ເບຍລາວ ສືບຕໍ່ມອບທຶນການສຶກສາໃຫ້ແກ່ນັກສຶກສາ ທີ່ຮຽນດີຮຽນເກັ່ງ ທັງໝົດ 330 ທຶນ

0
3203

ເພື່ອປະກອບສ່ວນໃນການສະໜັບສະໜູນ ແຜນພັດທະນາບຸກຄະລາກອນຂອງຊາດ ທີ່ສອດຄ່ອງກັບແນວທາງຂອງພັກ ແລະ ລັດຖະບານ ທັງເປັນການໃຫ້ໂອກາດແກ່ນັກສຶກສາລະດັບມະຫາວິທະຍາໄລ ແລະ ວິທະຍາໄລຄູ; ບໍລິສັດ ເບຍລາວ ຈໍາກັດ ໄດ້ສືບຕໍ່ໂຄງການສານຝັນໃຫ້ແກ່ນັກສຶກສາ ທີ່ຮຽນດີ ຮຽນເກັ່ງ ແຕ່ຂາດເຂີນທາງດ້ານທຶນຮອນ ປະຈໍາສົກປີ 2020-2021 ຈໍານວນ 330 ທຶນຈາກ 7 ສະຖາບັນການສຶກສາໃນທົ່ວປະເທດປະກອບມີ: ມະຫາວິທະຍາໄລແຫ່ງຊາດ ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລ ສະຫວັນນະເຂດ, ມະຫາວິທະຍາໄລ ຈໍາປາສັກ, ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູປາກເຊ ແລະ ສະຖາບັນວິຈິດສິນ ເຊິ່ງໂຄງການສານຝັນມອບທຶນການສຶກສາ ແກ່ນັກສຶກສາທີ່ຂາດເຂີນ ຂອງບໍລິສັດ ເບຍລາວ ເລີ່ມຕົ້ນມາແຕ່ປີ 2010 ເປັນຕົ້ນມາ. ຕັ້ງແຕ່ເລີ່ມຕົ້ນຈົນຮອດປັດຈຸບັນ ບໍລິສັດເບຍລາວໄດ້ມອບທຶນທັງໝົດຫຼາຍກວ່າ 3 ພັນ ກ່ວາທຶນ ໃນທົ່ວປະເທດ, ລວມເປັນງົບປະມານທັງໝົດ 10 ຕື້ ກີບ.

ທ່ານ Henrik Juel Anderson (ເຮັນຣິກ ຈູນ ແອນເດີຊັນ) ຜູ້ບໍລິຫານສູງສຸດ ຂອງ ບໍລິສັດ ເບຍລາວ ຈຳກັດໄດ້ກ່າວວ່າ: ນັກສຶກສາຫຼາຍຄົນ ກຳລັງເກີດຂໍ້ສົງໃສໃນຕົນເອງວ່າ ເມື່ອຈົບໄປແລ້ວ ຈະເຮັດອາຊີບຫຍັງ ຈະສາມາດຫາລ້ຽງຄອບຄົວໄດ້ບໍ່ ແລະ ຈະສາມາດນຳໃຊ້ຄວາມຮູ້ທີ່ຕົນເອງໄດ້ຮຽນມາກອບອາຊີບໄດ້ບໍ່ ສິ່ງສຳຄັນທີ່ສຸດ ເຮົາຕ້ອງມີເປົ້າໝາຍໃນຊີວິດ ແລະ ວິໄສທັດທີ່ແນ່ນອນ ເຊິ່ງເລີ່ມຕົ້ນເຮັດໃນສິ່ງທີ່ເຮັດໄດ້. ນອກຈາກນີ້, ຕ້ອງມີຄວາມພະຍາຍາມ ແລະ ມີຄວາມມຸ້ງໜັ້ນ ເພາະສິ່ງເຫຼົານີ້ຈະເຮັດໃຫ້ປະສົບຜົນສຳເລັດໃນໜ້າທີ່ການງານໄດ້ຢ່າງແນ່ນອນ. ແລະ ກ່າວເຕີ່ມອີກວ່າ: ການສຶກສາ ເປັນພື້ນຖານແຫ່ງການດໍາລົງຊີວິດ, ຖ້ານັກຮຽນໄດ້ຮັບການສຶກສາທີ່ດີ ກໍ່ຈະມີໂອກາດປະສົບຜົນສໍາເລັດໃນອະນາຄົດ. ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນດັ່ງກ່າວ ບໍລິສັດ ເບຍລາວ ຈໍາກັດ ຈຶ່ງໄດ້ສືບຕໍ່ຈັດກິດຈະກໍາ ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ໃນຫຼາຍພື້ນທີ່ທົ່ວປະເທດຕໍ່ເນື່ອງກັນມາ ເປັນປີທີ 11.

ນາງ ກັນຢົວລີ ນັກສຶກສາ ຈາກພາກວິຊາອອກແບບວິຈິດສິນ ສະຖາບັນວິຈິດສິນແຫ່ງຊາດ ເວົ້າວ່າ: ມີຄວາມຮູ້ສຶກ ພາກພູມໃຈຫຼາຍ ທີ່ໄດ້ຮັບທຶນການສຶກສາ ຈາກ ບໍລິສັດ ເບຍລາວ ຈໍາກັດ ໂດຍໄດ້ນໍາໃຊ້ທຶນການສຶກສາດັ່ງກ່າວ ເຂົ້າໃນການຊື້ອຸປະກອນການຮຽນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍຈາກຄອບຄົວ.

ບັນດານັກສຶກສາ ທີ່ໄດ້ຮັບທຶນ ຈາກບໍລິສັດ ເບຍລາວ ຈໍາກັດ ລ້ວນແລ້ວແຕ່ແມ່ນນັກສຶກສາ ທີ່ຕັ້ງໜ້າໃນການຄົ້ນຄວ້າຮໍ່າຮຽນ ຊຶ່ງມັນໄດ້ສະແດງອອກທາງດ້ານການປະພຶດ, ຄຸນສົມບັດ, ການເຄົາລົບນັບຖື ຄູບາອາຈານ ແລະ ໝູ່ຄູ່ ນອກຈາກນັ້ນ ນັກສຶກສາ ແຕ່ລະຄົນ ຍັງມີຜົນງານທີ່ໂດດເດັ່ນທາງດ້ານກິລາ, ສິລະປະ ວັນນະຄະດີ, ມີຜົນການຮຽນ ບໍ່ຫຼຸດຄາດໝາຍຄະແນນເກຣດສະເລ່ຍຕໍ່າສຸດ GPA 2.4 ເຖິງ 4.0. 

ຕະຫຼອດໄລຍະທີ່ຜ່ານມາ ບໍລິສັດ ເບຍລາວ ຈໍາກັດ ໄດ້ໃຫ້ຄວາມສໍາຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ໂດຍສະເພາະໃນວຽກງານການມີສ່ວນຮ່ວມ ໃນການສົ່ງເສີມ ຮັກສາຮີດຄອງປະເພນີ, ການປົກປັກຮັກສາສິ່ງແວດລ້ອມ, ກິລາ, ສາທາລະນະສຸກ ແລະ ການສຶກສາ ເພື່ອໃຫ້ຄົນລາວ ເປັນຄົນທີ່ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບການພັດທະນາ ສ້າງສາປະເທດຊາດ ໃຫ້ນັບມື້ນັບຈະເລີນກ້າວໜ້າ ທຽບເທົ່າກັບສາກົນ.

LEAVE A REPLY

Please enter your comment!
Please enter your name here