ສະຫວັນນະເຂດ ຈັດກິດຈະກຳຂັບຂີ່ປອດໄພ ຫ່ວງໃຍຊີວິດ ຫ່າງໄກຢາເສບຕິດ

0
1217

ກິດຈະກຳຂັບຂີ່ປອດໄພ ຫ່ວງໃຍຊີວິດ ຫ່າງໄກຢາເສບຕິດ ເພື່ອຂ່ຳນັບຮັບຕ້ອນບັ້ນເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງຮຽນ ມສ ອຸທຸມພອນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມ ຂອງທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຄະນະບໍລິຫານເສດຖະກິດພິເສດແຂວງ, ທ່ານ ພູລຳພອນ ສີຫາວົງ ເລຂາຄະນະບໍ ລິຫານງານຊາວໜຸ່ມແຂວງ, ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ກ່າວເປີດວ່າ:

“ການຈັດກິດຈະກຳໃນຄັ້ງນີ້, ເພື່ອປູກຈິດສຳນຶກໃຫ້ ນັກຮຽນ ມສ ອຸທຸມພອນ ໄດ້ຮູ້ກ່ຽວກັບການຂັບຂີ່ລົດລາງພາຫະນະຕາມທ້ອງຖະໜົນ ໃຫ້ມີຄວາມປອດໄພ ເພື່ອຫຼີກເວັ້ນຈາກການເກີດອຸບັດເຫດ ອັນສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນ ທັງບຸກຄົນ ແລະ ລວມໝູ່ ພ້ອມດຽວກັນນີ້, ກໍເພື່ອເປັນການສ້າງຂະບວນການຕ້ອນຮັບບັ້ນເລືອກຕັ້ງ ສສຊ ແລະ ສສຂ.”

ທ່ານ ພັທ ໄພວັນ ແກ້ວວໍລະວົງ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງ ໄດ້ກ່າວມີຄຳເຫັນວ່າ: ຢາກໃຫ້ຊາວໜຸ່ມ, ນັກຮຽນທຸກຄົນ ຈົ່ງມີສະຕິໃນການຂັບຂີ່ລົດຕາມທ້ອງຖະໜົນ ເພື່ອຄວາມປອດໄພຂອງໝົດທຸກຄົນ, ການຂັບຂີ່ລົດຈັກທຸກຄັ້ງ ຕ້ອງໃສ່ໝວກກັນກະທົບ ແລະ ປະຕິບັດລະ ບຽບຈະລາຈອນຢ່າງເຂັ້ມງວດ ພ້ອມທັງມີນ້ຳໃຈຊຶ່ງກັນ ແລະ ກັນ ທັງນີ້, ກໍເພື່ອຫຼຸດຜ່ອນການເກີດອຸບັດ ເຫດຕາມທ້ອງຖະໜົນ.

ຈາກນັ້ນ, ໃນພິທີ ກໍໄດ້ເລີ່ມເປີດກິດຈະກຳຂັບຂີ່ປອດໄພ ໂດຍການຂັບຂີ່ລົດຈັກທີ່ີຈຸດເລີ່ມຕົ້ນຈາກໂຮງຮຽນ ມສ ອຸທຸມພອນ ລ້ຽວຂວາໄປຕາມທາງເລກ 9 ຮອດວົງວຽນໃຫຍ່ ແລ້ວລ້ຽວກັບຄືນຕາມທາງເລກ 9 ແລະ ກັບຄືນໂຮງຮຽນ ມສ ອຸທຸມພອນ.

ຂ່າວ-ພາບ:ສະຫວັນ

LEAVE A REPLY

Please enter your comment!
Please enter your name here