ທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ຂອງພັກ

0
1712

ໃນລະຫວ່າງວັນທີ 4-5 ມັງກອນ 2021 ນີ້, ກອງປະ ຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຕິດພັນກັບການທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI (ຮອບທີ 3) ໄດ້ໄຂຂຶ້ນຢ່າງເປັນທາງການ ພ້ອມກັນ ຢູ່ 7 ຈຸດໃນຂອບເຂດທົ່ວປະເທດ. ສະເພາະຢູ່ສູນ ກາງແມ່ນຈັດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງພັກ, ຮອງປະທານປະ ເທດ, ມີບັນດາສະຫາຍກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ບັນດາສະຫາຍຜູ້ແທນສົມບູນ ທີ່ຕາງໜ້າໃຫ້ ກະຊວງ-ອົງການ, ທ້ອງຖິ່ນ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່ ເພື່ອພ້ອມກັນຄົ້ນຄວ້າ ແລະ ປະກອບຄວາມເຫັນ ໃສ່ເອກະສານສຳຄັນຕົ້ນຕໍ ຄື: ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX; ຮ່າງກົດລະບຽບຂອງພັກປະຊາຊົນປະ ຕິວັດລາວ ສະໄໝທີ XI; ຮ່າງບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X. ພ້ອມດຽວກັນກອງປະຊຸມຍັງຈະໄດ້ຈັດຕັ້ງການທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບຄະນະບໍລິຫານງານສູນກາງພັກຊຸດໃໝ່ (ສະໄໝທີ XI) ຕື່ມອີກ.

ກອງປະຊຸມໄດ້ຮັບຟັງການປະກອບຄວາມເຫັນ ຢ່າງກົງ ໄປກົງມາ ແລະ ເປັນເອກະພາບສູງ ດ້ານທັດສະນະ, ຫລັກ ການ, ທິດນຳ ແລະ ແຜນນະໂຍບາຍ ທີ່ຈະກຳ ນົດອອກໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາໃນຊຸມປີຕໍ່ໜ້າ, ອັນໄດ້ປະກອບສ່ວນຢ່າງໜັກແໜ້ນ ເປັນພື້ນຖານໃຫ້ອານຸກຳມະການກ່ຽວ ຂ້ອງນຳໄປສືບຕໍ່ປັບ ປຸງເນື້ອໃນໃຫ້ຈະແຈ້ງ, ເລິກເຊິ່ງ, ຄົບຖ້ວນສົມບູນ ແລະ ມີຄວາມສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໄດ້.

Cr: ຂປລ

LEAVE A REPLY

Please enter your comment!
Please enter your name here