື້ອງຕົ້ນ ຄັ້ງວັນທີ 3 ມັງກອນ 2021 ຜູ້ກ່ຽວກັບເມຍ ໄດ້ພາກັນໄປຕັດແຂມຢູ່ສວນເພື່ອເອົາມາເຮັດຟອຍກວດເຮືອນ ຮອດເວລາ 18 ໂມງ ຜູ້ກ່ຽວກັບເມຍ ໄດ້ເອົາແຂມມາລິ ໃນເວລາລິແຂມຢູ່ນັ້ນຜູ້ກ່ຽວກັບເມຍ ໄດ້ມີປາກມີສຽງຜິດຖຽງກັນ ຈົນຮອດເວລາ 23 ໂມງ ເມຍກໍ່ເຂົ້າໄປນອນ ສ່ວນຜູ້ກ່ຽວກໍ່ນັ່ງສູບຢາຢູ່ເຮືອນຄົວ ຈົນຮອດເວລາປະມານ 1 ໂມງ 30 ນາທີ ຂອງວັນທີ 4 ມັງກອນ 2021 ຜູ້ກ່ຽວໄດ້ຈັບເອົາພ້າຂໍຢູ່ເຖີງເປົາເຂົ້າໃນເຮືອນຄົວມາຟັນເມຍ ທີ່ນອນຢູ່ໃນຫ້ອງນອນຈຳນວນ 2 ບາດ ແທ້ ຫຼັງຈາກນັ້ນຜູ້ເປັນເມຍກໍ່ໄດ້ຮ້ອງເອີ້ນລູກສາວ,ລູກເຂີຍມາຊ່ວຍ,ລູກສາວກໍ່ໄດ້ຟ້າວໄປຫ້າມຜູ້ກ່ຽວ,ຜູ້ກ່ຽວ ກໍ່ເລີຍເອົາພ້າຂໍຟັນຫົວ 1 ບາດ,ກົກແຂນ 1 ບາດ ແລະ ເອົາງອມພ້າຂໍສັບໃສ່ຫຼັງ 4 ບາດ ຈາກນັ້ນລູກເຂີຍກໍ່ແລ່ນມາຊ່ວຍອີກ,ພໍດີຖືກພ້າຂໍຟັນເຂົ້າປາກເບື້ອງເທິງ 1 ບາດ ແລະ ນີ້ວມືຊ້າຍ 1 ບາດ ຈຶງມີຄົນຢູ່ເຮືອນໄກຄຽງ ພອມດ້ວຍ ປກສ ບ້ານ ເຂົ້າໄປຊ່ວຍຈັບຕົວທ້າວພອນຄຳ ສົ່ງໃຫ້ເຈົ້າໜ້າທີ່ ປກສ ເມືອງກາສີ ໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງກາສີ ລາຍງານໃຫ້ຮູ້ວ່າ: ສາເຫດທີ່ເຮັດໃຫ້ທ້າວ ພອນຄຳ ລົງມືກໍ່ເຫດໃນຄັ້ງນີ້ ແມ່ນຍ້ອນຄວາມບໍ່ເຂົ້າໃຈກັນ ຫຶງຫວງເມຍເກີນຂອບເຂດ ຄິດວ່າເມຍຫຼີ້ນຊູ້ ເຫດການໃນຄັ້ງນີ້ເຮັດໃຫ້ເມຍ, ລູກສາວ ແລະ ລູກເຂີຍ ໄດ້ຮັບບາດເຈັບ ແລະ ໄດ້ນຳສົ່ງໄປປີ່ນປົວຢູ່ໂຮງໝໍເມືອງກາສີ ເຫັນວ່າໄດ້ປິ່ນປົວດີແລ້ວ ປະຈຸບັນແມ່ນມາອາໃສຢູ່ເຮືອນຕາມປົກກະຕິ ສ່ວນທ້າວ ພອນຄຳແມ່ນຖືກກັກຕົວມາດຳເດີນຄະດີຢູ່ຄຸມຂັງເມືອງກາສີ.

ໂດຍ: ກົງສະເດັດ

LEAVE A REPLY

Please enter your comment!
Please enter your name here