ສະຫລອງວັນຖົງຢາງອະນາໄມສາກົນ ພາຍໃຕ້ຫົວຂໍ້ “ການຮູ້ຈັກປ້ອງກັນ ແມ່ນເປັນຄົນທີ່ມີສະເໜ່”

0
1168

ຂປລ. ໃນວັນທີ 12 ກຸມພາ 2021 ທີ່ສະຖານີຂົນສົ່ງຄິວລົດສາຍໃຕ້ ນະຄອນຫລວງວຽງຈັນ, ສະມາຄົມຜູ້ຕິດເຊື້ອເຮສ ໄອວີ/ເອດ (APL+) ຮ່ວມກັບໂຄງການ AHE ປະຈໍາລາວ ແລະ ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ຈັດກິດຈະກໍາສະເຫລີມ ສະຫລອງວັນຖົງຢາງອະນາໄມສາກົນ ພາຍໃຕ້ຫົວຂໍ້ “ເປັນຄົນສະໄໝໃໝ່ຕ້ອງໃສ່ໃຈສຸຂະພາບ” ແລະ “ການຮູ້ຈັກປ້ອງກັນ ແມ່ນເປັນຄົນທີ່ມີສະເໜ່”, ເຊິ່ງເປັນກິດຈະກໍາ ສົ່ງເສີມໃຫ້ມີການເຂົ້າເຖິງຖົງຢາງອະນາໄມ ໃນທຸກປະເທດທົ່ວໂລກ, ເພື່ອປ້ອງກັນເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ແລະ ເພື່ອເປັນການສົ່ງເສີມການດໍາລົງຊີວິດທີ່ມີສຸຂະພາບ ແຂງແຮງປາສະຈາກພະຍາດ.

ໃນໂອກາດນີ້, ທ່ານ ນາງ ຈິນຕະນາ ຄົມສະເນ ຜູ້ຈັດການໂຄງການ AHE ປະຈໍາລາວ ແຈ້ງໃຫ້ຮູ້ວ່າ: ເນື່ອງຈາກພະຍາດ COVID-19 ໄດ້ສົ່ງຜົນກະທົບຕໍ່ຫລາຍໆດ້ານ ໃນຊີວິດຂອງພວກເຮົາ ແລະ ລວມທັງການເຂົ້າເຖິງຖົງຢາງອະນາໄມ ກໍບໍ່ໄດ້ຮັບການຍົກເວັ້ນ ຈາກຜົນກະທົບຂອງການ ລະບາດພະຍາດ ດັ່ງກ່າວ, AIDS Healthcare Foundation (AHF), ເຊິ່ງເປັນອົງກອນກ່ຽວກັບພະຍາດເອດ ທີ່ໃຫຍ່ທີ່ສຸດລະດັບໂລກ, ໄດ້ຮ່ວມກັນສະເຫລີມ ສະຫລອງວັນຖົງຢາງອະນາໄມສາກົນ ໂດຍໄດ້ລິເລີ່ມໃນປີ 2008 ເປັນຕົ້ນມາ ເພື່ອໂຄສະນາຖົງຢາງອະນາໄມແບບຄວາມຄິດສ້າງສັນ ແລະ ການນໍາໃຊ້ຖົງຢາງອະນາໄມ, ເນື່ອງຈາກວ່າຖົງຢາງອະນາໄມເປັນວິທີທີ່ຄຸ້ມຄ່າທີ່ສຸດ ໃນການປ້ອງກັນ ພະຍາດຕິດຕໍ່ທາງເພດສໍາພັນ ແລະ ການຖືພາ ໂດຍບໍ່ໄດ້ວາງແຜນ.

ການສະເຫລີມສະຫລອງປະຈໍາປີ ແມ່ນຈະຈັດຂຶ້ນໃນທົ່ວໂລກ ໂດຍຖືເອົາໄລຍະເທດສະການວັນແຫ່ງຄວາມຮັກ ແລະ ບັນດາທີມງານ AHF ໃນແຕ່ລະປະເທດທົ່ວໂລກ ແມ່ນຈະມີກິດຈະກໍາຜ່ານສື່ ແລະ ການປະເຊີນໜ້າໂດຍກົງ ກັບທີມງານທີ່ໜ້າຕື່ນເຕັ້ນໃນຫົວຂໍ້ “ເປັນຄົນສະໄໝໃໝ່ຕ້ອງໃສ່ໃຈ ສຸຂະພາບ” ແລະ “ການຮູ້ຈັກປ້ອງກັນ ແມ່ນເປັນຄົນທີ່ມີສະເຫນ່” ທີ່ວາງແຜນໄວ້ສໍາລັບປີ 2021. ສໍາລັບກິດຈະກໍາພາຍໃນງານ ໄດ້ມີການແຈກຢາຍຖົງຢາງອະນາໄມ, ການກວດ HIV ບໍ່ເສຍຄ່າ ແລະ ກິດຈະກໍາຖາມຕອບອື່ນໆ.

ຂ່າວ ສົມຫວັງ – ຂປລ

LEAVE A REPLY

Please enter your comment!
Please enter your name here