ປກສ ອັດຕະປື ກວດພົບຢາເສບຕິດເຊື່ອງໄວ້ທີ່ຖັງນໍ້າມັນລົດຈໍານວນຫຼາຍ

0
16693

ອັດຕະປື: ເມື່ອຕອນບ່າຍວັນທີ 28 ທັນວາ 2020. ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ນຳຕົວຜູ້ຖືກຫາ ຈຳນວນ 4 ຄົນ, ຍິງ 2 ຄົນ ມາດໍາເນີນການກວດຄົ້ນລົດ ໂຕໂຢຕາ ປຣາໂດ ປ້າຍທະບຽນ ຈໍາປາສັກ ກຄ 2928 ທີ່ພວກກ່ຽວໄດ້ນໍາໃຊ້ ເຂົ້າໃນການລັກລອບຂົນສົ່ງ-ຄ້າຂາຍຢາເສບຕິດ.

ຜ່ານການກວດຄົ້ນພົບວ່າ: ພວກກ່ຽວໄດ້ຊຸກ ເຊື່່ອງ ຢາເສບຕິດ ປະເພດຢາໄອສ໌ ຈຳນວນ 25 ຫໍ່ ນໍ້າໜັກ 43 ກິໂລກຼາມ ແລະ ຜົງຂາວເຮໂຣອິນ 1 ຖົງ ນ້ຳໜັກ 1 ກິໂລກຣາມ ໄວ້ຢູ່ບໍລິເວນຖັງນໍ້າມັນຂອງລົດຄັນດັ່ງກ່າວ.

Image may contain: indoor

ໂດຍອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນຄັ້ງວັນທີ 24 ທັນວາ 2020 ທີ່ຜ່ານມາ ໄດ້ສົມທົບກັບເຈົ້າ ໜ້າທີ່ດ່ານ ເຊປຽນ,ທະ ຫານກອງຮ້ອຍຊາຍແດນ 543, ປກສ ກຸ່ມບ້ານສົ້ມປ່ອຍ ແລະ ອໍານາດການປົກຄອງບ້ານຫາດໃຫຍ່ ເມືອງສະໜາມໄຊ ແຂວງອັດຕະປື ກັກຕົວເປົ້າໝາຍລັກລອບຂົງສົ່ງ-ຄ້າຂາຍຢາເສບຕິດ ຈໍານວນ 4 ຄົນ, ຍິງ 2 ຄົນ ຄື:

ທ້າວ ສົມວິດ ອາຍຸ 45 ປີ ປະຊາຊົນບ້ານອີ່ໄລໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ທ້າວ ຂັນທອງ ອາຍຸ 24 ປີ ປະຊາຊົນບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ, ນາງ ແກ້ວວິໄລ ອາຍຸ 30 ປີ ປະຊາຊົນບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ ແລະ ນາງ ແປັບຊີ ອາຍຸ 24 ປີ ປະຊາຊົນບ້ານນໍ້າພ້າວ ເມືອງວັງວຽງ ແຂວງວຽງຈັນ ພ້ອມຂອງກາງຢາໄອສ໌ ຈໍານວນ 25 ຫໍ່ ນ້ຳໜັກ 43 ກິໂລກຣາມ, ຜົງຂາວເຮໂຣອິນ 1 ຖົງ ນໍ່າໜັກ 1 ກິໂລກຣາມ, ໂທລະສັບ 5 ເຄື່ອງ, ເງິນກີບ 4 ລ້ານກວ່າກີບ, ເງິນບາດ 6.300 ບາດ, ເງິນໂດລາ 7.000 ໂດລາ ແລະ ລົດໃຫຍ່ 1 ຄັນ.

ຜ່ານການສືບສວນ – ສອບສວນຂັ້ນເບື້ອງຕົ້ນຂອງເຈົ້າໜ້າທີ່ຕໍາຫຼວດ ພວກກ່ຽວໃຫ້ການ ສາລະພາບ ວ່າ: ຢາເສບຕິດຈໍານວນດັ່ງກ່າວ ແມ່ນຢາເສບຕິດຂອງພວກກ່ຽວແທ້ ເຊິ່ງໄດ້ຕິດຕໍ່ພົວພັນຫາ ທ້າວ ບຸນ (ຄົນນະຄອນຫຼວງວຽງຈັນ) ກ່ຽວກັບການຂົນສົ່ງຢາເສບຕິດ ໃຫ້ເຖົ້າແກ່ຄົນກໍາປູເຈຍ ຢູ່ເຂດດ່ານເຊປຽນ.

No photo description available.

ພາຍຫຼັງໄດ້ລົງມາເບິ່ງເສັ້ນທາງຂົນສົ່ງຢາເສບຕິດ ແລະ ພົບປະກັບທີມງານຂົນສົ່ງເມືອກໍາປູເຈຍແລ້ວ ກໍໄດ້ພາກັນລົງມາເມືອງສະໜາມໄຊ ແຂວງອັດຕະປື ເພື່ອຂົນສົ່ງຢາເສບຕິດດັ່ງກ່າວ ໃນວັນທີ 24 ທັນວາ 2020 ຈຶ່ງຖືກເຈົ້າໜ້າທີ່ທະຫານຊາຍແດນ ແລະ ປກສ ກຸ່ມບ້ານ ເຂົ້າມາກັກຕົວທັງ 4 ຄົນ ພ້ອມຂອງກາງຈໍານວນດັ່ງກ່າວ.

Image may contain: one or more people and indoor

ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ອັດຕະປື ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ, ຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການກະທໍາຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

Image may contain: one or more people and people sitting

ພາບ-ຂ່າວ: ປກສ ແຂວງອັດຕະປື, ເສົາດາລົງ ເພັດສົງຄາມ

LEAVE A REPLY

Please enter your comment!
Please enter your name here