ບໍລິສັດ ພູເບ້ຍ ມາຍນິງ ມອບພັນທະອາກອນກໍາໄລລ່ວງໜ້າມູນຄ່າ 4.1 ລ້ານໂດລາສະຫະລັດ ໃຫ້ລັດຖະບານລາວ

0
1642

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີປະກາດໃຫ້ຮູ້ວ່າ ບໍລິສັດໄດ້ມອບພັນທະອາກອນກໍາໄລລ່ວງໜ້າລວມມູນຄ່າທັງໝົດ 4.1 ໂດລາສະຫະລັດ ໃຫ້ລັດຖະບານລາວ. ການມອບພັນທະອາກອນດັ່ງກ່າວ ແມ່ນເປັນສ່ວນໜຶ່ງຂອງການປະກອບສ່ວນທາງດ້ານການເງິນຂອງບໍລິສັດ ໃຫ້ປະເທດລາວ ນອກເໜືອຈາກຄ່າພາສີຊັບພະຍາກອນແຮ່ທາດ, ອາກອນປະເພດຕ່າງໆ ແລະ ພັນທະອື່ນໆ ລວມທັງຄ່າທໍານຽມບໍລິການນໍາເຂົ້າ.

ນັບຕັ້ງແຕ່ເລີ້ມດໍາເນີນງານໃນລາວ, ບໍລິສັດ ພູເບ້ຍ ມາຍນິງ ໄປມອບພັນທະອາກອນກໍາໄລໃຫ້ລັດຖະບານລາວຢ່າງຕໍ່ເນື່ອງ. ຕັ້ງແຕ່ເລີ້ມດໍາເນີນງານຈົນເຖິງທ້າຍປີ 2019, ການມອບພັນທະອາກອນກໍາໄລເປັນເງິນສົດຂອງບໍລິສັດ ພູເບ້ຍ ມາຍນິງ ໃຫ້ລັດຖະບານລາວ ແມ່ນມີມູນຄ່າລວມທັງໝົດຫຼາຍກວ່າ 259 ລ້ານໂດລາສະຫະລັດ.

ປະທານບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຈັນເພັງ ບຸນນະຜົນ ກ່າວວ່າການມອບພັນທະອາກອນກໍາໄລລ່ວງໜ້າໃນອາທິດນີ້ ສະທ້ອນໃຫ້ເຫັນຢ່າງຊັດເຈນເຖິງຄວາມມຸ້ງໝັ້ນອັນໜັກແໜ້ນຂອງບໍລິສັດ ໃນການປະກອບສ່ວນໂດຍກົງເຂົ້າໃນການພັດທະນາເສດຖະກິດຂອງລາວ, ສະໜັບສະໜູນມາດຕະຖານການດໍາລົງຊີວິດ ແລະ ຊ່ວຍພັດທະນາສັງຄົມຂອງພະນັກງານບໍລິສັດ.

“ພວກເຮົາມີຄວາມມຸ້ງໝັ້ນຢ່າງຕໍ່ເນື່ອງຍາວນານຕໍ່ປະຊາຊົນລາວ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນອັນມີຄ່າໃຫ້ກັບບັນດາຊຸມຊົນທີ່ພວກເຮົາເຂົ້າໄປດໍາເນີນງານ ແລະ ໃຫ້ກັບສັງຄົມລາວ.ທ່ານ ຈັນເພັງ ໄດ້ໃຫ້ຮູ້ຕື່ມອີກວ່າ “ການປະກອບສ່ວນຂອງພວກເຮົາເຂົ້າໃນການພັດທະນາເສດຖະກິດ ແມ່ນເປັນສ່ວນໜຶ່ງທີ່ສໍາຄັນໂດຍຜ່ານການມອບພັນທະຄ່າພາສີຊັບພະຍາກອນແຮ່ທາດ, ອາກອນ ແລະ ພັນທະອື່ນໆ. ພວກເຮົາມີຄວາມເຊື່ອໝັ້ນວ່າພວກເຮົາຈະມີຜົນສໍາເລັດດີ ໃນປີໃໝ່ທີ່ໃກ້ຈະມາເຖິງນີ້ ເພື່ອສືບຕໍ່ປະຕິບັດຕາມຄວາມມຸ້ງໝັ້ນອັນຕໍ່ເນື່ອງຍາວນານດັ່ງກ່າວນີ້.”

LEAVE A REPLY

Please enter your comment!
Please enter your name here