ສືບຕໍ່ປຸກລະດົມຂະບວນການໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ທີ່ແຂວງຄຳມ່ວນ

0
1138

ວັນທີ 9 ກຸມພາຜ່ານມານີ້ ທ່ານ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກຳມະການຄະນະກຳມະ ການເລືອກຕັ້ງລະດັບຊາດ ກຳມະການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ພ້ອມຄະນະໄດ້ລົງຕິດຕາມການໂຄສະນາ, ປຸກລະດົມຂະບວນການໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຢູ່ແຂວງຄຳມ່ວນ ໂດຍມີທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານໃນອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ ກຳມະການເລືອກຕັ້ງຂອງ ແຂວງເຂົ້າຮ່ວມ.

ທ່ານ ວົງເພັດ ຈິດປັນຍາ ໄດ້ລາຍງານສະພາບໂດຍລວມ ຂອງແຂວງຄຳມ່ວນໃຫ້ແກ່ຄະນະຂອງ ທ່ານລັດຖະມົນຕີກະຊວງ ຖວທ ໄດ້ຮັບຊາບ. ຈາກນັ້ນ ທ່ານ ສົມໃຈ ເພັດສີນວນ ກໍໄດ້ລາຍງານໂດຍ ຫຍໍ້ກ່ຽວກັບສະພາບການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຊຶ່ງ ພາຍຫຼັງທີ່ໄດ້ຮັບຄຳແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກໍໄດ້ຄົ້ນຄວ້າປະກອບບຸກ ຄະລາກອນ ພ້ອມທັງອອກຂໍ້ຕົກລົງແຕ່ງຕັ້ງອະນຸກຳມະການຕ່າງໆ ແລະ ອອກແຜນດຳເນີນງານຂອງ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອດຳເນີນການເລືອກຕັ້ງ ແລະ ໄດ້ລົງເກັບກຳສະຖິຕິຈຳນວນ ຜູ້ມີສິດປ່ອນບັດ ຊຶ່ງໃນທົ່ວແຂວງມີຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 230.311 ຄົນ ຍິງ 119.746 ຄົນ ແລະ ໄດ້ກໍານົດຈຸດປ່ອນບັດເລືອກຕັ້ງທັງໝົດ 369 ຈຸດ.

ໂອກາດດຽວກັນ ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ມີຄຳເຫັນ ເພື່ອໃຫ້ປະຕິບັດໜ້າທີ່ການເລືອກຕັ້ງ ຄັ້ງນີ້ໄດ້ຮັບຜົນສຳເລັດຕາມຄາດໝາຍຕ້ອງຮູ້ເຖິງເງື່ອນໄຂທີ່ອຳນວຍຄວາມສະດວກກໍຄືມີແນວທາງການ ເມືອງທີ່ຖືກຕ້ອງ, ມີນິຕິກຳ, ລະບຽບຫຼັກການ, ມີການນຳພາ-ຄຸ້ມຄອງ ແລະ ມີຈຸດໝາຍໃນການເລືອກ ຕັ້ງລວມເຖິງປະສົບການທີ່ເປັນພື້ນຖານອຳນວຍຄວາມສະດວກໃຫ້ແກ່ການເລືອກຕັ້ງຄັ້ງນີ້ ແຕ່ຄຽງຄູ່ກັບຂໍ້ ສະດວກນັ້ນ ກໍຍັງມີດ້ານອຸປະສັກ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້ພ້ອມພາກັນເອົາໃຈໃສ່ ຢ່າງເປັນເຈົ້າການ ເປັນຕົ້ນແມ່ນການປະຕິບັດຕໍ່ມາດຕະການແຜ່ລະບາດຂອງພະຍາດໂຄວິດ-19 ລວມ ເຖິງບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ກຸ່ມຄົນທີ່ບໍ່ດີ ທີ່ມີກົນອຸບາຍຫວັງມ້າງເພທຳລາຍ ພ້ອມນັ້ນ ກໍຕ້ອງກຳແໜ້ນຕໍ່ທິດຊີ້ນຳຂອງພັກກ່ຽວກັບການເລືອກຕັ້ງ ແລະ ເອົາໃຈໃສ່ໂຄສະນາ, ຊີ້ແຈງໃຫ້ປະ ຊາຊົນໄດ້ເຂົ້າໃຈຕໍ່ເຫດການສຳຄັນດັ່ງກ່າວ ພ້ອມທັງປຸກລະດົມໃຫ້ປະຊາຊົນໄດ້ເປັນເຈົ້າການເຂົ້າຮ່ວມໃນ ຂະບວນການເລືອກຕັ້ງ ເພື່ອຮັບປະກັນຕາມ 3 ຄາດໝາຍໃຫຍ່ຄື: ຮັບປະກັນໃຫ້ຜູ້ມີສິດໄດ້ຕື່ນຕົວ ແລະ ສະໝັກໃຈໄປປ່ອນບັດເລືອກຕັ້ງຢ່າງຄົບຖ້ວນ 100%, ຮັບປະກັນບໍ່ໃຫ້ມີບັດເສຍ ຫຼື ບັດຂີດບໍ່ຖືກຕ້ອງ 100% ແລະ ຮັບປະກັນດ້ານຄວາມສະຫງົບຄວາມປອດໄພໃນບັ້ນເລືອກຕັ້ງ 100%.

ໃນໂອກາດນີ້ ທາງຄະນະຍັງໄດ້ເດີນທາງໄປທີ່ເມືອງໜອງບົກ ແຂວງຄຳມ່ວນ ເພື່ອຕິດຕາມການ ລາຍງານຄວາມພ້ອມຂອງຄະນະກຳມະການໃນການຮັບໃຊ້ບັ້ນເລືອກຕັ້ງ ແລະ ລົງພົບປະໂອ້ລົມປຸກລະ ດົມໃຫ້ປະຊາຊົນບ້ານສອງເໝືອງໃຕ້ ໜ່ວຍປ່ອນບັດເລືອກຕັ້ງທີ 17 ມີສະຕິຕື່ນຕົວໃນການມາເລືອກ ຕັ້ງໃນວັນທີ 21 ກຸມພານີ້ ຢ່າງຕັ້ງໜ້າ.

ຂ່າວ-ພາບ: ກົມສືມວນຊົນ

LEAVE A REPLY

Please enter your comment!
Please enter your name here