JDB ເປີດໂຕ ຜະລິດຕະພັນບັດ Union Pay ແລະບັດ Visa Contactless.

0
4991

ໃນວັນທີ 25 ທັນວາ 2020, ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ໄດ້ມີພິທີເປີດໂຕ ​ ຜະລິດຕະພັນບັດ Union Pay ແລະບັດ Visa Contactless. 

ເຊີ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ, ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ  ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ບໍລິຫານລະດັບສູງ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. 

      ໃນພິທີດັ່ງກ່າວ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ຍົກໃຫ້ເຫັນ ການບໍລິການ ໃນຊ່ວງໄລຍະຫຼາຍປີທີ່ຜ່ານມາ ການໃຫ້ບໍລິການທາງດ້ານການເງິນໄດ້ມີການພັດທະນາຢ່າງຕໍ່ເນື່ອງ ສົ່ງຜົນເຮັດໃຫ້ຕົ້ນທຶນຂອງຜູ້ປະກອບການຫຼຸດລົງ ແລະເກີດຄວາມສະດວກວ່ອງໄວຕໍ່ຜູ້ບໍລິໂພກໃນການໃຊ້ບໍລິການຫຼາຍຂື້ນ ຈົນນຳໄປສູ່ການປ່ຽນພຶດຕິການການໃຊ້ຈ່າຍໃນວົງກວ້າງ. Contactless Payment ຫຼື ການຊຳລະເງິນແບບບໍ່ໄດ້ສຳພັດ ກໍເປັນອີກນະວັດຕະກຳໜື່ງທີ່ມີການເຕີບໂຕໃນຫຼາຍປະເທດທົ່ວໂລກ ແລະ ກາຍມາເປັນໜື່ງໃນທາງເລື່ອກຂອງວິທີການຊຳລະເງິນ. 

            ໂດຍສະເພາະໃນຊ່ວງການລະບາດຂອງພະຍາດ COVID-19 ການຮັກສາໄລຍະຫ່າງ ແລະ ຫຼຸດຜ່ອນການສຳພັດລະຫວ່າງບຸກຄົນ ຊື່ງເປັນມາດຕະການທີ່ສຳຄັນໃນການຄວບຄຸ່ມການແຜ່ລະບາດ ເຮັດໃຫ້ Contatless Payment ເປັນລະບົບການຊຳລະເງິນທີ່ມີສຳພັດນ້ອຍທີ່ສຸດ.

            ປະໂຫຍດ ແລະ ຄວາມສຳຄັນຂອງ Contactless Payment ຄື ຫຼຸດຜ່ອນການຖືເງິນສົດ ຊື່ງນຳໄປສູ່ການຫຼຸດຜ່ອນຕົ້ນທຶນ ທັງເບື້ອງຂອງຜູ້ບໍລິໂພກ ແລະ ເບື້ອງຜູ້ປະກອນການ ທັງຕົ້ນທຶນໃນການຈັດເກັບ ແລະ ການຂົນຍ້າຍ ຫຼຸດຄວາມສ່ຽງການໂຈລະກຳ  ທັງນີ້ໃນຊ່ວງການແຜ່ລະບາດຂອງ COVID-19, Contactless Payment ຍັງມີຄວາມສຳຄັນຕໍ່ການຊ່ວຍປ້ອງກັນການແຜ່ລະບາດໄດ້ອີກດ້ວຍ. ເນື່ອງຈາກເປັນການຊຳລະເງິນທີ່ຫຼຸດຜ່ອນການສຳພັດເງິນສົດຂອງຜູ້ບໍລິໂພກ ນອກຈາກນີ້ ເທັກໂນໂລຢີດັ່ງກ່າວຍັງເປັນການເພີ່ມຄວາມສະດວກວ່ອງໄວໃນການເຮັດທຸລະກຳທາງການເງິນ ໃຊ້ເວລາພຽງ 2 – 3 ວິນາທີ ກໍສໍາເລັດລາຍການ. 

                        ສະນັ້ນ, ທະນາຄານຮ່ວມພັດທະນາ ຈື່ງໄດ້ຕັດສິນໃຈເລັ່ງພັດທະນາເທັກໂນຢີດັ່ງກ່າວຂື້ນມາເພື່ອໃຫ້ສັງຄົມລາວໄດ້ນຳໃຊ້ ໃນນັ້ນປະກອບມີ ບັດ Union Pay Contactless ແລະ ບັດ Visa Debit Contactless ນອກຈາກນີ້ ທາງທະນາຄານຮ່ວມພັດທະນາ ຍັງໄດ້ພັດທະນາເຄື່ອງຮູດບັດ EDC ທີ່ຮອງຮັບການຊຳລະດ້ວຍວິທີດັ່ງກ່າວ ແລະ ມີບັນດາຮ້ານຄ້າທີ່ນຳໃຊ້ຈຳນວນຫຼາຍກວ່າ 600 ຮ້ານຄ້າໃນຂອບເຂດທົ່ວປະເທດ, ການຊໍາລະເງິນແບບບໍ່ໄດ້ສໍາພັດ ກໍເປັນອີກທາງເລືອກໜື່ງທີ່ມີການເຕີບໃຫຍ່ໃນຫຼາຍປະເທດທົ່ວໂລກ, ປະຈຸບັນທະນາຄານຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ, ຫຼາຍສະຖາບັນ ແລະຫຼາຍບໍລິສັດ-ຫຼາຍໂຮງງານ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນໂດຍປະຕິບັດຄໍຳຂວັນທີ່ວ່າ:  ພວກເຮົາຈະ “ ເຕີບໃຫ່ຍໄປພ້ອມກັນ “  

LEAVE A REPLY

Please enter your comment!
Please enter your name here