ພິທີມອບ-ຮັບໂຄງການ ສົ່ງເສີມການອະນຸລັກປ່າໄມ້ ແລະບຶງທໍາມະຊາດແບບມີສ່ວນຮ່ວມຂອງປະຊາຊົນບ້ານກ້າງປາ ເມືອງໄຊບູລີ

0
1671

ໃນທ້າຍເດືອນ ທັນວາ 2020 ຜ່ານມານີ້, ຢູ່ທີ່ວັດບ້ານ ກາງປາເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີປິດໂຄງການສົ່ງເສີມການອະນຸລັກປ່າໄມ້ ແລະບຶງທໍາມະຊາດ ບຶງຂາເປຍ ແບບມີສ່ວນຮ່ວມຂອງປະຊາຊົນຊາວບ້ານກ້າງປາ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ອ່ອນລໍາພັນ ບົວສີແກ້ວ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊບູລີ, ທ່ານ ນາງ ສົມເດັດແພງວົງສັກ ກໍາມະການພັກເມືອງ ປະທານ ສະຫະພັນແມ່ຍິງເມືອງ, ທ່ານ ຄໍາໝັ້ນ ສຸພິຫາລາດ ກໍາມະການພັກເມືຶອງ ຫົວໜ້າຫ້ອງວ່າການປົກຄອງເມືອງ, ມີພະນັກງານ, ວິຊາການກ່ຽວຂ້ອງ,ຜູ້ຊີ້ໂຄງການ, ອໍານາດການປົກຄອງບ້ານ, ຕະຫຼອດຮອດປະຊາຊົນຊາວບ້ານກ້າງປາເຂົ້າຮ່ວມ

ໃນພິທີຍັງໄດ້ຜ່ານການລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການ, ເຊິ່ງໂຄງການສົ່ງເສີມອະນຸລັກປ່າໄມ້ ແລະບຶງທໍາມະຊາດ ບຶງຂາເປຍແບບມີສ່ວນຮ່ວມຂອງປະຊາຊົນ ບ້ານກ້າງປາ ຜູ້ໃຫ້ທຶນແມ່ນ ກອງທຶນສິ່ງແວດລ້ອມໂລກ(GEF) ແຜນງານໂຄງການຂະໜາດນ້ອຍ ( SGP)ໂດຍຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)ໂດຍຜູ້ຮັບທຶນ ສະຫະພັນແມ່ຍິງ ມູນຄ່າຂອງໂຄງການທັງໝົດ 25.950 ໂດລາສະຫາລັດ ໂຄງການໄດ້ເຊັນສັນຍາເດືອນ ມີນາ 2019 ແລະໄດ້ເປີດໂຄງການຊ່ວງເດືອນ ມິຖຸນາ 2019 ຈົນມາເຖິງທ້າຍປີ 2020 ,

ໂຄງການດັ່ງກ່າວນີ້ ເປັນໂຄງການສົ່ງເສີມດ້ານການອະນຸລັກທໍາມະຊາດຂອງຊຸມຊົນ ມີຈຸດປະສົງ ເພື່ອສະໜອງຄວາມຮູ້,ຄວາມເຂົ້າໃຈຕໍ່ການອະນຸລັກທໍາມະຊາດແກ່ປະຊາຊົນ ແລະຫາແນວທາງໃນການອະນຸລັກຮ່ວມກັບປະຊາຊົນ ແລະອໍານາດການປົກຄອງທ້ອງຖິ່ນ, ທີ່ຜ່ານມາກໍ່ໄດ້ມີ ຫຼາຍໆ ກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດຄື: ປູກຕົ້ນໄມ້ ໃນຂອບເຂດປ່າໄມ້ຂອງບ້ານ ເພື່ອຊ່ວຍຟື້ນຟູປ່າໄມ້ທີ່ຊຸດໂຊມ, ມີການສໍາຫຼວດ, ເກັບກໍາຂໍ້ມູນພາກສະໜາມ ເພື່ອເປັນຖານຂໍ້ມູນພື້ນຖານລວມທັງຄວາມເຂົ້າໃຈຂອງຊຸມຊົນຕໍ່ການອະນຸລັກທໍາມະຊາດ ແລະອື່ນໆ, ໄດ້ກໍານົດທີ່ຕັ້ງຂອບເຂດວັງສະຫງວນ ມີການສ້າງກົດລະບຽບຄຸ້ມຄອງ ແລະບວດວັງສະຫງວນໃນ 5 ເຮັກຕາ ເພື່ອຊ່ວຍໃຫ້ຊຸມຊົນເຫັນຄວາມສໍາຄັນໃນກິດຈະກໍາດັ່ງກ່າວຫຼາຍຂຶ້ນ, ປ່ອຍປາໃສ່ວັງສະຫງວນ, ກິດຈະກໍາປູກຈິດສໍານຶກກ່ຽວກັບການອະນຸລັກທໍາມະຊາດ ໃຫ້ແກ່ນ້ອງນັກຮຽນ ແລະປະຊາຊົນ, ກໍານົດເຂດແດນໂດຍມີການປັກຫຼັກອ້ອມບຶງຂາເປຍ ແລະສ້າງກົດລະບຽບເພື່ອຫ້າມບໍ່ໃຫ້ປະຊາຊົນບຸກລຸກເກີນເນື້ອທີ່ຕົນເອງໃນການເຮັດກະສິກໍາ ເຊິ່ງເປັນການທໍາລາຍລະບົບນິເວດເຂດບຶງຂາເປຍ,

ສ້າງກອງທຶນຊຸມຊົນ ເປັນການແບ່ງສັນປັນສ່ວນຈາກກິດຈະກໍາໂຄງການ ເພື່ອມອບໃຫ້ຊຸມຊົນສ້າງເປັນກອງທຶນໝູນວຽນຂອງບ້ານພາຍຫຼັງໂຄງການສິນສຸດລົງ, ສົ່ງເສີມຄວາມຮູ້ໃຫ້ປະຊາຊົນມີລາຍຮັບເສີມໂດຍສະເພາວຽກງານດ້ານການຕໍ່າແຜ່ນແພ ແລະສາດຜືຂອງກຸ່ມແມ່ຍິງບ້ານ ແລະວຽກງານອື່ນໆ ເຊິ່ງໃຫ້ເປັນບູລິມະສິດຄອບຄົວທຸກຍາກ ແລະດ້ອຍໂອກາດ ໃນໂອກາດດຽວກັນນີ້ ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ຍັງໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ສະແດງຄວາມຂອບໃຈ ແລະຊົມເຊີຍໂຄງການດັ່ງກ່າວ, ອໍານາດການປົກຄອງບ້ານ, ປະຊາຊົນ ທີ່ເປັນສ່ວນໜຶ່ງໃນການຊ່ວຍກັນປັກຮັກສາ ແລະອະນຸລັກ ຊັບພະຍາກອນທໍາມະຊາດ ເປັນຕົ້ນກໍ່ແມ່ນການກໍານົດຫວັງສະຫງວນບຶງຂາເປຍ ໃຫ້ເປັນຫວັງສະຫງວນຂອງ ບ້ານ, ເມືອງ ແລະຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ສືບຕໍ່ປະບັດລະບຽບຫຼັກການທີ່ວ່າງອອກ ເພື່ອປົກປັກຮັກສາແຫຼ່ງນໍ້າທໍາມະຊາດຊິວະນາໆພັນໃຫ້ຍືນຍົງຄົງຕົວຕະຫຼອດໄປ ເພື່ອລູກຫຼານໃນອະນາຄົດ,

ຈາກນັ້ນກໍ່ໄດ້ມີການ ເຊັນ ມອບ-ຮັບໂຄງການດັ່ງກ່າວ ໂດຍແມ່ນ ທ່ານ ນາງ ສົມເດັດ ແພງວົງສັກ ປະທານສະຫະພັນແມ່ຍິງເມືອງ ແລະຮັບໂດຍ ທ່ານ ສົມຈິດ ນາຍບ້ານໆ ກ້າງປາ ໂດຍການຊ່ອງໜ້າຂອງທ່ານເຈົ້າເມືອງ ແລະໜ່ວຍງານກ່ຽວຂ້ອງ ເພື່ອເປັນສັກຂີພິຍານນໍາ

ພາບແລະຂ່າວ ຄໍາກອນ ພອນມາລາ

LEAVE A REPLY

Please enter your comment!
Please enter your name here