ນັກຮຽນໂຮງຮຽນ ມສ ຈັນທາບໍລິຈາກເລືອດຊ່ວຍເຫຼືອສັງຄົມ

0
1402

ເມື່ອບໍ່ດົນມານີ້, ອົງການກາແດງ ແຂວງອັດຕະປື ໄດ້ລົງເຄື່ອນໄຫວຈັດກິດຈະກໍາ ບໍລິຈາກເລືອດ ທີ່ໂຮງຮຽນ ມສ ຈັນທາ ເມືອງສາມັກຄີໄຊ ແຂວງອັດຕະປື ນຳໂດຍທ່ານ ນາງ ດາວວັງ ນາມສີນາ ຮອງຫົວໜ້າຫ້ອງການອົງການກາແດງແຂວງ ພ້ອມດ້ວຍພະນັກງານວິຊາການ ແລະ ແພດໝໍ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.

ທ່ານ ນາງ ດາວວັງ ນາມສີນາ ໄດ້ອະທິບາຍການປຸກລະດົມ ບໍລິຈາກເລືອດ ເພື່ອໄປຊ່ວຍເຫຼືອ ຄົນເຈັບປ່ວຍ ທີ່ຕ້ອງການເລືອດເພື່ອປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ເລືອດກໍຄືຊີວິດ, ຫຼໍ່ລ້ຽງທຸກພາກສ່ວນ ຂອງຮ່າງກາຍ, ຮ່າງກາຍທີ່ຂາດເລືອດ ເນື່ອງຈາກເຈັບປ່ວຍ ຫຼື ເກີດອຸບັດເຫດ ເຮັດໃຫ້ເສຍເລືອດຫຼາຍ ເປັນອັນຕະລາຍເຖິງຊີວິດ ຖ້າບໍ່ໄດ້ຮັບເລືອດທົດແທນ. ປັດຈຸບັນ, ຄວາມຈຳເປັນນຳໃຊ້ເລືອດຢູ່ປະ ເທດເຮົາໃນແຕ່ລະວັນ ແມ່ນມີຈຳນວນຫຼາຍ, ມີຜູ້ເຈັບປ່ວຍຢູ່ຕາມໂຮງໝໍ ຕ່າງໆ ທີ່ຕ້ອງການເລືອດໃນ ແຕ່ລະວັນ, ບັນດາສູນເລືອດປະຈຳແຂວງ ຕ້ອງພະຍາຍາມຈັດຫາ ແລະ ສະໜອງເລືອດ ໃຫ້ທັນເວລາ ແກ່ຄົນເຈັບ.

ໂອກາດດຽວກັນມີນ້ອງນັກຮຽນຂອງໂຮງຮຽນ ມສ ຈັນທາ 42 ຄົນ ຍິງ 18 ຄົນ ໄດ້ສະໝັກໃຈ ບໍລິຈາກເລືອດແບບບໍ່ຫວັງສິ່ງຕອບແທນ ແລະ ໄດ້ເລືອດ 42 ຖົງ ເທົ່າກັບ 14.700 ຊີຊີ. ສໍາລັບປີ 2021 ທາງອົງການກາແດງ ແຂວງອັດຕະປື ມີແຜນການຈະສູ້ຊົນບໍລິຈາກເລືອດນໍາພາກສ່ວນຕ່າງໆ ໃຫ້ໄດ້ 700 ຖົງ ເພື່ອຮອງຮັບຄວາມຕ້ອງການເລືອດຂອງຄົນເຈັບທີ່ເພີ່ມຂຶ້ນໃນແຕ່ລະວັນ.

ຂ່າວ: ອົງການກາແດງ ແຂວງອັດຕະປື

LEAVE A REPLY

Please enter your comment!
Please enter your name here