ເປີດຕົວຢ່າງເປັນທາງການ ສະມາຄົມສົ່ງເສີມຜູ້ປະກອບກິດຈະການວິສາຫະກິດຂະໜາດນ້ອຍ ແລະ ກາງ ລາວ (Lao SME Association)

0
2063

ໃນວັນທີ 17 ກຸມພາ 2021 ທີ່ພັດທະຄານ ເຊັນພິລາ, ນະຄອນຫຼວງວຽງຈັນ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAO SME) ໄດ້ຈັດງານເປີດຕົວສະມາຄົມຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງ ອຄ, ທ່ານ ລິດທິໄກ ພູມມະສັກ ປະທານ ສະມາຄົມ LAO SME, ທ່ານ ຮສ.ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລ ແຫ່ງຊາດ, ທ່ານ Yoshiharu YONEYAMA ຫົວໜ້າ ອົງການໄຈກາ ປະຈໍາລາວ ພ້ອມດ້ວຍຄະນະບໍລິຫານ, ສະມາຊິກສະມາຄົມ, ບັນດາແຂກຜູ້ສະໜັບສະໜູນກິດຕິມັກສັກ VVIP ຂອງສະມາຄົມ LAO SME ເຂົ້າຮ່ວມ.

ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມ LAOSME ກ່າວວ່າ: ສະມາຄົມພວກເຮົາໄດ້ສ້າງຕັ້ງຈາກການລວມໂຕຂອງບັນດາຜູ້ປະກອບກິດຈະການວິສະຫະກິດຂະໜາດນ້ອຍ ແລະ ກາງ ທີ່ມາຈາກຫຼາຍຂະແໜງການ ແລະ ເປັນຜູ້ທີ່ມີອຸດົມການອັນດ່ຽວກັນ ກໍ່ຄື່ການຊ່ວຍເຫຼືອບັນດາທຸລະກິດຂະໜາດໜ້ອຍ, ກາງ ແລະ ຈູນລະວິສະຫະກິດຂອງລາວ ໃຫ້ສາມາດພັດທະນາກ້າວໄກ, ສ້າງຄວາມສີວິໄລ ແລະ ໄປສູ່ລະດັບສາມກົນ ໂດຍໃນວັນທີ 1 ສິງຫາ 2020 ຜ່ານມາ ທາງຄະນະຂົນຂວາຍສ້າງຕັ້ງສະມາຄົມກໍ່ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກ ເພື່ອເລືອກຕັ້ງເອົາຄະນະບໍລິຫານຊຸດທີ່ໜຶ່ງ ເຊິ່ງກອງປະຊຸມໄດ້ຄັດເລືອກເອົາຄະນະບໍລິຫານງານຈຳນວນ 21 ທ່ານ ໃນນັ້ນປະກອບມີ ປະທານ 1 ທ່ານ, ຮອງປະທານ 4 ທ່ານ, ປະທານກວດກາ 1 ທ່ານ ແລະ ຮອງປະທານກວດກາ 1 ທ່ານ. ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານກົດລະບຽບຂອງສະມາຄົມເພື່ອນຳສະເໜີໃຫ້ແກ່ກະຊວງອຸສະຫະກໍາ ແລະ ການຄ້າເພື່ອພິຈາລະນາຮັບຮອງ.

ມາຮອດວັນທີ 26 ມັງກອນ 2021 ກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ ກໍ່ໄດ້ອອກໃບທະບຽນສະມາຄົມໃຫ້ແກ່ ສະມາຄົມສົ່ງເສີ່ມຜູ້ປະກອບກິດຈະການວິສະຫະກິດ ຂະໜາດນ້ອຍ ແລະ ກາງລາວ (ສນກລ) ຊື່ເປັນພາສາອັງກິດ Small and Medium Enterprise Promotion Association of Lao PDR (LAOSME) ແລະ ມາຮອດປັດຈຸບັນ ສະມາຄົມ ມີສະມາຊິກ 70 ທ່ານ ແລະ ມີຜູ້ສະໜັບໜູນກິດຕະມະສັກ ຫຼື VVIP ຈຳນວນ 5 ອົງກອນ ໄດ້ແກ່ ທະນາຄານ ຫວຽດຕີນ ລາວ, ທະນາຄານ ມາລູຮັນ ເຈແປນລາວ, ບໍລິສັດ ກຸ່ມໄຊຍະວົງ ແລະ ໂຮງງານອຸສະຫະກໍາ ໂຕໂຍລາວ, ບໍລິສັດ ເດິລເວີຣີ ຮີໂຣ (ລາວ)

ສະມາຄົມ LAO SME ໄດ້ວາງວິໄສທັດຮອດປີ 2023 ກໍຄືການສ້າງສີ່ງແວດລ້ອມ ຫຼື ລະບົບນິເວດທີ່ອໍານວຍຄວາມສະດວກ, ມີຄວາມໝາຍ ແລະ ເປັນກໍາລັງແຮງໃຫ້ແກ່ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ລາວໃຫ້ສາມາດກ້າວໄປໄກສູ່ຕະຫຼາດໂລກໄດ້ ເພື່ອໃຫ້ໄປບັນລຸເປົ້າໝາຍດັ່ງກ່າວ ສະມາຄົມຂອງພວກເຮົາໄດ້ກຳນົດ ພາລະກິດໃຫ້ແກ່ຄະນະບໍລິຫານຄື: 1) ສ້າງສະມາຄົມເປັນສູນລວມແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານໃຫ້ແກ່ສະມາຊິກ; 2) ຊ່ວຍເຫຼືອສະມາຊິກໃນການພັດທະນາທຸລະກິດໃໝ່; 3) ຊ່ວຍເຫຼືອສະມາຊິກໃນການເຂົ້າເຖີງຕະຫຼາດພາຍໃນ ແລະ ສາກົນ; 4) ສົ່ງເສີມໃຫ້ມີຄວາມສາມະຄີ ແລະ ຄວາມຫຼາກຫຼາຍຂອງສະມາຊິກ; 5) ສ້າງແຮງບັນດານ ແລະ ສະໜັບສະໜູນໃຫ້ເກີດມີການພັດທະນາຜູ້ປະກອບການໃໝ່ໃນ ສປປ ລາວ ແລະ 6) ສົ່ງເສີມການນຳໃຊ້ນະວັດຕະກໍາ ແລະ ເທັກໂນໂລຢີໃນທຸລະກິດຂອງຄົນລາວ
ເພື່ອໃຫ້ການເຮັດວຽກຂອງຄະນະບໍລິຫານຂອງສະມາຄົມມີປະສິດທິຜົນສູງ ແລະເປັນການຫລິກລ້ຽງຂໍ້ຂັດແຍງຄວາມບໍ່ເຂົ້າໃຈກັນທີ່ຈະເກີດຂຶ້ນໃນອານາຄົດ ຄະນະບໍລິຫານຂອງ LAOSME ຈື່ງໄດ້ຕົກລົງເປັນເອກະພາບຮັບເອົາຄ່ານິຍົມຂອງສະມາຄົມ (Core Value) ເປັນຫຼັກການລວມຂອງການປະຕິບັດວຽກຮ່ວມກັນຂອງຄະນະບໍລິຫານ ຄື: 1) ຊື່ສັດ ແລະ ປະຕິບັດວຽກອອກມາຈາກໃຈຈີງ; 2) ເຄົາລົບ ແລະ ນັບຖືຊື່ງກັນ ແລະ ກັນ; 3) ຮັກສາຄວາມສາມາຄີບໍ່ມີການແບ່ງແຍກ; 4) ຍົກຍ້ອງແນວຄວາມຄິດສ້າງສັນ ແລະ ມີນະວັດຕະກໍາຂອງສະມາຊິກ ແລະ 5) ຮັກສາການເຮັດວຽກແບບມືອາຊີບຂອງສະມາຄົມ.

ພ້ອມນີ້ ສະມາຄົມ LAOSME ຍັງໄດ້ກໍານົດແຜນການປະຈໍາປີ 2021 ຂອງສະມາຄົມໂດຍເນັ້ນການຂະຫຍາຍສະມາຊິກລວມການຊ່ວຍເຫຼືອບັນດາຜູ້ປະກອບກິດຈະການ MSME ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ19 ໂດຍສະເພາະແມ່ນການຊ່ວຍເຫຼືອບັນດາ ຜູ້ປະກອບການ MSME ໃຫ້ສາມາດເຂົ້າເຖີງແຫຼ່ງທຶນ ພ້ອມຍົກສູງຄວາມອາດສາມາດທາງທຸລະກິດຂອງພວກເຂົາ ໂດຍສະເພາະໃຫ້ສາມາດຈ່າຍຄືນໜີ້ເງິນກູ້ໃຫ້ແກ່ຜູ້ປ່ອຍກູ້ໄດ້. ກິດຈະກໍາໃນແຜນປະຈຳປີ 2021 ນີ້ມີຄືດັ່ງນີ້:

  1. ສຸມໃສການຮ່ວມມືນຳສະມາຄົມການເງິນຈຸລະພາກ ແລະ ສະຖາບັນ ພັດທະນາ ຊັບພະຍາກອນມະນຸດ ລາວຢີປຸ່ນເພື່ອຊ່ວຍບັນດາສະມາຊິກ ແລະ ຜູ້ປະກອບກິດຈະການ MSME ທີ່ໄດ້ຮັບຜົນກະທົບຈາກ COVID19 ແລະ ຜົນກະທົບຈາກສະພາບເສດຖະກິດຖົດຖອຍທີ່ກໍາລັງເກີດຂຶ້ນໃນປີ 2021
  2. ຈັດລາຍການສຳພາດ “ສຸດຍຸດ LAOSME” ເພື່ອນຳສະເໜີ ຜູ້ປະກອບກິດຈະການ MSME ທີ່ໂດດເດັ່ນໃນການຜ່ານຜ່າວິກິດການທີ່ເກີດຂຶ້ນໃນປີ 2020.
  3. ຈັດງານວາງສະແດງສິນຄ້າ LAOSME ປະຈຳປີ 2021 ພ້ອມງານ ເວທີເສວະນາ LAOSME ເພື່ອແລກປ່ຽນບົດຮຽນການເຮັດທຸລະກິດໃນປີ 2020 ແລະ ແຜນການຮັບມືສະພາບເສດຖະກິດໃນປີ 2021
  4. ຈັດງານປະກວດ MSME innovation in New Normal ແລະ ມອບລາງວັນດີເດັ່ນ LAOSME ໃຫ້ແກ່ຜູ້ຊະນະການປະກວດ ແລະ ສະມາຊິກ LAOSME ທີ່ມີຜົນງານພົນເດັນໃນປີ 2021.
    ໂອກາດດັ່ງກ່າວ, ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜ້ອຍ ແລະ ກາງ ໄດ້ໂອລົມວ່າ: ການເປີດໂຕ ສະມາຄົມ LAO SME ນີ້ຖືເປັນບາດກ້າວອັນສຳຄັນ ທີ່ສອດຄ່ອງກັບຈຸດສຸມພັດທະນາຂອງລັດທະບານ ແລະ ເປັນອີກທ່າແຮງໜຶ່ງໃນການຊຸກຍູ້ພາກທຸລະກິດລາວ ໃຫ້ສາມາດແຂ່ງຂັນກັບຕະຫຼາດໄດ້, ລັດຖະບານ ສປປ ລາວ ກໍຄື ກະຊວງ ອຄ ໄດ້ໃຫ້ຄວາມສຳຄັນ ແລະ ມີນະໂຍາຍກ່ຽວກັບວຽກງານ SME ພວກເຮົາພ້ອມທີ່ຈະຊຸກຍູ້ໃຫ້ສະມາຄົມ SME ໄດ້ດຳເນີນງານຂອງສະມາຄົມໃຫ້ໄປໃນທິດທາງ ແລະ ຍຸດທະສາດຂອງ ສະມາຄົມຕາມທ່າງແຮງທີ່ມີ”

ໃນຕອນທ້າຍພິທີ ຍັງໄດ້ມີການເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ສະມາຄົມ LAO SME ແລະ 2 ພາກສ່ວນຄື: ສະມາຄົມການເງິນຈຸນລະພາກ ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ.

LEAVE A REPLY

Please enter your comment!
Please enter your name here