ບໍລິຄໍາໄຊ ແລະ ບຶງການ ປະຊຸມທາງໄກເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ

0
1428

ໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແຂວງບໍລິຄໍາໄຊ ສປປ ລາວ ໄດ້ຈັດກອງປະຊຸມທາງໄກໂດຍຜ່ານວິດີໂອຄອນເຟີເລັນ ກັບ ໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ກັບແຂວງບຶງການ ຣາຊະອານາຈັກໄທ ຄັ້ງທີ 4 ໃນທ້າຍເດືອນມັງກອນຜ່ານມາ, ຝ່າຍລາວນຳໂດຍທ່ານ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ທັງເປັນຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ພ້ອມຄະນະ ແລະ ຝ່າຍຣາຊະອານາຈັກໄທ ນຳໂດຍທ່ານ ພົນຕໍາຫຼວດຕີ ສົມສັກ ຄົງໄພບຸນ ຜູ້ບັງຄັບການຕຳຫຼວດພູທອນ ແຂວງບຶງການ ທັງເປັນຫົວໜ້າໜ່ວຍປະສານງານແຂວງບຶງການ ພ້ອມຄະນະ.

ພາຍຫຼັງທີ່ຜູ້ຕາງໜ້າຝ່າຍລາວ ແລະ ຝ່າຍໄທ ໄດ້ ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານໄລຍະ 2 ເດືອນຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນບັນຫາປະກົດການຫຍໍ້ທໍ້ ແລະ ສະພາບການຕ່າງໆທີ່ເກີດຂຶ້ນຕາມຊາຍແດນໃຫ້ກັນຮັບຊາບ, ທັງສອງຝ່າຍໄດ້ປະສານສົມທົບກັນຢ່າງເປັນປົກກະຕິເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືກັນຕ້ານສະກັດກັ້ນການເຄື່ອນຍ້າຍ, ຂົນສົ່ງຄ້າ-ຂາຍຢາເສບຕິດຕາມຂອບເຂດຊາຍແດນ, ຮ່ວມກັນອອກລາດຕະເວນທາງບົກ ແລະ ທາງນ້ຳ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍບໍລິເວນຊາຍແດນ, ຜ່ານການຈັດຕັ້ງປະຕິບັດ ໄລຍະ 2 ເດືອນຜ່ານມາ ສາມາດມ້າງລາຍຄະດີຢາເສບຕິດ ໄດ້ 4 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 10 ຄົນ, ຢຶດຂອງກາງ ປະເພດຢາບ້າ ໄດ້ທັງໝົດ 80.000 ເມັດ, ສາມາດກັກຕົວ ແລະ ມອບຄົນສັນຊາດໄທ ໃຫ້ໜ່ວຍປະສານງານ ຝ່າຍບຶງການ ຣາຊະອານາຈັກໄທ ໄດ້ 1 ຄົນ.

ໂອກາດດຽວກັນ ບັນດາຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາບົນພື້ນຖານລະບຽບຫຼັກການ, ຄວາມສາມັກຄີ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ 2 ແຂວງ, 2 ປະເທດ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແລະ ກໍານົດທິດທາງແຜນການໃນ 3 ເດືອນຕໍ່ໜ້າ ແນ່ໃສ່ເຮັດໃຫ້ບໍລິເວນຂອບເຂດຊາຍແດນຂອງ 2 ປະເທດ ເວົ້າລວມເວົ້າສະເພາະແມ່ນ ແຂວງບໍລິຄໍາໄຊ ສປປ ລາວ ແລະ ແຂວງບຶງການ ຣາຊະອານາຈັກໄທ ໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ຂ່າວ: ພອນສະຫວັນ

LEAVE A REPLY

Please enter your comment!
Please enter your name here