ບໍລິສັດ Manignom Auto Group Company Limited ໄດ້ລົງນາມຂໍ້ຕົກລົງກັບ Geely Auto Group ໃນການເປັນຕົວແທນຈຳໜ່າຍລົດ GEELY ໃນ ສປປ ລາວ

0
2875

ການເຊັນສັນຍາໄດ້ຈັດຂື້ນໃນ ວັນພະຫັດ ທີ່ຜ່ານມາ ລະຫວ່າງ ປະທານບໍລິສັດ ມະນີຍົມ ໂອໂຕ ກຣຸບ ທານ ສຸກສະໜອນ ສີຫາເທບ ແລະ Mr. Jun Song ຜູ້ຈັດການທົ່ວໄປຂອງ Geely Automative International Corporation ໂດຍມີຄະນະກໍາມະການຈາກທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພະຍານ.

      ຂໍຕົກລົງນີ້ຈະຊ່ວຍໃຫ້ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ສາມາດສຸກຍູ້ຄວາມເຂັມແຂງໃຫ້ກັບທຸລະກິດລົດ ດ້ວຍຄວາມຮ່ວມມືກັບແບຣນລົດອັນດັບ 1 ຂອງ ສປ ຈີນ ເຊິ່ງຈະຊ່ວຍເພີມຄວາມສາມາດໃນການແຂ່ງຂັນໃນຕະລາດລົດ ຂອງ Manignom Group ໃນປີ 2021 ລວມທັງສະເໜີທາງເລືອກໃຫມ່ໃຫ້ກັບຜູ້ທີ່ສົນໃຈໃນ ນະວັດຕະກຳລົດໃຫມ່ ແລະ ປະສົບການດ້ານການເຄື່ອນໄຫວທີ່ເໜືອຄວາມຄາດໜາຍ.

ການເຊັນສັນຍາໃນຄັ້ງນີ້ຈະເຮັດໃຫ້ Manignom Group ສາມາດຂະຫຍາຍທຸລະກິດຈຳໜ່າຍຂາຍລົດສ່ວນບຸກຄົນໃນ ສປປ ລາວ ນອກຈາກການເປັນຕົວແທນຈຳໜ່າຍ ແຕ່ພຽງຜູ້ດຽວໃນ ສປປ ລາວ ສຳລັບ ກຸ່ມບໍລິສັດ General Motor Group ເຊັ່ນ: Chevrolet ແລະ Cadillac ນັບແຕ່ປີ 2012)  ບໍ່ທັນລວມເອົາ ອຸປະກອນກົນຈັກໜັກ ແລະ ລົດບັນທຸກ ທັງຍີ່ຫໍ້ລົດ ຂອງ ສ.ເກົາຫຼີ ເຊັ່ນ: Hyundai, Daewoo, Soosan, Dongyang ແລະ ລົດຈາກ ສປ ຈີນ ເຊັ່ນ: Shantui, Tongly ເປັນຕົ້ນ ເຊິ່ງຈະເພີ່ມຂີດຄວາມສາມາດໃນການແຂ່ງຂັນໃນຕະຫຼາດລົດ ຂອງ ກຸ່ມ ບໍລິສັດ Manignom Group ໃນປີ 2021 ລວມທັງເປັນທາງເລືອກໃໝ່ ໃຫ້ກັບປະຊາຊົນທີ່ສົນໃຈນະວັດຕະກຳຂອງລົດໃຫມ່ ຍີ່ຫໍ້ GEELY ທີ່ຈະນຳມາສູຕະຫຼາດລາວ ໃນລາຄາທີ່ສາມາດເຂົ້າເຖິງໄດ້. ພ້ອມດ້ວຍການບໍລິການຫຼັງການຂາຍທີ່ສົມບູນແບບ ລວມທັງແຜນການຂະຫຍາຍສາຂາໄປຕ່າງແຂວງແລະທົ່ວປະເທດໃນໄລຍະອັນໃກ້ນີ້.

Geely Auto ແມ່ນບໍລິສັດ ໃນເຄືອຫຼັກ ຂອງກຸ່ມບໍລິສັດ Geely Holding Group (Geely Holding), ເຊິ່ງເປັນກຸ່ມຍານຍົນ ລະດັບໂລກ ທີ່ດຳເນີນງານ ກວມເອົາຄຸນະພາບ ແລະ ມູນຄ່າຂອງຍານຍົນ ແບບຄົບວົງຈອນຕັ້ງແຕ່ການວິໄຈ, ການາພັດທະນາ ແລະ ການອອກແບບຈົນເຖິງການຜະລິດ, ການຂາຍ ແລະ ການໃຫ້ບໍລິການ Geely Holding ກໍ່ຕັ້ງຂຶ້ນໃນປີ 1986 ແລະ ເຂົ້າສູ່ອຸດສາຫະກຳລົດໃນປີ 1997. ຫຼັງຈາກນັ້ນ, ບໍລິສັດ Geely Holding ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍການຖືສັດສ່ວນຮຸ້ນໃນແບຣນຕ່າງປະເທດ ແລະ ພັນທະມິດ ທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງເຊັ່ນວ່າ ການເປັນເຈົ້າຂອງ 99% ຫຸ້ນຂອງ Volvo, ຄອບຄຸມ 51% ໃນ Lotus ແລະ ຖືກຫຸ້ນ 9.7% ຂອງຮຸ້ນຂອງ Daimler AG ແລະ Mercedes-Benz ໃນປີ 2020 ລວມທັງ Geely Holding ປະກາດ ຈັດຕັ້ງ ບໍລິສັດຮ່ວມທືນລະດັບໂລກ “Smart Automobile Co. , Ltd. ” ຢ່າງເປັນທາງການ  ສຳລັບຍີ່ຫໍ້ ອັດສະລິຍະ Geely Holding, ບໍລິຫານແບຣນຊັ້ນນຳຫຼາຍແບຣນເຊັ່ນ: Geely Auto, Volvo, Lynk & Co, Lotus, Polestar, Proton Cars, Lotus, Geometry ແລະLondon Taxi ດຳເນີນງານໂຮງງານຜະລິດ ແລະ ປະກອບ 40 ກວ່າແຫ່ງ, ສູນ R&D ຈຳນວນ 8 ແຫ່ງ ແລະ ສູນອອກແບບ 8 ແຫ່ງໃນອາເມລິກາ ເໜືອ, ເອີຣົບ, ສປ ຈີນ ແລະ ອາຊີຕາເວັນອອກສຽງໃຕ້, ໂດຍໄດ້ຮັບການສະໜັບສະໜູນ ຈາກບໍລິສັດ Geely Holdingແບຣນຕ່າງໆ ພາຍໃຕ້ການບໍລິຫານຂອງບໍລິສັດ ມີຍອດຂາຍ ຫລາຍກ່ວາ 2.1 ລ້ານຄົນໃນໂລກໃນປີ 2020, ໃນປີ 2020 ບໍລິສັດ Holding ທີ່ຈົດທະບຽນຢູ່ໃນຮ່ອງກົງຂອງ Geely Auto ລວມເຖິງ Lynk & Co ແລະ Geometry ລາຍງານຍອດຂາຍປີ 2020 ຢູ່ທີ່ 1,32 ລ້ານຄັນ. Geely Auto ແບຣນເພີ່ມສ່ວນແບ່ງຕະຫຼາດ ແລະ ຮັກສາຕຳແໜ່ງ ຂອງຍີ່ຫໍ້ ສັນຊາດຈີນຂາຍດີທີ່ສຸດເປັນປີທີ່ 4ຕິດຕໍ່ກັນ,ແບຣນດັ່ງກ່າວຜ່ານຄວາມສຳເລັດຄັ້ງປະຫວັດສາດດ້ວຍຍອດຈຳໜ່າຍ 10 ລ້ານຄັນເປັນຄັ້ງທຳອິດ ສຳລັບຍີ່ຫໍ້ລົດ ສັນຊາດ ຈີນ ບໍລິສັດ Geely Holding ໄດ້ຮັບການຈັດອັດດັບໃຫ້ຢູ່ໃນ Fortune Global 500 ປະຈໍາປີ 2020 ຕິດຕໍ່ກັນເປັນເວລາ 9 ປີ, ໂດຍຢູ່ໃນອັນດັບທີ 243 ມີລາຍໄດ້ 47.8 ພັນລ້ານໂດລາສະຫະລັດໃນປີ 2020 ນັບແຕ່ເຂົ້າສູ່ Fortune Global 500 ເປັນຄັ້ງທໍາອິດ ໃນປີ 2012, Geely Holding ໄດ້ເພີ່ມຂື້ນເຖິງ 200ກວ່າແຫ່ງ ສາມາດສະແດງສະກະຍະພາບຂອງແບຣນລະດັບສາກົນຈາກ ສປ ຈີນ ໄປທົ່ວໂລກ.

ທ່ານ ສຸກສະໝອນ ສີຫາເທບ ກ່າວວ່າ: ມະນີຍົມ ໂອໂຕ ກຣຸບ ໄດ້ພະຍາຍາມເໜັ້ນເຖິງ ສະກະຍະພາບແລະຄວາມສາມາດດ້ານການແຂ່ງຂັນໃນຕະຫຼາດລົດໃຫມ່ ທີ່ຈະເພີ່ມເຂົ້າມາເພື່ອແຂ່ງຂັນໃນຕະຫຼາດລາວ GEELY ໄດ້ຕອບສະໜອງຄວາມຕ້ອງການທັງໝົດໃນດ້ານເຕັກໂນໂລຊີໃຫມ່ ໄດ້ຮັບການພິສູດແລ້ວຈາກການພັດທະນາຮ່ວມກັນຂອງ Volvo ຕະຫຼອດຈົນເຖິງຍອດຂາຍທົ່ວໂລກທີ່ບໍ່ມີແບຣນສັນຊາດຈີນໃດເຄີຍເຮັດໄດ້ມາກ່ອນ.

ຍອດຂາຍ ທີ່ຫຼາຍຂື້ນຂອງ Geely ໃນຫລາຍປີທີ່ຜ່ານມາ ເປັນກນຮັບປະກັນເຖິງນະວັດຕະກຳທີ່ໄດ້ຮັບການພິສູດແລ້ວ ວ່າມີຄວາມສາມາດ ໃນການແຂ່ງຂັນ ໄດ້ຮັບການສະໜັບສະໜູນ ຈາກບໍລິສັດແມ່ ຈາກປະເທດຈີນຕະຫຼອດຈົນເຖິງພັນທະມິດຕົວແທນຈຳໜ່າຍຂອງGEELY ໃນອາຊີ ແລະ ທົ່ວໂລກ ຜະລິດຕະພັນ ທີ່ກວມເອົາທຸກພາກສ່ວນຂອງຕະຫຼາດລົດ ລວມທັງເຕັກໂນໂລຢີໃໝ່ໆ ເຊັ່ນ ລົດ EV Car(ລົດໄຟຟ້າ) ທີ່ຈະນຳມາໃນອານາຄົດ ສູ່ຕະຫຼາດລາວ ຕາມຄວາມຕ້ອງການຂອງຕະຫລາດ. ທ່ານ ສຸກສະໝອນ ສີຫາເທບ ປະທານບໍລິສັດManignom Group ໄດ້ກ່າວກັບສື່ມ່ວນຊົນ ໃນງານພີທີເຊັນສັນຍາ.

ພວກເຮົາດີໃຈຫຼາຍທີ່ທຸກທ່ານມາຮ່ວມໃນພິທີເຊັນສັນຍາໃນມື້ນີ້ ມື້ນີ້ແມ່ນວັນທີ່ 7 ຂອງປີໃຫມ່ຈີນ ແລະ ເປັນມື້ເຮັດວຽກມື້ທຳອິດຫຼັງຈາກພັກ ກຸດຈີນ ແລະ ຍັງເປັນມື້ມົງຄຸນຕາມປະເພນີຈີນອີກດ້ວຍ ກ່ອນອື່ນ ຂ້າພະເຈົ້າ ຂໍຂອບໃຈ ທີມງານບໍລິຫານຂອງບໍລິສັດ ມະນີຍົມ ໂອໂຕ ກຣຸບ ສຳລັບຄວາມຮ່ວມມື້ ໃນໄລຍະຍາວກັບ GEELY  ດ້ວຍການເຮັດວຽກຢ່າງໜັກ ແລະ ຄວາມພະຍາຍາມຂອງ ມະນີຍົມ ໃນຊ່ວງຫຼາຍເດີືອນທີ່ຜ່ານມາ ຫຼັງຈາກໂອ້ລົມກັນຫຼາຍຮອບ ໂດຍທັງສອງຝ່າຍຕອນນີ້ ເຮົາມີການນັດໝາຍກັນມາເຖິງພິທີເຊັນສັນຍາ ຕົວແທນຈຳໜ່າຍຢ່າງເປັນທາງການ ຂອງລົດ GEELY ເພາະເຮົາເຊື້ອໜັ້ນກັບບໍລິສັດແລະທີມງານມືອາຊີບຂອງ ບໍລິສັດມະນີຍົມ ຈະນຳພາ GEELY ປະສົບຜົນສຳເລັດ Mr. Jun Song ກ່າວ.

ພາຍໃຕ້ສະຖານະການລະບາດທົ່ວໂລກ ຄວາມທ້າທາຍແລະໂອກາດຢູ່ຮ່ວມກັນໃນອຸສະຫະກຳລົດຍົນ ດ້ວຍກົນລະຍຸໃນຕ່າງປະເທດຂອງ GEELY ທີ່ສຸກຍູ້ໄປທາງໜ້າ ແລະ ຜະລິດຕະພັນ ຍຸກ 4.0 ທີ່ເປີດຕົວສູ່ໂລກ ເທືອລະໜ້ອຍ ພະລັງແບຼນ ແລະ ຜະລິດຕະພັນຂອງ GEELY ກໍ່ເພີ່ມຂື້ນຢ່າງຕໍ່ເນື່ອງໃນປີ 2020 ຍອດຂາຍລວມຂອງ GEELY ແລະ ແບຼນຕ່າງໆ ເພີ່ມຂື້ນສູງເຖິງ 2,1ລ້ານຄັນ ໂດຍມີຍອດຂາຍໃນຕ່າງປະເທດ 73,000ຄັນ ເພີ່ມຂື້ນ 25% ໃນຂະບວນການເຕີບໃຫຍ່ຢ່າງວ່ອງໄວ ເຮົາກຳລັງຄົ້ນຫາພັນທະມິດ ທີ່ກຳລັງຢູ່ໃນການຈັດການຄຸນນະພາບ ແລະ ການເຕີບໃຫຍ່ຂອງມູນຄ່າ ໃນທິດທາງດຽວກັນ ດ້ວຍເບື້ອງຫຼັງຄວາມຮ່ວມມື້ ລະຫວ່າງ ບໍລິສັດ ມະນີຍົມ ກຣຸບ ແລະ GEELY ຈຶ່ງມີຄວາມສຳຄັນ ຫຼາຍຂື້ນ ໃນຖານະພັນທະມິດ ທີ່ເຮົາໄວ້ວ່າງໃຈ ໃນຄວາມແຂ່ງແກ່ນແລະປະສົມການຂາຍລົດ ທີ່ມີມາຫຼາຍປີ ທີ່ເປັນຂອງມະນີຍົມ ໂອໂຕ ກຣຸບ ເຮົາຈະກ້າວໄປຂ້າງໜ້າ ແລະ ພັດທະນາຢ່າງເລີກເຊິງ ໃນຕະຫຼາດ ສປປລາວ ຮ່ວມກັນເພື່ອມອບຜະລິດຕະພັນ ນະວັດຕະກຳ ທາງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ກັບ ຜູ້ບໍລິໂພກ ຄົນລາວ ແລະ ການບໍລິການທີ່ໄດ້ມາດຕະຖານ. 

ບໍລິສັດ Manignom Auto Group ຈະສ້າງ Showroom GEELY ພ້ອມກັບສູນບໍລິການຫຼັງການຂາຍລະດັບ A ເພື່ອໃຫ້ຖືກກັບມາດຕະຖານຂອງ GEELY ຢູ່ທີ່ 4ແຍກໄຟແດງ ສີດຳດ່ວນ ຖະໜົນ  Asean Road ມີກຳນົດໃຫ້ສຳເລັດພາຍໃນ 7 ເດືອນ ນັບແຕ່ມື້ລົງນາມໃນສັນຍາຕົວແທນໃນມື້ນີ້ ເຊິງໃນລະຫວ່າງຄວບຄຸ່ມການກໍ່ສ້າງ Showroom ທາງບໍລິສັດມະນີຍົມ ອາດຈະນຳເຂົ້າລົດ GEELY ເພື່ອນຳສະເໜີພີ່ນ້ອງຊາວລາວກ່ອນ ເພື່ອບໍ່ໃຫ້ເສຍເວລາລໍຖ້າທີ່ຈະເຂົ້າສູ່ຕະຫຼາດການແຂ່ງຂັນທີ່ໜ້າຕື່ນເຕັ້ນ ໃນປີ 2021 ນີ້.

LEAVE A REPLY

Please enter your comment!
Please enter your name here