ຫາລືຜ່ານແຜນຍຸດທະສາດ ວຽກງານສຸຂະພາບຕາ 2021-2025

0
1322

ນະຄອນຫຼວງວຽງຈັນ: ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຮ່ວມກັບມູນນິທິເຟຣດໂຮໂລ ປະຈຳລາວ ໄດ້ຈັດກອງປະຊຸມສຸດທ້າຍ ໂຄງການເປີດກວ້າງຮັກສາສຸຂະພາບຕາແບບຍືນຍົງ ແລະ ກອງປະຊຸມປຶກສາຫາລື ຮ່າງແຜນຍຸດທະສາດວຽກງານສຸຂະພາບຕາ 2021-2025 ຂຶ້ນໃນວັນທີ 16-17 ທັນວາ 2020 ທີ່ນະຄອນຫລວງວຽງຈັນ.

ທ່ານ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຜ່ານແຜນຍຸດທະສາດ ການຮັກສາສຸຂະພາບຕາແຫ່ງຊາດໃນ 5 ປີ (2021-2025) ເພື່ອຫລຸດຜ່ອນພາວະຕາບອດ ຈາກພະຍາດທີ່ເປັນສາເຫດຕາບອດທີ່ສາມາດຫລີກລ່ຽງໄດ້ ເຊັ່ນ: ພະຍາດແກ່ນຕາຂຸ້ນ, ພະຍາດຕາກະດັນ, ອຸປະຕິເຫດທາງຕາ ແລະ ພະຍາດເບົາຫວານຂຶ້ນຕາ, ພະຍາດຕາເດັກ, ສາຍຕາຜິດປົກກະຕິ, ສາຍຕາບົກຜ່ອງ ແລະ ອື່ນໆ ສຳລັບຮ່າງແຜນຍຸດທະສາດ ກ່ຽວກັບການຮັກສາສຸຂະພາບຕາ ທີ່ເປັນມາດຕະຖານ ໃນການຈັດຕັ້ງປະຕິບັດແຜນການ 5 ປີ ແຕ່ປີ 2021-2025 ພາຍໃຕ້ ການຊີ້ນຳຂອງກະຊວງສາທາລະນະສຸກ ລວມສູນກາງ ແລະ ບັນດາແຂວງຕ່າງໆ ຄາດໝາຍຕົ້ນຕໍ ແມ່ນໃຫ້ມີຕາໜ່າງການບໍລິການປິ່ນປົວສຸຂະພາບຕາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ກໍເພື່ອຫລຸດຜ່ອນພະຍາດຕາບອດ ທີ່ສາມາດຫລີກລ່ຽງໄດ້ ເຊັ່ນ: ພະຍາດແກ່ນຕາຂຸ້ນ, ຕາກະດັນ, ພະຍາດເບົາຫວານຂຶ້ນຕາ ແລະ ການສູນເສຍການເບິ່ງເຫັນ ຂອງປະຊາຊົນທີ່ເປັນກຳລັງຫລັກ ໃນການສ້າງເສດຖະກິດຄອບຄົວ ກໍຄື ສັງຄົມກ່ອນໄວອັນຄວນ ເພື່ອບັນລຸເປົ້າໝາຍ ຂອງການມີສຸຂະພາບຕາດີທຸກທົ່ວໜ້າ ຮອດປີ 2030.

ໃນໂອກາດນີ້, ທ່ານ ນາງ ສຸພອນສາ ໄຊປັນຍາຫົວໜ້າ ມູນນິທິເຟຣດໂຮໂລປະຈຳລາວ ໄດ້ກ່າວວ່າ: ໂຄງການເປີດກວ້າງຮັກສາສຸຂະພາບຕາຢູ່ ສປປ ລາວ ໄດ້ລິເລີ່ມດຳເນີນການໂດຍມູນນິທິເຟຣດໂຮໂລ ແລະ ທຶນຊ່ວຍເຫລືອຈາກລັດຖະບານ ແລະ ປະຊາຊົນອົສຕຣາລີ ກໍຄື ແຜນງານຮ່ວມມືລະຫວ່າງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດ ຂອງປະເທດອົສຕຣາລີ ໄດ້ດຳເນີນໂຄງການໃນ 10 ແຂວງ ຄື:ແຂວງຜົ້ງສາລີ, ບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ ລວມ 90 ເມືອງ 4.700 ກວ່າບ້ານ ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2014 ແລະ ຮອດປີ 2020 ເປັນປີມວນທ້າຍໂຄງການ, ໃຊ້ງົບປະມານ 33 ຕື້ກວ່າກີບ. ພ້ອມນັ້ນ,ຍັງໄດ້ນຳໃຊ້ບ້ວງທຶນອື່ນໆ ອີກຈຳນວນໜຶ່ງ.

ໂດຍ: ຂປລ

LEAVE A REPLY

Please enter your comment!
Please enter your name here