ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ

0
1447

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ ຄື:

1. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງແຜນງົບປະມານແຫ່ງຊາດ 5 ປີ (2021-2015) ທີ່ສະເໜີໂດຍທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຊຶ່ງແຜນງົບປະມານດັ່ງກ່າວ ແມ່ນການຜັນຂະ ຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍກຳນົດທິດທາງລວມ ຖືເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການຈັດຕັັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນ ເຂົ້າໃນການຈັດຕັັ້ງປະຕິບັດວາລະແຫ່ງຊາດ ຕາມພາລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ໃຫ້ສາມາດກ້າວເຂົ້າສູ່ສະພາບປົກກະຕິ. ຜ່ານການປຶກສາຫາລື, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດແຈ້ງຕື່ມ ກ່ຽວກັບວິທີການ ແລະ ມາດຕະການ ໃນການອັດຊ່ອງວ່າງການຮົ່ວໄຫຼ ຂອງງົບປະມານ, ມາດຕະການປະຢັດມັດທະຍັດ, ການປະຕິບັດວິໄນແຜນການ-ການເງິນ, ການກຳນົດຈຸດສຸມ ການນຳໃຊ້ງົບປະມານລົງທຶນຂອງລັດ, ການສ້າງຖານລາຍຮັບໃໝ່ ແລະ ອື່ນໆ, ລວມທັງ ຕົວເລກຄາດໝາຍຕ່າງໆ ໃຫ້ແທດເໝາະກັບສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງ, ຫຼັງຈາກນັ້ນ ສົ່ງໃຫ້ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ທ່ານ ນາຍົກລັດຖະມົນຕີ ພິຈາລະນາ ເປັນຄັ້ງສຸດທ້າຍ ກ່ອນຈະນຳໄປສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ .

2. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການປັບປຸງຮ່າງດຳລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະ ການຄວບຄຸມ ແລະ ກິດຈະການສຳປະທານ ທີ່ສະເໜີໂດຍທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ. ຜ່ານການປຶກສາຫາລື, ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດສະບັບປັບປຸງ ດັ່ງກ່າວ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການແບ່ງຄວາມຮັບຜິດຊອບ ລະຫວ່າງສູນການ ແລະ ທ້ອງຖິ່ນ, ກົນໄກການພິຈາລະນາອະນຸມັດກິດຈະການສຳປະທານ, ການອຳນວຍຄວາມສະດວກດ້ານຕ່າງໆ ໃນການຄຸ້ມຄອງການດຳເນີນກິດຈະການສຳປະທານ, ລວມທັງ ການກຳນົດບັນຊີກິດຈະການຄວບຄຸມ ແລະ ກິດຈະກຳສຳປະທານ ໃຫ້ມີຄວາມເໝາະສົມ, ລະອຽດຈະແຈ້ງ ແລະ ຄົບຖ້ວນ ກວ່າເກົ່າ.

3. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງດຳລັດ ວ່າດ້ວຍເຂດສະຫງວນແຮ່ທາດ ທີ່ສະເໜີໂດຍທ່ານຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແນໃສ່ຮັບປະກັນຄວາມສົມດຸນ ລະຫວ່າງ ການສະຫງວນ ແລະ ການນຳໃຊ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ, ຍືນຍົງ ແລະ ເປັນເຈົ້າການ. ຜ່ານການປຶກສາຫາລື, ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດ ດັ່ງກ່າວ ແລະ ຊີ້ນຳໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ປັບປຸງເນື້ອໃນຮ່າງດຳລັດ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການເສີມຂະຫຍາຍບົດຮຽນ ທີ່ຖອດຖອນໄດ້ ຈາກການຄຸ້ມຄອງແຮ່ທາດ ໃນໄລຍະຜ່ານມາ ເພື່ອກຳນົດ ແລະ ປັບປຸງຮ່າງດຳລັດສະບັບນີ້ ໃຫ້ມີຄວາມສົມບູນຍິ່ງຂຶ້ນ ເປັນຕົ້ນ ການກຳນົດຈຳນວນເຂດ ແລະ ເນື້ອທີ່ ໃຫ້ຊັດເຈນ, ການແຍກເຂດ ທີ່ມີອົງປະກອບ ແລະ ເງື່ອນໄຂແຕກຕ່າງກັນ; ບ່ອນອີງທາງດ້ານກົດໝາຍ ໃນການກຳນົດລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ໃຫ້ລະອຽດ ແລະ ແທດຕົວຈິງກັບແຕ່ລະເຂດ.

4. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII ໄລຍະ 5 ປີ (2016-2020) ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປັບປຸງຮ່າງບົດລາຍງານ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ເປັນຕົ້ນ ວຽກງານພົ້ນເດ່ນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການບໍລິຫານລັດ ຕິດພັນກັບການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງ ຂໍ້ຄົງຄ້າງຈຳນວນໜຶ່ງ ເພື່ອເປັນຂໍ້ມູນໃຫ້ລັດຖະບານ ຊຸດທີ IX ໃນການຈັດຕັ້ງປະຕິບັດວຽກງານຕໍ່ໄປ.

ສໍາລັບວຽກຈຸດສຸມ ປະຈໍາເດືອນ ມີນາ 2021, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງ ສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

1. ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍຈໍາກັດ ແລະ ຕີຖອຍ ສິ່ງທີ່ບໍ່ດີເຫຼົ່ານັ້ນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ;

2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫຼືອ, ການຮ່ວມມືໃຫ້ແກ່ການສ້າງສາພັດທະນາປະເທດເຮົາ. ພ້ອມກັນນີ້ ກໍ່ໃຫ້ສືບຕໍ່ກະກຽມຮອບດ້ານແຜນການເຄື່ອນໄຫວຕ່າງປະເທດຂອງການນໍາພັກ-ລັດ ໃນປີ 2021 ໃຫ້ມີເນື້ອໃນ ແລະ ບັນຍາກາດທີ່ດີ.

3. ທຸກຂະແໜງການ ແລະ ທ້ອງຖິ່ນ ໃຫ້ສືບຕໍ່ຕິດຕາມການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການ ແລະ ທັນເວລາ ດ້ວຍມາດຕະການຕ່າງໆ ຢ່າງຄົບຊຸດ, ໂດຍສະເພາະ ແມ່ນເລັ່ງພັດທະນາ ແລະ ນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບ ແລະ ຮີບຮ້ອນ ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ສໍາເລັດໂດຍໄວ;

4. ສືບຕໍ່ປຸກລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂບັນຫາສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນ ໄຂສະດວກ ໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ ພ້ອມທັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປີ 2021 ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ນໍາໃຊ້ທຸກທ່າແຮງບົ່ມຊ້ອນທີ່ມີ;

5. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້; ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ, ກວດກາສິນເຊື່ອ ຂອງບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດ ໃຫ້ຂະຫຍາຍຕົວ;

6. ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs); ຊຸກຍູ້ບັນດາໂຮງງານປຸງແຕ່ງຕ່າງໆໃຫ້ເຄື່ອນໄຫວປົກກະຕິ, ຖືກກົດໝາຍ, ມີປະສິດທິຜົນ ແລະ ການສົ່ງອອກຜະລິດຕະພັນໃຫ້ຫຼາຍຂຶ້ນ ເພື່ອທົດແທນການນໍາເຂົ້າສິນຄ້າ ແລະ ເປັນການສ້າງຖານການຜະລິດໃຫ້ເຂັ້ມແຂງ;

7. ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າ ຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງ ຂອງແຕ່ລະບ່ອນ ເຮັດແນວໃດ ບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍຄຸນນະພາບ ຍ້ອນອຸປະສັກໃນການຂົນສົ່ງ. ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ.

8. ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ກະຊວງສາທາລະນະສຸກ ເພີ່ມທະວີການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອພະຍາດໂຄວິດ-19 ກໍຄືພະຍາດຕາມລະດູການຕ່າງໆ ແລະ ລາຍງານໃຫ້ຂັ້ນເທິງ ຮັບຊາບຢ່າງເປັນປົກກະຕິ ແລະ ທັນເວລາ;

9. ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອປະຊາສໍາພັນໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ທັງກະກຽມຮັບມື ໃຫ້ທັນສະພາບການ ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານແລ້ງ-ຕ້ານຖ້ວມ;

10. ໃຫ້ບັນດາກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ປະຕິບັດ ຄໍາສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ຢ່າງເອົາຈິງເອົາຈັງໃນສະພາບທີ່ລັດຖະບານມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຊຶ່ງຈະເອົາການແກ້ໄຂວິກິດເສດຖະກິດ-ການເງິນ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ພີ່ນ້ອງປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ

11. ສືບຕໍ່ກະກຽມເນື້ອໃນເອກະສານ ທີ່ລັດຖະບານຈະໄດ້ລາຍງານຕໍ່ກອງປະ ຊຸມສະພາແຫ່ງຊາດ ຄັ້ງປະຖົມມະລຶກ ທີ່ຈະມາເຖິງ ໃຫ້ມີເນື້ອໃນຮັດກຸມ ເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງໄດ້; ບັນດາສະມາຊິກລັດຖະບານ ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.
ໃນຕອນທ້າຍ, ກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພະນັກງານ, ລັດຖະກອນ, ກຳມະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາດ ຄົນຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດທີ່ດຳລົງຊີວິດຢູ່ ສປປ ລາວ ກໍ່ຄືພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ທີ່ໄດ້ສະໜັບສະໜູນ, ເປັນກຳລັງແຮງໃຫ້ລັດຖະບານ ຊຸດທີ VIII ຈັດຕັ້ງປະຕິບັດັ້າທີ່ວຽກງານ ຕະຫຼອດ 5 ປີ ຜ່ານມາ. ພ້ອມກັນນີ້ ສະແດງຄວາມຂອບໃຈຕໍ່ບັນດາປະເທດ ເພື່ອນມິດ, ປະເທດອາຊຽນ, ບັນດາປະເທດໃນໂລກ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ໄດ້ໃຫ້ການຊ່ວຍເຫຼືອ, ຮ່ວມມື ແລະ ສະໜັບສະໜູນລັດຖະບານຊຸດທີ VIII ຕະຫຼອດມາ.

LEAVE A REPLY

Please enter your comment!
Please enter your name here