ແຂວງຈຳປາສັກມີໂຮງງາອຸດສາຫະກຳ ແລະ ຫັດຖະກຳຈຳນວນ 1.692 ແຫ່ງ

0
1418

ທ່ານ ປອ ບຸນຍະເດດ ທອງສະຫວັນ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຈຳປາສັກ ໄດ້ກ່າວວ່າ:ປີ 2020 ທົ່ວແຂວງຈຳປາສັກ ມີໂຮງງານອຸດສາຫະກໍາ ແລະ ຫັດຖະກຳທັງໝົດ 1.692 ແຫ່ງ ມູນຄ່າການລົງທຶນທັງໝົດ 2 ພັນຕື້ 700 ກວ່າລ້ານກີບ, ມີຈຳນວນແຮງງານທັງໝົດ 7,399 ຄົນ. ແຮງງານຍິງ 2,500 ກວ່າຄົນ, ເຊິ່ງໃນຈໍານວນໂຮງງານ 1,692 ແຫ່ງນັ້ນ ມີໂຮງງານຂະໜາດໃຫຍ່ 56 ແຫ່ງ ມູນຄ່າລົງທຶນ 1,841 ຕື້ກວ່າກີບ, ໂຮງງານຂະໜາດກາງ 63 ແຫ່ງ ມູນຄ່າການລົງທຶນ 435 ຕື້ 400 ກວ່າລ້ານກີບ, ໂຮງງານຂະໜາດນ້ອຍ 1,257 ແຫ່ງ ມູນຄ່າການລົງທຶນ 641 ຕື້ 400 ກວ່າລ້ານກີບ. ແລະ ອຸດສາຫະກໍາແບບຄອບບຄົວ 316 ແຫ່ງ ມູນຄ່າການລົງທຶນ 43 ຕຶື້ 400 ກວ່າລ້ານກີບ.

ລວມຍອດການຜະລິດອຸດສາຫະກໍາ ແລະ ຫັດຖະກຳບັນລຸໄດ້ 4,285 ຕື້ 600 ກວ່າລ້ານກີບ. ທຽບໃສ່ໄລຍະດຽວກັນຫຼຸດລົງ8 ກວ່າສ່ວນຮ້ອຍ ທຽບໃສ່ແຜນປະຕິບັດໄດ້ 88 ກວ່າສ່ວນຮ້ອຍ, ສໍາລັບການຈໍາໜ່າຍຜະລິດຕະພັນອຸດສາຫະກໍາ ແລະ ຫັດຖະກໍາບັນລຸໄດ້ 5,849 ຕື້ 400 ກວ່າກີບ ທຽບໃສ່ໄລຍະດຽວກັນ ຫຼຸດລົງ 6 ກວ່າສ່ວນຮ້ອຍ, ທຽບໃສ່ແຜນປະຕິບັດໄດ້ 90 ກວ່າສ່ວນຮ້ອຍ.

ທ່ານ ປອ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຈຳປາສັກຍັງກ່າວອີກວ່າ:ອຸດສາຫະກໍາທີ່ພົ້ນເດັ່ນຂອງແຂວງຈຳປາສັກປະກອບແມ່ນອຸດສາຫະກຳປຸງແຕ່ງອາຫານລວມມີ 24 ລາຍການ, ຍອດຜະລິດຕະພັນບັນລຸໄດ້ 2 ພັນກວ່າຕື້ກີບ, ອຸດສາຫະກຳແຮ່ທາດທີ່ບໍ່ແມ່ນໂລຫະ ລວມມີ 11 ລາຍການ ຍອດຜະລິດຕະພັນບັນລຸ 529 ຕື້ກີບ, ອຸດສາຫະກຳປຸງແຕ່ງເຄມີ ລວມມີ 10 ລາຍການ ຍອດຜະລິດຕະພັນບັນລຸໄດ້ 396 ຕື້ກີບ, ອຸດສາຫະກຳຮັບໃຊ້ຄົວເຮືອນ ລວມມີ 14 ລາຍການຍອດຜະລິດຕະພັນບັນລຸໄດ້ 142 ຕື້ 200 ກວ່າລ້ານກີບ.

ພາບແລະຂ່າວ: ປະພິດ ສີສົມບູນ

LEAVE A REPLY

Please enter your comment!
Please enter your name here