ມອບເຄື່ອງຊ່ວຍເຫຼືອປະຊາຊົນຜູ້ທຸກຍາກແລະດ້ອຍໂອກາດທີ່ປະສົບໄພໜາວຢູ່ແຂວງຫຼວງພະບາງ ແລະໄຊຍະບູລີ

0
1141

ທ້າຍເດືອນມັງກອນນີ້ ທີ່ສາງບ້ານໂພນສະອາດ ຂອງພະແນກແຮງງານສະຫວັດດີການສັງຄົມ ແຂວງຫຼວງພະບາງ ໄດ້ມີພິທີ ມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທຸກຍາກ ແລະດ້ອຍໂອກາດທີ່ປະສົບໄພໜາວຢູ່ແຂວງຫຼວງພະບາງ ແລະໄຊຍະບູລີ ຂຶ້ນ. ໂດຍການໃຫ້ກຽດມອບຂອງທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ຮັບເອົາໂດຍທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງຫຼວງພະບາງ, ມີຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງໄຊຍະບູລີ, ຫົວໜ້າກົມ, ຮອງກົມສັງຄົມສົງເຄາະຕະຫຼອດຮອດພະນັກງານຈາກພະແນກແຮງງານ ແລະສະຫວັດດີການສັງ ຄົມສອງແຂວງເຂົ້າຮ່ວມເປັນສັກຂີພີຍານ.

ເຄື່ອງດັ່ງກ່າວແມ່ນໄດ້ຮັບມາຈາກກະຊວງແຮງງານ ແລະສະຫວັດດີການສັງຄົມ ຈຳນວນ 190 ແກ໊ດ ມູນຄ່າ 285 ລ້ານກີບ, ໃນນັ້ນມອບໃຫ້ແຂວງໄຊຍະບູລີ 70 ແກ໊ດ ມູນຄ່າ 105 ລ້ານກີບ, ເຄື່ອງດັ່ງກ່າວປະກອບມີ ເສື້ອກັນໜາວ, ໂສ້ງ, ເກີບ ແລະອື່ນໆ.

ຜ່ານມາແຂວງຫຼວງພະບາງກໍ່ໄດ້ຮັບເຄື່ອງຈາກກະຊວງແຮງງານ ແລະສະຫວັດດີການສັງ ຄົມເປັນຕົ້ນແມ່ນເກືອ 25 ກິໂລ, ຜ້າຫົ່ມນ້ອຍ, 51 ຜືນ, ເສື່ອປູນອນຜືນນ້ອຍ 51 ຜືນ, ມຸ້ງ 51 ດາງ, ໝອນນ້ອຍ 97 ໜ່ວຍ, ເຫຼັກຕາປູ 170 ກິໂລ. ໄດ້ຮັບຖັງນໍ້າ 97 ໜ່ວຍ, ເຕັ້ນລັດເຊຍ 5 ດາງ, ເຕັ້ນຈີນ 15 ດາງ ແລະເຕັ້ນຍີ່ປຸ່ນ 2 ດາງ.

ເຄື່ອງທີ່ໄດ້ມາແມ່ນໄດ້ນຳໄປຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດເຊັ່ນ: ໄພແຫ້ງແລ້ງ, ນໍ້າຖ້ວມ, ຕັກແຕນທຳລາຍຜົນລະບຸກ, ດິນເຊາະເຈື່ອນ, ນໍ້າໄຫຼສຸ, ລົມພະຍຸພັດ, ໄຟໄໝ້ ແລະອື່ນໆ. ເປັນຕົ້ນແມ່ນໄດ້ຊ່ວຍເຫຼືອ ຄົນບ້າເສຍຈິດ, ເຖົ້າແກ່ອານາປ່ຽວພອຍ, ຄົນເປັນພະຍາດຫຼວງ, ເດັກນ້ອຍຝາແຝດ, ເດັກກຳພ້າ, ຈຳນວນ 7 ເມືອງ 19 ບ້ານ, ຊ່ວຍເຫຼືອຄອບຄົວທີ່ຖືກພະຍຸພັດ, ໄຟໄໝ້ ຢູ່ 3 ເມືອງ 1 ນະຄອນ, ຊ່ວຍເຫຼືອເຂົ້າກິນໃຫ້ຄອບຄົວທີ່ຖືກຜົນກະທົບຈາກໄພແຫ້ງແລ້ງ, ສັດຕູພຶດທຳລາຍຜົນລະປູກ, ນໍ້າຖ້ວມ 11 ເມືອງ 1 ນະຄອນ ຈຳນວນ 238 ໂຕ່ນ, ພ້ອມນັ້ນກໍ່ໄດ້ແຈກຢາຍເຄື່ອງນຸ່ງຫົ່ມປະສົມຝີລາ ແລະເຄື່ອງນຸ່ງຫົ່ມປະສົມມືສອງຕື່ມອີກ.

ຂ່າວ: ດາວອນ ມະນີວັນ

LEAVE A REPLY

Please enter your comment!
Please enter your name here